ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສປຊ ຮຽກຮ້ອງກຸ່ມຕາລີບານ ໃຫ້ເປີດເຜີຍສະຖານທີ່ຂອງແມ່ຍິງ 6 ຄົນ ທີ່ຖືກລັກພາຕົວ


ແມ່ຍິງ ອັຟການິສຖານ ຮ້ອງຄຳຂວັນໃນລະຫວ່າງການປະທ້ວງຕໍ່ການຫ້າມຕໍ່ແມ່ຍິງຂອງກຸ່ມຕາລີບານ, ນະຄອນຫຼວງ ກາບູລ, ອັຟການິສຖານ. 28 ທັນວາ, 2021.
ແມ່ຍິງ ອັຟການິສຖານ ຮ້ອງຄຳຂວັນໃນລະຫວ່າງການປະທ້ວງຕໍ່ການຫ້າມຕໍ່ແມ່ຍິງຂອງກຸ່ມຕາລີບານ, ນະຄອນຫຼວງ ກາບູລ, ອັຟການິສຖານ. 28 ທັນວາ, 2021.

ຫ້ອງການສິດທິມະນຸດຂອງອົງການສະຫະປະຊາຊາດໄດ້ຮຽກຮ້ອງກຸ່ມຕາລີບານ ສະ​ໜອງຂໍ້ມູນ ກ່ຽວກັບ ສະຖານທີ່ຂອງແມ່ຍິງ 6 ຄົນ ຜູ້ທີ່ຖືກລັກພາຕົວ ເມື່ອສອງອາທິດທີ່ຜ່ານມາໃນນະຄອນ ຫຼວງ ກາບູລ ຂອງ ອັຟການິສຖານ. ນັກຂ່າວວີໂອເອ ລີຊາ ສໄລນ໌ ມີລາຍງານຈາກນະຄອນ ເຈນີວາ, ເຊິ່ງ ພຸດທະສອນ ຈະນຳລາຍລະອຽດມາສະເໜີທ່ານໃນອັນດັບຕໍ່ໄປ.

ອົງການສິດ​ທິ​ມະ​ນຸດ​ສະ​ຫະ​ປະ​ຊາ​ຊາດ​ກ່າວວ່າ ເຂົາເຈົ້າມີຄວາມເປັນຫ່ວງເປັນຢ່າງຍິ່ງ ກ່ຽວກັບ ຊະຕາກຳຂອງ 6 ຄົນຜູ້ທີ່ຖືກລັກພາຕົວໃນການເຊື່ອມໂຍມກັບການປະທ້ວງຮຽກ​ຮ້ອງ​ເອົາສິດທິຂອງແມ່ຍິງໃນນະຄອນຫຼວງ ກາບູລ. ໃນວັນເສົາທີ່ຜ່ານມາ, ພວກເຈົ້າໜ້າທີ່ຕາລີບານ ໄດ້ປະກາດວ່າ ພວກເຂົາກຳລັງສືບສວນສອບສວນການຫາຍຕົວໄປຂອງບຸກຄົນທີ່ວ່ານີ້.

ໂຄສົກສິດທິມະນຸດອົງການສະຫະປະຊາຊາດ ທ່ານນາງ ຣາວີນາ ຊາມດາຊານີ ໄດ້ກ່າວວ່າ ບໍ່ມີຂໍ້ມູນທີ່ຖືກຢືນຢັນ ກ່ຽວກັບ ທີ່ຢູ່ຂອງເຂົາເຈົ້າທີ່ໄດ້ຮັບມາ.

ທ່ານນາງ ຊາມດາຊານີ ໄດ້ກ່າວວ່າ “ພວກເຮົາຮຽກຮ້ອງເຈົ້າໜ້າທີ່ໆແທ້ຈິງໃຫ້ລາຍງານຢ່າງເປີດ ເຜີຍ ກ່ຽວກັບ ການຄົ້ນພົບໃນການສືບສວນສອບສວນຂອງເຂົາເຈົ້າ ໃນການລັກພາຕົວ ແລະ ການຫາຍຕົວໄປຂອງແມ່ຍິງທີ່ວ່ານີ້ ແລະ ຍາດຕິພີ່ນ້ອງຂອງເຂົາເຈົ້າ, ແລະ ໃຫ້ເອົາມາດຕະການທີ່ເປັນໄປໄດ້ທຸກຢ່າງເພື່ອຮັບປະກັນຄວາມປອດໄພ ແລະ ປ່ອຍຕົວເຂົາເຈົ້າໃນທັນທີ, ແລະ ໃຫ້ນຳເອົາຄົນພວກນັ້ນ ມາຮັບຜິດຊອບຕໍ່ການກະທຳຜິດ.”

ທ່ານນາງ ຊາມດາຊານີ ໄດ້ກ່າວວ່ານັບຕັ້ງແຕ່ພວກແມ່ຍິງທີ່ວ່ານັ້ນຖືກລັກພາຕົວໄປ, ມັນໄດ້ມີລາຍ ງານທີ່ໜ້າເປັນຫ່ວງ ກ່ຽວກັບ ການກວດຄົ້ນຢູ່ບ້ານຂອງແມ່ຍິງຄົນອື່ນ ຜູ້ທີ່ໄດ້ເຂົ້າຮ່ວມໃນການປະທ້ວງຕ່າງໆນັ້ນ. ທ່ານນາງເວົ້າວ່າຂໍ້ມູນ ກ່ຽວກັບ ບ່ອນທີ່ເຂົາເຈົ້າຖືກນຳຕົວໄປ ແລະ ຄວາມຢູ່ດີກິນດີຂອງເຂົາເຈົ້າແມ່ນບໍ່ມີ ແລະ ບໍ່ຈະແຈ້ງ. ທ່ານນາງເວົ້າວ່າ ທັງໝົດນີ້ກໍ່ໃຫ້ເກີດຄວາມຢ້ານກົວ ແລະ ຄວາມບໍ່ແນ່ນອນ.

ທ່ານນາງ ຊາມດາຊານີ ກ່າວວ່າ “ລາຍງານພວກນີ້ຍັງໄດ້ເຮັດໃຫ້ມີຄວາມເຂົ້າໃຈດີກວ່າເກົ່າ ກ່ຽວ ກັບ ສິ່ງທີ່ປາກົດວ່າຈະເປັນຮູບແບບຂອງການຈັບກຸມໂດຍພາລະການ ແລະ ການກັກຂັງ, ເຊັ່ນດຽວກັບການທໍລະມານ ແລະ ການກົດຂີ່ຂົ່ມເຫັງ ຕໍ່ພວກນັກເຄື່ອນໄຫວສັງຄົມພົນລະເຮືອນ, ນັກຂ່າວ ແລະ ພະ ນັກງານສື່ມວນຊົນ, ແລະ ອະດີດເຈົ້າໜ້າທີ່ລັດຖະບານ ແລະ ກອງກຳລັງຮັກ ສາຄວາມປອດໄພໃນ ອັຟການິສຖານ. ພວກເຮົາຍັງສືບຕໍ່ໄດ້ຮັບການກ່າວຫາທີ່ໜ້າເຊື່ອຖື ກ່ຽວກັບ ການລ່ວງລະເມີດສິດທິມະນຸດທີ່ຮ້າຍແຮງອື່ນໆ.”

ທ່ານນາງ ຊາມດາຊານີ ກ່າວວ່າ ການຄວບຄຸມຜູ້ຄັດຄ້ານປາກົດວ່າຈະຮັດກຸມຂຶ້ນ.

ໂຄສົກກຸ່ມຕາລີບານ ທ້າວ ຊາບີຮຸລລາ ມູຈາຮິດ ໄດ້ສະແດງຄວາມໂມໂຫຕໍ່ການຕຳໜິວິຈານຄືແນວນີ້. ໃນການຕອບຄຳຖາມສື່ມວນຊົນໃນຕົ້ນອາທິດນີ້ ກ່ຽວກັບ ການຫາຍສາບສູນນຂອງແມ່ຍິງຫົກຄົນດັ່ງກ່າວ, ລາວໄດ້ປະຕິເສດວ່າບໍ່ມີໃຜຖືກກັກຂັງ. ຕໍ່ມາລາວໄດ້ກ່າວວ່າ ພວກເຈົ້າໜ້າທີ່ ມີສິດທີ່ຈະ “ຈັບ ແລະ ກັກຂັງຜູ້ຄັດຄ້ານ ຫຼື ຜູ້ທີ່ລະເມີດກົດໝາຍ.”

ອ່ານລາຍງານນີ້ເປັນພາສາອັງກິດ

XS
SM
MD
LG