ອົງການຄຸ້ມຄອງກ່ຽວກັບອາວຸດເຄມີຂອງໂລກ ໄດ້ກ່າວໃນວັນພຸດວານນີ້ວ່າ ຕົນໄດ້
ຢືນຢັນວ່າ ສານເຄມີທຳລາຍເສັ້ນປະສາດ ຊາຣິນ ແລະ ຄລໍຣີນ ທີ່ເກືອດຫ້າມນັ້ນ ແມ່ນ
“ມີທາງເປັນໄປໄດ້ສູງ” ໄດ້ຖືກນຳໃຊ້ ໃນການໂຈມຕີ ຢູ່ທາງພາກເໜືອຂອງຊີເຣຍ
ໃນປີກາຍນີ້.
ອົງການເພື່ອເກືອດຫ້າມການນຳໃຊ້ອາວຸດເຄມີ ຫຼື OPCW ໄດ້ກ່າວໃນລາຍງານສະບັບ
ໃໝ່ວ່າ ສານຊາຣິນ ອາດຖືກນຳໃຊ້ ທີ່ເມືອງລຕາມີນາ ທາງພາກໃຕ້ຂອງຊີເຣຍ ໃນວັນທີ
24 ມີນາ ປີ 2017. ອົງການຄຸ້ມຄອງອາວຸດເຄມີ ຍັງໄດ້ສະຫຼຸບວ່າ ສານຄລໍຣີນ ແມ່ນເບິ່ງ
ຄືວ່າ ໄດ້ຖືກນຳໃຊ້ເປັນອາວຸດ ໃນມື້ຕໍ່ມາ ທີ່ໂຮງພະຍາບານ ໃນ ເມືອງລຕາມີນາ
ແລະໃນເຂດອ້ອມແອ້ມ.
ອົງການດັ່ງກ່າວ ໄດ້ກ່າວວ່າ ການສະຫຼຸບຂອງຕົນ ແມ່ນອີງຕາມຂໍ້ມູນຈາກພວກພິຍານ
ແລະການວິເຄາະຕົວຢ່າງ.
ຄະນະຄົ້ນຫາຄວາມຈິງຂອງອົງການ OPCW ແມ່ນໄດ້ສ້າງຕັ້ງຂຶ້ນ ໃນປີ 2014
ເພື່ອສະໜອງຕອບ ຕໍ່ການກ່າວຫາ ກ່ຽວກັບການໂຈມຕີດ້ວຍອາວຸດເຄມີທັງຫຼາຍ
ໃນຊີເຣຍ ໂດຍໄດ້ຮັບມອບໝາຍ “ໃຫ້ຊອກຫາຄວາມຈິງ ກ່ຽວກັບການກ່າວຫາ
ຕ່າງໆ.” ຄະນະດັ່ງກ່າວ ບໍ່ໄດ້ຮັບມອບໝາຍ ໃຫ້ຖິ້ມໂທດ ໃນການໂຈມຕີດ້ວຍອາ
ວຸດເຄມີ ໃສ່ຝ່າຍໃດຝ່າຍນຶ່ງ.