ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສັນຍາ​ຢຸດ​ຍິງ ​ໃນ​ເຢ​ເມັນ ປະກາດໂດຍ UN ບໍ່ສາມາດ ຢຸດຕິ ການສູ້ລົບກັນໄດ້


ກະບົດຊີໄອ ຄົນໜຶ່ງ ທີ່ເອີ້ນວ່າ Houthi ພວມໄປເຂົ້າຮ່ວມ ການເຕົ້າໂຮມຊຸມນຸມ ເພື່ອເປັນຂີດໝາຍ ວັນ Al-Quds (Jerusalem), ໃນນະຄອນຫຼວງ Sana'a ປະເທດ ເຢເມັນ, ວັນທີ 10 ກໍລະກົດ 2015.
ກະບົດຊີໄອ ຄົນໜຶ່ງ ທີ່ເອີ້ນວ່າ Houthi ພວມໄປເຂົ້າຮ່ວມ ການເຕົ້າໂຮມຊຸມນຸມ ເພື່ອເປັນຂີດໝາຍ ວັນ Al-Quds (Jerusalem), ໃນນະຄອນຫຼວງ Sana'a ປະເທດ ເຢເມັນ, ວັນທີ 10 ກໍລະກົດ 2015.

ສັນຍາ​ຢຸດ​ຍິງ ​ໃນ​ເຢ​ເມັນ ທີ່​ສະຫະ​ປະຊາ​ຊາດ​ໄດ້​ຮຽກຮ້ອງ ​
ເພື່ອຈະ​ນຳ​ເອົາການ​ຊ່ວຍ​ເຫຼືອ ທາງ​ດ້ານ​ມະນຸດສະທຳ ທີ່​ມີ
​ຄວາມ​ຈຳ​ເປັນ​ທີ່​ສຸດ ເຂົ້າ​ໄປພາຍ​ໃນ​ປະ​ເທດ ທີ່ທຳ​ການ​ສູ້​ລົບ
​ກັນ​ຢູ່​ນັ້ນ ​ໄດ້​ລົ້ມ​ແຫລວ​ລົງ ​ໃນ​ວັນ​ເສົາ​ວານ​ນີ້ ​ໃນ​ຂະນະ​ທີ່
ການ​ໂຈມ​ຕີ​ທາງ​ອາກາດ ​ແລະ​ ການ​ປະ​ທະ​ກັນ ​ໂດຍກຸ່ມ​ແນວ
​ໂຮມ​ທີ່ນຳພາ​ໂດຍ ຊາ​ອຸ​ດີ ອາຣາ​ເບຍ ຍັງ​ສື​ບຕໍ່ຢູ່​ຕໍ່​ມາ.

​ໂຄສົກ​ສຳ​ຫລັບ​ກຸ່ມ​ແນວ​ໂຮມ ຕາງໜ້າ​ບັນດາປະ​ເທດ​ໃນ​
ອາຫຣັບ ທີ່​ສະໜັບສະໜູນ ປະທານາທິບໍດີ​ເຢ​ເມັນ ຜູ້​ທີ່​ລີ້​ໄພ
​ຢູ່​ນອກ​ປະ​ເທດ ກ່າວ​ວ່າ ກຸ່ມແນວ​ໂຮມ​ທີ່​ນຳພາ​ ໂດຍຊາ​ອຸ​ດີ
ອາຣາ​ເບຍ ​ແມ່ນ​ບໍ່​ມີ​ຂໍ້​ຜູກ​ມັດ​ຕໍ່​ການ​ປະກາດ​ຢຸດ​ຍິງ ​ໄລຍະ
ໜຶ່ງ​ອາທິດ ຂອງ​ອົງການສະຫະ​ປະຊາ​ຊາດ​ ເພື່ອ​ໃຫ້​ກຸ່ມຊ່ວຍ​ເຫຼືອດ້ານມະນຸດສະທຳ​ຕ່າງໆ ສາມາດ​ນຳສົ່ງ​ອາຫານ​ ​ແລະ ຢາປິ່ນປົວ ໄປ​ໃຫ້​ພົນລະ​ເມືອງຫຼາຍລ້ານ​ຄົນ ຜູ້​ທີ່​ໄດ້ຖືກ​ໂຈມ​ຕີ​ທາງ​ອາກາດ​ຜ່ານມາ​ເປັນ​ເວລາ ຫຼາຍ​ເດືອນແລ້ວນັ້ນ.

ທັງ​ສອງ​ຝ່າຍ​ທີ່​ຂັດ​ແຍ້​ງກັນ ຄື ກຸ່ມ​ພວກຊີ​ໄອ​ກະບົດ ທີ່​ໜູນ​ຫລັງ​ໂດຍ​ອີຣ່ານ ​ແລະ ກອງ​
ກຳລັງ​ທີ່​ພັກດີ​ຕໍ່​ປະທານາທິບໍດີ Abd Rabu Mansour Hadi ​ຕ່າງ​ກໍໄດ້ຖິ້ມ​ໂທດ​ໃສ່
ກັນ​ແລະ​ກັນ ​ໂດຍ​ກ່າວວ່າ​ບໍ່​ຍອມຮັບ​ເອົາ​ສັນຕິພາບ​ຢ່າງຈິງ​ຈັງ.

ສັນຍາ​ຢຸດ​ຍິງ​ດັ່ງກ່າວນັ້ນ ​ແມ່ນ​ຈະ​ເລີ້ມ​ຕົ້ນ ​ໃນ​ວັນ​ເສົາ​ວານ​ນີ້ ​ແລະ ຈະສືບຕໍ່​ຈົນ​ເຖິງ ມື້​
ສຸດ​ທ້າຍ​ຂອງ​ເດືອນ​ສັກສິດ Ramadan ຂອງ​ຊາວມຸສລິ​ມ ປະມານ​ວັນ​ທີ 17 ກໍລະກົດ​
​ແຕ່​ບໍ່​ມີ​ການຢຸດ​ເຊົາ ​ຕໍ່ສູ້​ກັນ​ເລີຍ​ລະຫວ່າງທັງ​ສອງ​ຝ່າຍ.

ການ​ໂຈມ​ຕີ​ທາງ​ອາກາດ ຫຼາຍໆ​ບັ້ນ ຖືກ​ກຸ່ມ​ພວກ Houthi ​ແລະ ກອງທັບ​ບົກ​ເຢ​ເມັນ
ຫຼາຍໜ່ວຍ ຢູ່​ໃນ​ນະຄອນຫຼວງ Sana’a ​ແລະ ຢູ່​ໃນ​ເມືອງ Taiz ​ແລະ Aden ບ່ອນ​ທີ່​ມີ​
ການ​ຕໍ່ສູ້​ກັນ ​ຊຶ່ງ​ປະຊາຊົນ​ທີ່​ອາ​ໄສ ​ຢູ່​ໃນ​ບໍລິ​ເວນ​ດັ່ງກ່າວ​ໄດ້​ລາຍ​ງານ​ວ່າ ມີ​ການ​ຍິງ​ປືນ​ໃຫຍ່​ໃສ່​ກັນ ​ແລະ​ກັນ​ຢ່າງ​ໜັກ.

Yemen Cease Fire
please wait
Embed

No media source currently available

0:00 0:01:25 0:00

XS
SM
MD
LG