ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ຫົວໜ້າ ສປຊ ຄາດໝາຍວ່າ ມະຕິຢຸດຍິງ ຂອງຊີເຣຍ ຈະຖືກຈັດຕັ້ງປະຕິບັດ ໃນທັນທີ


ຊາຍຄົນນຶ່ງກຳລັງເບິ່ງແຍງລູກ ຢູ່ໂຮງໝໍ ໃນເຂດປິດລ້ອມ ຂອງເມືອງນ້ອຍ ດູມາ (Douma) ໃນ ເມືອງ ກູຕາ ຕາເວັນ
ອອກ (Eastern Ghouta) ທີ່ເປັນຊານເມືອງຂອງນະຄອນ
ຫຼວງດາມາກັສ (Damascus) ຂອງຊີເຣຍ, ວັນທີ 25 ກຸມພາ 2018.
ຊາຍຄົນນຶ່ງກຳລັງເບິ່ງແຍງລູກ ຢູ່ໂຮງໝໍ ໃນເຂດປິດລ້ອມ ຂອງເມືອງນ້ອຍ ດູມາ (Douma) ໃນ ເມືອງ ກູຕາ ຕາເວັນ ອອກ (Eastern Ghouta) ທີ່ເປັນຊານເມືອງຂອງນະຄອນ ຫຼວງດາມາກັສ (Damascus) ຂອງຊີເຣຍ, ວັນທີ 25 ກຸມພາ 2018.

ເລຂາທິການໃຫຍ່ ອົງການສະຫະປະຊາຊາດ ທ່ານແອນໂຕນີໂອ ກູເຕເຣັສ ໄດ້ກ່າວ
ໃນວັນຈັນມື້ນີ້ ວ່າ ມະຕິທັງຫຼາຍ ທີ່ໄດ້ອອກໂດຍ ສະພາຄວາມໝັ້ນຄົງ “ແມ່ນຈະມີ ຄວາມໝາຍແທ້ໆ ຖ້າພວກມັນໄດ້ຖືກຈັດຕັ້ງປະຕິບັດ ຢ່າງມີປະສິດທິຜົນ” ໃນຂະນະ
ທີ່ກ່າວຢ້ຳວ່າ ພວກຊາວຊີເຣຍ ທີ່ຖືກປິດລ້ອມຢູ່ໃນພື້ນທີ່ທາງພາກຕາເວັນອອກຂອງ
ເມືອງກູຕາ “ບໍ່ສາມາດລໍຖ້າໄດ້” ເພື່ອການຊ່ອຍເຫຼືອດ້ານມະນຸດສະທຳ.

ສະພາດັ່ງກ່າວ ເມື່ອວັນເສົາຜ່ານມານີ້ ໄດ້ຮຽກຮ້ອງໃຫ້ຢຸດຍິງ ເປັນເວລາ 30 ວັນ ໃນ
ທົ່ວປະເທດຊີເຣຍ ໃນຂະນະທີ່ຂໍຮ້ອງໃຫ້ຍົກເລີກ ການປິດລ້ອມ ແລະອະນຸຍາດໃຫ້
ພວກພະນັກງານການແພດ ແລະກູ້ໄພ ເຂົ້າໄປໃນພື້ນທີ່ດັ່ງກ່າວໄດ້.

New Fighting Breaks Out in Syria, Despite UN Cease-fire
please wait

No media source currently available

0:00 0:02:07 0:00

ທ່ານ ກູເຕເຣັສ ໄດ້ກ່າວຕື່ມວ່າ “ຂ້າພະເຈົ້າຄາດໝາຍວ່າ ມະຕິນີ້ ຈະຖືກຈັດຕັ້ງ
ປະຕິບັດ ໃນທັນທີ ແລະ ຈະເຮັດໃຫ້ການນຳສົ່ງ ສິ່ງຂອງການຊ່ອຍເຫຼືອດ້ານມະນຸດ
ສະທຳ ແລະ ດ້ານບໍລິການຕ່າງໆ ແລະ ຍົກຍ້າຍພວກເຈັບປ່ວຍ ແລະ ບາດເຈັບ
ສາຫັດ ອອກມາໄດ້ ຢ່າງຕໍ່ເນື່ອງ ແລະ ບັນເທົາຄວາມທຸກທໍລະມານ ຂອງປະຊາຊົນ
ຊາວຊີເຣຍ.”

ແຕ່ຄວາມຮຸນແຮງ ກໍຍັງບໍ່ຍຸຕິລົງ ໂດຍທີ່ ອົງການສະຫະປະຊາຊາດ ແລະ ກຸ່ມສິ້ງຊອມ
ສົງຄາມຊີເຣຍ ລາຍງານວ່າ ໄດ້ມີການໂຈມຕີທາງອາກາດຄັ້ງໃໝ່ ໃນວັນຈັນມື້ນີ້ ຢູ່ໃນ
ເມືອງກູຕາ ຕາເວັນອອກ ເຊິ່ງເປັນຊານເມືອງຂອງນະຄອນຫຼວງດາມາກັສ ທີ່ຄວບຄຸມ
ໂດຍພວກຕໍ່ຕ້ານລັດຖະບານ ບ່ອນທີ່ປະຊາຊົນຫຼາຍກວ່າ 500 ຄົນ ຖືກຂ້າຕາຍ ໃນ
ລະຫວ່າງ ນຶ່ງສັບປະດາທີ່ຜ່ານມານີ້.

ຫົວໜ້າພະແນກສິດທິມະນຸດຂອງສະຫະປະຊາຊາດ ທ່ານ ເຊອິດ ຣາ-ອາດ ອາລ ຮູເຊນ
(Zeid Ra-ad al Hussein) ໄດ້ກ່າວວ່າ “ພວກເຮົາຢືນຢັນໃນເລື່ອງ ຂອງການຈັດຕັ້ງ
ປະຕິບັດມະຕິຢ່າງຄົບຖ້ວນ ໂດຍບໍ່ໄດ້ຊັກຊ້າ ແຕ່ຢ່າງໃດກໍຕາມ ພວກເຮົາກໍມີທຸກເຫດ
ຜົນ ທີ່ຈະຕ້ອງລະມັດລະວັງ ໃນຂະນະທີ່ການໂຈມຕີທາງອາກາດ ຢູ່ເມືອງກູຕາ
ຕາເວັນອອກ ຍັງສືບຕໍ່ມີຢູ່ໃນຕອນເຊົ້າມື້ນີ້.”

ທ່ານເຊອິດ ຍັງໄດ້ມີຄວາມສົງໄສ ໃນລະດັບນຶ່ງ ກ່ຽວກັບຜົນທີ່ຈະອອກມາ ສຳລັບມະຕິ
ໂດຍກ່າວວ່າ ມັນ “ຍັງຈະຕ້ອງຕີລາຄາເບິ່ງເລື່ອງລາວຂອງຄວາມລົ້ມແຫຼວ ທີ່ຈະຍຸຕິ
ຄວາມຮຸນແຮງໃນໄລຍະເຈັດປີທີ່ຜ່ານມາ ເຈັດປີຂອງການບໍ່ຍອມລົດລະ ແລະ ການ
ສັງຫານໝູ່ທີ່ໜ້າຢ້ານກົວ.”

ຄວາມພະຍາຍາມໃນຫຼາຍຄັ້ງເພື່ອນຳມາເຊິ່ງການສິ້ນສຸດສົງຄາມໃນຊີເຣຍ ທີ່ໄດ້ເລີ້ມ
ຕົນຂຶ້ນ ໃນປີ 2011 ໃນຂະນະທີ່ການປະທ້ວງຢ່າງສັນຕິ ເພື່ອຕໍ່ຕ້ານປະທານາທິບໍດີ
ບາຊາ ອາລ-ອາຊາດ ກ່ອນທີ່ມັນຈະຫັນເຂົ້າໄປສູ່ການຂັດແຍ້ງຫຼາຍຝ່າຍນັ້ນ ກໍບໍ່ໄດ້
ປະສົບຜົນສຳເລັດ ລວມທັງ ຄວາມພະຍາຍາມເຈລະຈາສັນຕິພາບຫຼາຍຄັ້ງ ທີ່ໄກ່ເກ່ຍ
ໂດຍສະຫະປະຊາຊາດນຳ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG