ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຄະນະກວດກາ ອາວຸດ​ເຄມີ ຂອງ ສປຊ ກັບຄືນໄປ ຊີເຣຍ (ສະໄລດ໌/ວີດີໂອ)


ລົດທີ່ນໍາພາຄະນະກວດກາດ້ານອາວຸດ​ເຄມີ ໄປກຸງ Damascus, ກັນຍາ 25, 2013.
ລົດທີ່ນໍາພາຄະນະກວດກາດ້ານອາວຸດ​ເຄມີ ໄປກຸງ Damascus, ກັນຍາ 25, 2013.
ຄະນະກວດກາດ້ານອາວຸດ​ເຄມີຂອງອົງການສະຫະປະຊາຊາດ
ໄດ້ກັບຄືນໄປຊີເຣຍ ເພື່ອສືບສວນ​ເບິ່ງການນໍາໃຊ້ອາວຸດ​ທີ່ຖືກ
ຫ້າມ ໃນສົງຄາມກາງເມືອງ ທີ່​ດຳ​ເນີນຢູ່​ໃນ​ປະເທດ​ດັ່ງກ່າວ​
ເປັນ​ເວລາ 2 ປີເຄິ່ງແລ້ວນັ້ນ.

ຄະນະທີ່ນໍາພາໂດຍທ່ານ Ake Sellstrom ໄດ້ບິນໄປຍັງເລບາ
ນອນ ຊຶ່ງ​ເປັນ​ປະ​ເທດ​ເພື່ອນບ້ານ ໃນວັນພຸດມື້ນີ້ ເພື່ອຈະຂຶ້ນ
ລົດຕໍ່ໄປຍັງກຸງ Damascus.

ພວກເຂົາເຈົ້າໄດ້ເຂົ້າໄປໃນຊີເຣຍ​ເທື່ອ​ທຳ​ອິດ ໃນເດືອນແລ້ວນີ້
ໃນການສືບສວນ​ເບິ່ງສະຖານທີ່ 3 ​ແຫ່ງ ທີ່ຖືກໂຈມຕີ ຮວມທັງ
ຄັ້ງນຶ່ງໃນ​ເດືອນ​ມີນາຢູ່ນອກເມືອງ Aleppo ທີ່ລັດຖະບານຊີເຣຍແລະພວກນັກ​ລົບ​ຝ່າຍ
​ຕໍ່ຕ້ານ ຕ່າງກໍຖີ້ມໂທດໃສ່ກັນແລະກັນ.



ທາງຄະນະໄດ້ປ່ຽນຈຸດເພັ່ງເລັງ ໃນການດໍາເນີນວຽກງານ​ເປັນ​ເວລາ 2 ອາທິດ ເພື່ອສືບ
ສວນການໂຈມຕີທີ່ຫາກໍມີຂຶ້ນ ຢູ່ນອກກຸງ Damascus ບ່ອນທີ່ພວກເຂົາເຈົ້າໄດ້ສະຫຼຸບວ່າ
ໄດ້​ມີ​ການ​ໃຊ້​ອາວຸດ​ເຄມີ​ແທ້​ນັ້ນ. ພາລະກິດ​ຂອງ​ຄະນະ​ປະຕິບັດ​ງານ ແມ່ນບໍ່ໄດ້ຮວມທັງ​
ການຖິ້ມ​ໂທດ​ໃສ່​ຝ່າຍ​ໃດ​ຝ່າຍ​ນຶ່ງ ​ໃນການໂຈມຕີດ້ວຍອາວຸດ​ເຄມີນັ້ນ.

ນອກນັ້ນ ໃນວັນພຸດມື້ນີ້ ເຊັ່ນກັນ ພວກຕໍ່ຕ້ານທີ່ປະກອບດ້ວຍ 13 ກຸ່ມ ໄດ້ອອກຖະແຫຼງ ການຮ່ວມ ທີ່ປະຕິເສດຕໍ່ກຸ່ມຝ່າຍຄ້ານຫຼັກຄືກຸ່ມປະສົມສະພາແຫ່ງຊາດຂອງຊີເຣຍໂດຍ ກ່າວວ່າ ຈຸດັ່ງກ່າວນີ້ບໍ່ໄດ້ເປັນຕົວແທນຜົນປະໂຫຍດ ຂອງພວກຕົນແລ້ວ. ກຸ່ມດັ່ງກ່າວນີ້
ຊຶ່ງປະກອບດ້ວຍ ກຸ່ມທີ່ເຊື່ອມໂຍງ ເປັນເຄືອຂ່າຍ ພວກກໍ່ການຮ້າຍ al-Qaida ຄືພວກ ແນວໂຮມ Nusra ທີ່ຮຽກຮ້ອງ ໃຫ້ທໍາການຕໍ່ຕ້ານ ປະທານາທິບໍດີ Ashar al-Assad
ໂດຍໃຫ້ຮວມຕົວພາຍໃຕ້ຂອບ ຂອງສາສະໜາອີສລາມ.

SYRIA VO.mov
please wait
Embed

No media source currently available

0:00 0:00:55 0:00
XS
SM
MD
LG