ລິ້ງ ສຳຫລັບເຂົ້າຫາ

ວັນຈັນ, ໒໐ ພຶດສະພາ ໒໐໒໔

ນາຍ Kaing Guek Eav ຖືກຕັດສິນໂທດ ຈຳຄຸກຕະຫລອດຊີວິດ


ອະດີດຫົວໜ້າຄຸກຂະເໝນແດງ ນາຍ Kaing Guek Eav ຫລືຮູ້ອີກວ່ານາຍ Duch ກໍາລັງເຄົາລົບສານ ຕັດສີນ ໃນລະຫວ່າງການຂໍອຸທອນໂທດ ໃນກໍາປູເຈຍ ຢູ່ນອກກຸງພະນົມເປັນ ໃນວັນທີ 3 ກຸມພາ 2012.
ອະດີດຫົວໜ້າຄຸກຂະເໝນແດງ ນາຍ Kaing Guek Eav ຫລືຮູ້ອີກວ່ານາຍ Duch ກໍາລັງເຄົາລົບສານ ຕັດສີນ ໃນລະຫວ່າງການຂໍອຸທອນໂທດ ໃນກໍາປູເຈຍ ຢູ່ນອກກຸງພະນົມເປັນ ໃນວັນທີ 3 ກຸມພາ 2012.

ສານ​ອາ​ຊະ​ຍາ​ກຳ​ສົງຄາມ​ທີ່​ໄດ້​ຮັບ​ການ​ໜຸນ​ຫຼັງຈາກ ອົງການ​ສະຫະ​ປະຊາ​ຊາດ ​ໃນ​
ກຳປູ​ເຈຍ ​ໄດ້​ສັ່ງ​ໃຫ້​ຫົວໜ້າ​ຂະ​ເໝນ​ແດງຄົນ​ສຳຄັນ​ຈໍາຄຸ​ກຕະຫລອດ​ຊີວິດ ຍ້ອນ​ໂທດ​
ກຳ​ທີ່​ທາງ​ສານ​ເວົ້າວ່າ ຮ້າຍ​ແຮງທີ່​ສຸດ​ໃນ​ປະ​ຫວັດສາດຂອງ​ມະນຸ​ດຊາດ.”

ການ​ຕັດສິນທີ່​ວ່ານີ້​ໄດ້​ເພີ້​ມ​ໂທດຂື້ນ​ຈາກ​ການ​ຕັດສິນ​ຂອງສານ​ຊັ້ນ​ຕົ້ນ ທີ່​ໃຫ້​ຈຳ​ຄຸກ
ພຽງ​ແຕ່ 19 ປີ ​ແລະໄດ້​ຂໍອຸທອນໂດຍ​ຄະນະໄອ​ຍະ​ການ​ວ່າ ​ເປັນ​ການ​ລົງ​ໂທດ
ທີ່​ເບົາ​ໂພດ.

ປະທານ​ຂອງ​ສານ ທ່ານ Kong Srim ກ່າວໃນ​ການ​ອ່ານ​ຄຳ​ພິພາກສາ​ຕໍ່​ນາຍ
Kaing Guek Eav ທີ່​ຊາບກັນ​ດີ​ໃນ​ອີກ​ຊື່​ນຶ່ງວ່າ Duch ນັ້ນ​ເປັນບຸກຄົນທີ່​ໜ້າ​ຢ້ານ​
ກົວ​ແລະ​ໂຫດ​ຮ້າຍ​ທີ່​ສຸດ ທີ່​ສົມຄວນ​ໄດ້​ຮັບ “ການ​ລົງ​ໂທດທີ່​ໜັກ​ທີ່​ສຸດ.”

ສານ​ນາໆ​ຊາດ ​ກ່າວ​ວ່າ ນາຍ Duch ​ເປັນ​ຜູ້​ຄວບ​ຄຸມ “ການສັງຫານໂຫດ” ຢູ່​ທີ່​ຄຸກ
Tuol Sleng ທີ່​ໜ້າ​ຢ້ານ​ກົວໃນ​ຊຸມປີ 1970 ຊຶ່ງເປັນ​ຜູ້​ຮັບຜິດ​ຊອບ​ກ່ຽວັບການ​ຕາຍ
ຂອງ​ຜູ້​ຄົນ​ປະມານ 14,000 ຄົນ.

ນາຍ Duch ​ໄດ້​ຮັບ​ສາລະ​ພາບກ່ຽວ​ກັບ​ບົດບາດ​ຂອງ​ລາວ ​ແຕ່​ວ່າ​ລາວ​ໄດ້​ຂໍ​ຮ້ອງ​ໃຫ້​
ອະ​ໄພ​ໂທດ​ແກ່​ລາວ ​ໂດຍກ່າ​ວວ່າ ລາວ​ພຽງ​ແຕ່ໄດ້​ປະຕິບັດຕາ​ມຄໍາ​ສັ່ງຈາກຜູ້ນຳ​
ອະ​ວຸ​ໂສ​ຂອງຂະ​ເໝນ​ແດງ.

XS
SM
MD
LG