ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອົງ​ການ​ ສະ​ຫະ​ປະ​ຊາ​ຊາດ ຮຽກ​ຮ້ອງ ​ການສະ​ຫງົບ​ເສິກ ໃນ​ປະ​ເທດ ລີ​ເບຍ


ສະ​ມາ​ຊິກກອງ​ທັບ​ບົກ​ແຫ່ງ​ຊາດ ລີ​ເບຍ, ບັນ​ຊາ​ໂດຍ​ທ່ານ ຄາ​ລີ​ຟາ ຮັ​ຟ​ຕາ, ມຸ່ງ​ໜ້າ​ຈາກ​ເມືອງ ເບັງ​ກາ​ຊີ ເພື່ອສະ​ໜັບ​ສະ​ໜູນກອງ​ກຳ​ລັງ​ທີ່​ເຄື່ອນ​ເຂົ້າ​ນະ​ຄອນຫຼວງ ທ​ຣິ​ໂປ​ລີ, ເມືອງ ເບັງ​ກາ​ຊີ, ລີ​ເບຍ. 7 ເມ​ສາ, 2019.
ສະ​ມາ​ຊິກກອງ​ທັບ​ບົກ​ແຫ່ງ​ຊາດ ລີ​ເບຍ, ບັນ​ຊາ​ໂດຍ​ທ່ານ ຄາ​ລີ​ຟາ ຮັ​ຟ​ຕາ, ມຸ່ງ​ໜ້າ​ຈາກ​ເມືອງ ເບັງ​ກາ​ຊີ ເພື່ອສະ​ໜັບ​ສະ​ໜູນກອງ​ກຳ​ລັງ​ທີ່​ເຄື່ອນ​ເຂົ້າ​ນະ​ຄອນຫຼວງ ທ​ຣິ​ໂປ​ລີ, ເມືອງ ເບັງ​ກາ​ຊີ, ລີ​ເບຍ. 7 ເມ​ສາ, 2019.

ສະ​ຫະ​ລັດ ໄດ້​ອອກ​ “ການ​ຮຽກ​ຮ້ອງສຸກ​ເສີນ” ສຳ​ລັບ​ການ​ສະ​ຫງົບ​ເສິກ​ສອງ​ຊົ່ວ​ໂມງ
ຢູ່​ເຂດ​ນອກ​ນະ​ຄອນຫຼວງ ທ​ຣິ​ໂປ​ລີ ເພື່ອ​ອົບ​ພະ​ຍົບ​ພົນ​ລະ​ເຮືອນ ແລະ ຜູ້​ທີ່​ໄດ້​ຮັບ
ບາດເຈັບ, ໃນຂະນະທີ່ກອງກຳລັງທີ່ຈົງຮັກພັກດີຕໍ່ຜູ້ບັນຊາການທະຫານ ນາຍພົນ
ຄາລີຟາ ຮັຟຕາ ສືບຕໍ່ການຜັກດັນ ທີ່ເພັ່ງເລັງໃສ່ການຍຶດເອົານະຄອນຫຼວງ.

ນາ​ຍົກ​ລັດ​ຖະ​ມົນ​ຕີ​ ລີ​ເບຍ ທີ່​ໄດ້​ຮັບ​ການ​ໜູນຫຼັງ​ໂດຍ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ, ທ່ານ
ຟາເຢສ ຊາຣາຈ໌, ໄດ້ເອີ້ນການກະທຳຂອງທ່ານ ຮັຟຕາ ວ່າພະຍາຍາມກໍ່ລັດຖະປະ
ຫານ. ທ່ານ ຮັຟຕາ ແລະ ກອງກຳລັງຂອງທ່ານປາກົດວ່າຈະມີຄວາມໄດ້ປຽບຢູ່ຕາມ
ເຂດນອກຂອງນະຄອນຫຼວງ, ແຕ່ທ່ານ ຊາຣາຈ໌ ໄດ້ກ່າວວ່າກອງກຳລັງລັດຖະບານ
ໄດ້ກຽມພ້ອມທີ່ຈະປະເຊີນໜ້າກັບພວກເຂົາແລ້ວ.

ອົງ​ການ UNSMIL ເຊິ່ງ​ແມ່ນ​ອົງ​ການ​ຂອງ​ສະ​ຫະ​ປະ​ຊາ​ຊາດ​ທີ່​ປະ​ຕິ​ບັດ​ພາ​ລະ​ກິດ​ໃນ
ລີເບຍ, ໄດ້ຮຽກຮ້ອງທຸກຝ່າຍຢູ່ໃນຂົງເຂດໃຫ້ເຄົາລົບການສະຫງົບເສິກມະນຸດສະທຳ
ສອງຊົ່ວໂມງ.

ດ້ວຍ​ການ​ຄາດ​ວ່າ​ຈະ​ມີ​ຄວາມ​ຮຸນ​ແຮງ​ນັ້ນ, ສະ​ຫະ​ລັດ ໄດ້​ຖອນກອງ​ກຳ​ລັງ​ສົມ​ທົບ​
ອອກຈາກນະຄອນຫຼວງ ທຣິບໂປລີ.

ນາຍ​ພົນທະ​ຫານ​ນາ​ວິ​ກະ​ໂຍ​ທິນ ທ່ານ ທອມ​ມັ​ສ ວາ​ລ​ຮອ​ສ​ເຊີ, ຫົວ​ໜ້າ​ຂອງກອງ​ບັນ
ຊາການສະຫາລັດ ປະຈຳ ອາຟຣິກາ ກ່າວວ່າ “ຄວາມປອດໄພທີ່ເປັນຈິງຢູ່ເທິງພື້ນດິນ
ໃນ ລີເບຍ ແມ່ນກຳລັງສັບຊ້ອນຍິ່ງຂຶ້ນ ແລະ ຄາດເດົາບໍ່ໄດ້.”

ສະ​ຫະ​ລັດ ໄດ້​ຮັກ​ສາ​ກອງ​ກຳ​ລັງ​ຈຳ​ນວນ​ນ້ອຍ​ໄວ້​ໃນ ລີ​ເບຍ ເພື່ອ​ສະ​ໜອງ​ການ​ຊ່ວຍ
ເຫຼືອສຳລັບການປະຕິບັດການດ້ານການທູດ, ປະ​ຕິ​ບັດ​ການປາບປາມລັດທິກໍ່ການ
ຮ້າຍ ແລະ ປັບປຸງການຮັກສາຄວາມປອດໄພຢູ່ພາກພື້ນ.

ສື່ມວນ​ຊົນ ອາ​ຣັບ ໄດ້​ອອກ​ອາ​ກາດ​ວີ​ດີ​ໂອ ກ່ຽວ​ກັບ ກອງ​ກຳ​ລັງ​ຂອງ​ທ່ານ ຮັ​ຟ​ຕາ
ເດີນທາງເຂົ້າປະຕູຂອງສະໜາມບິນສາກົນ ທຣິບໂປລີ ທີ່ຕອນນີ້ຖືກປິດໄວ້, ກ່ອນ
ເຂົ້າປະຈຳຕຳແໜ່ງຢູ່ນອກອາຄານສະໜາມບິນ ແລະ ຢູ່ຕາມທາງແລ່ນ ຂອງເຮືອ
ບິນທີ່ບໍ່ຖືກໃຊ້. ມັນບໍ່ມີການປາກົດໃຫ້ເຫັນວ່າຈະມີການຕໍ່ຕ້ານກັບ ການເຂົ້າຍຶດ
ດັ່ງກ່າວ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG