ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສປຊ ວິຕົກ ກ່ຽວກັບ ສະຖານະການ ໃນ ປະເທດອາຟຣິກາກາງ


ປະທານາທິບໍດີ Francois Boziz ແຫ່ງສາທາລະນະລັດ ອາຟຣິກາກາງ
ປະທານາທິບໍດີ Francois Boziz ແຫ່ງສາທາລະນະລັດ ອາຟຣິກາກາງ
ສະພາຄວາມໝັ້ນຄົງສະຫະປະຊາຊາດ ໄດ້ສະແດງ “ຄວາມ
ວິຕົກຢ່າງໜັກ” ກ່ຽວກັບສະພາບການຢູ່ສາທາລະນະລັດອາ
ຟຣິກາກາງ ບ່ອນທີ່ພັນທະມິດຂອງກຸ່ມກະບົດ ໄດ້ເຂົ້າຍຶດເອົາ ເມືອງຕ່າງໆແລະນາບຂູ່ທີ່ຈະໂຄ່ນລົ້ມປະທານາທິບໍດີຂອງປະ
ເທດນັ້ນລົງ.

ຢູ່ໃນຖະແຫລງການສະບັບນຶ່ງທີ່ນຳອອກເຜີຍແຜ່ໃນວັນພຸດ
ວານນີ້ ສະພາຄວາມໝັ້ນຄົງ ໄດ້ປະນາມການໂຈມຕີທີ່ເກີດ
ຂຶ້ນໃນມໍ່ໆນີ້ ຢູ່ພາກຕາເວັນອອກສຽງເໜືອຂອງປະເທດດັ່ງກ່າວ
ໂດຍເວົ້າວ່າ ການສູ້ລົບກັນແມ່ນເປັນການນາບຂູ່ຕໍ່ພົນລະເຮືອນ
ແລະສະຖຽນລະ ພາບຂອງສາທາລະນະລັດອາຟຣິກາກາງ.

ພວກກຸ່ມກະບົດໄດ້ເຂົ້າຍຶດເອົາເມືອງ Kabo ຢູ່ທາງພາກເໜືອຂອງປະເທດ ໃນວັນພຸດ ວານນີ້ ນຶ່ງມື້ລຸນຫລັງກໍາລັງທະຫານຈາກປະເທດ Chad ທີ່ເປັນເພື່ອນບ້ານນັ້ນ ໄດ້ໄປ ເຖິງຍ້ອນຄໍາຮ້ອງຂໍຂອງປະທານາທິບໍດີອາຟຣິກາກາງ ທ່ານ Francois Bozize ເພື່ອ ຊ່ວຍສູ້ລົບກັບພວກກະບົດດັ່ງກ່າວ.

ທ່ານນາງ Nkosazana Dlamini-Zuma ປະທານສະຫະພາບອາຟຣິກາ ກໍໄດ້ສະແດງ ຄວາມກັງວົນກ່ຽວກັບສະພາບດັ່ງກ່າວເຊັ່ນກັນ ໂດຍໄດ້ປະນາມການເຂົ້າຍຶດເອົາເມືອງ Ndele, Sam-Ouandja, Bamingui ແລະ Bria ຂອງພວກກະບົດເມື່ອໄວໆມານີ້.
XS
SM
MD
LG