ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໖ ເມສາ ໒໐໒໔

ສປຊ ຮຽກຮ້ອງໃຫ້ເອທິໂອເປຍ ອະນຸຍາດໃຫ້ສືບສວນ ຕໍ່ການກ່າວຫາ ມີການສັງຫານໝູ່ ຢູ່ໃນເຂດທິເກຣ


ຄົນພາກັນໄວ້ອາໄລບັນດາຜູ້ເຄາະຮ້າຍ ຢູ່ຕໍ່ໜ້າຂຸມຝັງສົບໝູ່ ທີ່ກ່າວຫາວ່າ ທະຫານເພື່ອນບ້ານເອຣິເທຣຍເປັນຜູ້ສັງຫານ ຢູ່ບ້ານດັງໂກລັດ ພາກເໜືອຂອງເມເກີລີ ນະຄອນຫຼວງຂອງເຂດທິເກຣ ເມື່ອວັນທີ 26 ກຸມພາ 2021.
ຄົນພາກັນໄວ້ອາໄລບັນດາຜູ້ເຄາະຮ້າຍ ຢູ່ຕໍ່ໜ້າຂຸມຝັງສົບໝູ່ ທີ່ກ່າວຫາວ່າ ທະຫານເພື່ອນບ້ານເອຣິເທຣຍເປັນຜູ້ສັງຫານ ຢູ່ບ້ານດັງໂກລັດ ພາກເໜືອຂອງເມເກີລີ ນະຄອນຫຼວງຂອງເຂດທິເກຣ ເມື່ອວັນທີ 26 ກຸມພາ 2021.

ອົງການຂ້າຫຼວງໃຫຍ່ດ້ານສິດທິມະນຸດສະຫະປະຊາຊາດ ໄດ້ຮຽກຮ້ອງໃຫ້ເອທິ ໂອເປຍ
ອະນຸຍາດໃຫ້ມີການສືບສວນ ກ່ຽວກັບກ່າວຫາຄາດຕະກຳ ແລະການ ກະທຳທີ່ຮຸນແຮງ
ທາງເພດ ຢູ່ໃນຂົງເຂດທີເກຣ ທີ່ອາດເປັນການກໍ່ອາຊະຍາກຳສົງຄາມ.

ທ່ານນາງມີແຊລ ບາເຊີແລັດ ຖະແຫຼງໃນວັນພະຫັດວານນີ້ວ່າ “ພວກຂໍເຮົາຮຽກຮ້ອງ ໃຫ້
ລັດຖະບານເອທິໂອເປຍ ອະນຸຍາດໃຫ້ຫ້ອງການຂ້າພະເຈົ້າ ແລະບັນ ດາຜູ້ສັງເກດການ
ອື່ນໆ ເຂົ້າໄປຫາຂົງເຂດທິເກຣ ເພື່ອຊອກຫາຄວາມຈິງ ແລະ ປະກອບສ່ວນຕໍ່ການຮັບ
ຜິດຊອບໂດຍບໍ່ສໍາຄັນວ່າພວກກະທຳຄວາມຜິດນັ້ນເປັນຝ່າຍໃດ.”

ມີການສົ່ງກຳລັງທະຫານລັດຖະບານກາງໄປຍັງເຂດດັ່ງກ່າວໂດຍນາຍົກລັດຖມົນຕີ
ອາບີອີ ອາເມັດ ເພື່ອຕໍ່ສູ້ກັບອະດີດພັກລັດຖະບານ ຄືພັກແນວໂຮມປົດ ປ່ອຍປະຊາຊົນ
ທີເກຣ ຫຼື TPLF.ມີຫຼາຍພັນຄົນ ໄດ້ເສຍຊີວິດຢູ່ໃນຂົງເຂດດັ່ງ ກ່າວ ບ່ອນທີ່ຫຼາຍຮ້ອຍພັນ
ຄົນໄດ້ກາງຕໍ່ການຊ່ວຍເຫຼືອທາງດ້ານອາຫານ ກ່ອນທີ່ບັນຫາຂັດແຍ້ງເລີ້ມຂຶ້ນ ອີງຕາມ
ອົງການສະຫະປະຊາຊາດ.

ຍານາງບາເຊີແລັດ ກ່າວວ່າ “ການວິເຄາຂໍ້ມູນຂັ້ນຕົ້ນທີ່ໄດ້ສະແດງໃຫ້ເຫັນວ່າ ມີການ
ລະເມີດກົດໝາຍສາກົນຢ່າງຮ້າຍແຮງ ບາງທີອາດຮ້າຍແຮງເທົ່າກັບການກໍ່ອາຊະຍາກຳ
ສົງຄາມ ແລະການກໍ່ໂທດກໍາຕ້ານມະນຸດຊາດ ຊຶ່ງອາດໄດ້ມີ ການກໍ່ຂຶ້ນໂດຍຫຼາຍໆພັກ
ຝ່າຍ ທີ່ຢູ່ໃນການຂັດແຍ້ງ.”

ນອກຈາກພັກແນວໂຮມ TPLF ແລ້ວ ທ່ານນາງບາຊາແລັດ ໄດ້ໃຫ້ຂໍ້ສັງເກດ ວ່າ ກຳລັງ
ກອງທັບແຫ່ງຊາດຂອງເອທິໂອເປຍ ກຳລັງທະຫານເອຣິເທຣຍ ແລະກຳລັງໃນຂົງເຂດອຳຮາຣາ ແລະພວກທະຫານບ້ານທີ່ເປັນເຄືອຂ່າຍ ແມ່ນເປັນ ພວກຕ້ອງສົງໄສກະທຳຜິດ ໃນ
ການກ່າວຫາກະທຳການຄາດຕະກໍາ ແລະການລວນລາມທາງເພດ.

ລັດຖະບານຂອງທ່ານອາບີອີ ຜູ້ປົກຄອງເຂດທິເກຣ ແລະພັກແນວໂຮມ TPLF ບໍ່ໄດ້ໃຫ້
ຄວາມເຫັນໃດໆ ຕໍ່ຖະແຫຼງການຂອງຫົວໜ້າສິດທິມະນຸດສະຫະປະຊາ ຊາດໃນທັນທີ.
ຫ້ອງການນາຍົກລັດຖະມົນຕີ ເຖິງຢ່າງໃດກໍດີກ່າວວ່າ “ບໍ່ມີບຸກ ຄົນໃດ ຫຼືຜູ້ໃດ ຄົນໃນຊາດ
ຫຼືຕ່າງປະເທດ ຢູ່ ເໜືອກົດໝາຍ ຂອງແຜ່ນດິນ” ຢູ່ໃນຖະແຫຼງການທີ່ອອກເຜີຍແຜ່ ໃນວັນທີ 3 ມີນາ ກ່ຽວກັບການລະເມີດສິດທິ ມະນຸດ ຢູ່ໃນຂົງເຂດທີເກຣ.

[[https://www.pmo.gov.et/media/documents/Mar_3_-_Statement_on_the_Tigray_Region_Rule_of_Law_Operations.pdf]].

ການຮ້ອງຂໍໃຫ້ມີການສືບສວນຂອງທ່ານນາງບາເຊີແລັດ ຍັງຕິດຕາມມາດ້ວຍ ລາຍງານ
ນຶ່ງອີກຕ່າງຫາກ ໂດຍອົງການນິລະໂທດສາກົນ ແລະອົງການຂ່າວ CNN ຂອງສະຫະລັດ
ກ່ຽວກັນການກ່າວຫາ ວ່າມີການສັງຫານໝູ່ ໂດຍກຳ ລັງເອຣິເທຣຍໃນເມືອງອາຊໍາ ແລະ
ໂບດເກົ່າແກ່ຂອງມາຣິຍາມ ເດັງເກີລາດ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG