ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຜູ້ນຳ ສປຊ ຮຽກຮ້ອງ ໃຫ້ສືບສວນ ແບບເປັນ ອິດສະຫຼະ ໃນການປະທະກັນ ຢູ່ເຂດກາຊາ


ພວກປະທ້ວງປາແລສໄຕນ໌ ຂົນເອົາພວກຊາວໜຸ່ມ ທີ່ບາດເຈັບ ອອກໄປ ໃນການປະທະກັນ ກັບທະຫານອິສຣາແອລ ໃກ້ໆເມືອງ ຄານ ຢູນິສ. (ວັນທີ 30 ມີນາ 2018)
ພວກປະທ້ວງປາແລສໄຕນ໌ ຂົນເອົາພວກຊາວໜຸ່ມ ທີ່ບາດເຈັບ ອອກໄປ ໃນການປະທະກັນ ກັບທະຫານອິສຣາແອລ ໃກ້ໆເມືອງ ຄານ ຢູນິສ. (ວັນທີ 30 ມີນາ 2018)

ເລຂາທິການໃຫຍ່ ຂອງອົງການສະຫະປະຊາຊາດ ທ່ານອານໂຕນິໂອ ກູຕິເຣສ ຮຽກ
ຮ້ອງໃຫ້ “ທຳການສືບສວນແບບເປັນອິດສະຫຼະແລະມີຄວາມໂປ່ງໃສ” ກ່ຽວກັບການ
ປະທະກັນຢ່າງຮ້າຍແຮງ ຢູ່ຕາມຊາຍແດນອິສຣາແອລຕິດກັບເຂດກາຊາ ໃນວັນສຸກ
ວານນີ້ ທີ່ເຮັດໃຫ້ຊາວປາແລສໄຕນ໌ ເສຍຊີວິດບໍ່ຕ່ຳກວ່າ 15 ຄົນ ແລະບາດເຈັບອີກ
1,400 ຄົນ ຮວມທັງ 750 ຄົນ ທີ່ຖືກລູກປືນ.

ສະພາຄວາມໝັ້ນຄົງ ອົງການສະຫະປະຊາຊາດ ໄດ້ເປີດປະຊຸມສຸກເສີນ ໃນວັນສຸກ
ວານນີ້ ເພື່ອຫາລືກ່ຽວກັບສະຖານະການທີ່ພວມຜັນຂະຫຍາຍຢູ່ໃນເຂດກາຊາ​ແຕ່ບໍ່
ໄດ້ຕັດສິນໃຈກ່ຽວກັບການເອົາມາດຕະການຫຼືອອກຖະແຫຼງການຮ່ວມໃດໆ.

ອີງຕາມເອກອັກຄະລັດຖະທູດອິສຣາແອລ ປະຈຳ ສປຊ ທ່ານແດນນີ ແດນອນແລ້ວ “ການຮັບຮູ້ ເຈຣູຊາແລັມ ເປັນນະຄອນຫຼວງ ຂອງອິສຣາແອລ ແມ່ນບາດກ້າວ ທີ່ສຳຄັນ ແລະຈຳເປັນ ເພື່ອ ສ້າງສັນຕິພາບ.”
ອີງຕາມເອກອັກຄະລັດຖະທູດອິສຣາແອລ ປະຈຳ ສປຊ ທ່ານແດນນີ ແດນອນແລ້ວ “ການຮັບຮູ້ ເຈຣູຊາແລັມ ເປັນນະຄອນຫຼວງ ຂອງອິສຣາແອລ ແມ່ນບາດກ້າວ ທີ່ສຳຄັນ ແລະຈຳເປັນ ເພື່ອ ສ້າງສັນຕິພາບ.”

ທ່ານແດນນີ ແດນອນ (Danny Danon) ເອກອັກຄະລັດຖະທູດອິສຣາແອລປະຈຳ
ອົງການສະຫະປະຊາຊາດ ກ່າວວ່າ ກອງປະຊຸມສຸກເສີນໄດ້ມີຂຶ້ນ “ທັງໆທີ່ໄດ້ມີການ
ຄັດຄ້ານຢ່າງແຂງຂັນ ຈາກອິສຣາແອລ ແລະສະຫະລັດ ແລະຮ້ອງຂໍໃຫ້ເລື່ອນ ກອງ
ປະຊຸມດັ່ງກ່າວອອກໄປໃສ່ ຫຼັງວັນພັກແພັສໂອເວີ້.”

ທ່ານແດນອນກ່າວວ່າ “ໃນຂະນະທີ່ຊາວຢິວຢູ່ໃນທົ່ວໂລກເຕົ້າໂຮມກັນກັບຄອບຄົວ
ຂອງພວກເຂົາເຈົ້າ ທີ່ໂຕະອາຫານເພື່ອສະເຫຼີມສະຫຼອງວັນພັກແພັສໂອເວີ້ ຊາວປາ
ແລສໄຕນ໌ ກັບພັດໃຊ້ເລ້ຫຼ່ຽມໃໝ່ ທີ່ຕ່ຳຊ້າ ເພື່ອວ່າ ພວກເຂົາເຈົ້າ ຈະສາມາດໃຊ້ອົງ
ການສະຫະປະຊາຊາດເຜີຍແຜ່ຄວາມຂີ້ຕົວະຂອງພວກເຂົາເຈົ້າກ່ຽວກັບອິສຣາແອລ.”

ຊາວປາແລສໄຕນ໌ ທີ່ໄປຮ່ວມພິທີສູດມົນ ໃນມື້ວັນສຸກ ທີ່ເມືອງຕູບຜ້າຕັ້ງ ໃກ້ໆຊາຍແດນ ອິສຣາແອລ
ຊາວປາແລສໄຕນ໌ ທີ່ໄປຮ່ວມພິທີສູດມົນ ໃນມື້ວັນສຸກ ທີ່ເມືອງຕູບຜ້າຕັ້ງ ໃກ້ໆຊາຍແດນ ອິສຣາແອລ

​ກອງທັບອິສຣາແອລ ກ່າວວ່າ ທະຫານຂອງຕົນ ໄດ້ໃຊ້ “ການປາບຈະລາຈົນ” ຂັບໄລ່
ນຶ່ງໃນການເດີນຂະບວນປະທ້ວງທີ່ໃຫຍ່ທີ່ສຸດຂອງຊາວປາແລສໄຕນ໌ ແລະຄວາມຮຸນ
ແຮງທີ່ລະເບີດຂຶ້ນໃນເຂດຊາຍແດນໃນໄລຍະບໍ່ເທົ່າໃດປີທີ່ຜ່ານມານີ້.

ຄວາມຮຸນແຮງໄດ້ລະເບີດຂຶ້ນໃນຂະນະທີ່ຊາວປາແລສໄຕນ໌ຫຼາຍພັນຄົນພວມມຸ່ງໜ້າ
ໄປສູ່ຊາຍແດນ. ກອງທັບອິສຣາແອລກ່າວວ່າ ກອງທັບຂອງຕົນໄດ້ຕອບໂຕ້ ຕໍ່ “ພວກ
ກໍ່ການທີ່ໃຫຍ່ທີ່ສຸດ” ທີ່ພາກັນແກວ່ງກ້ອນຫີນ ແລະຈູດຢາງຕີນລົດ ກິ້ງໄປໃສ່ທະຫານ.
ນອກນັ້ນກອງທັບອິສຣາແອລຍັງກ່າວຫາວ່າ ພວກຫົວຮຸນແຮງໄດ້ພະຍາຍາມທີ່ຈະທຳ
ການໂຈມຕີ ໂດຍອາໄສການປະທ້ວງຂະໜາດໃຫຍ່ ເປັນສາກບັງໜ້າ.

ຊາວປາແລສໄຕນ໌ຄົນນຶ່ງ ຊັດຫຼາວໃສ່ທະຫານ ອິສຣາແອລ ໃນລະຫວ່າງ ການປະທ້ວງ (ວັນທີ 30 ມີນາ 2018)
ຊາວປາແລສໄຕນ໌ຄົນນຶ່ງ ຊັດຫຼາວໃສ່ທະຫານ ອິສຣາແອລ ໃນລະຫວ່າງ ການປະທ້ວງ (ວັນທີ 30 ມີນາ 2018)

ກະຊວງສາທາລະນະສຸກປາແລສໄຕນ໌ ກ່າວວ່າ ທະຫານອິສຣາແອລໄດ້ໃຊ້ລູກປືນແທ້
ລູກປືນລົມທີ່ມີຢ່າງຫຸ້ມເຫຼັກແລະລະເບີດນ້ຳຕາຍິງເຂົ້າໄປພວກປະທ້ວງ.

ມັນເປັນການປະທະກັນທີ່ຮ້າຍແຮງສຸດ ຢູ່ໃນເຂດກາຊາ ຊຶ່ງເປັນເຂດປົກຄອງຕົນເອງ
ຂອງປາແລສໄຕນ໌ ນັບແຕ່ສົງຄາມປີ 2014 ລະຫວ່າງອິສຣາແອລກັບກຸ່ມຮາມາສເປັນ
ຕົ້ນມາ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

Israel Palestinians
please wait
Embed

No media source currently available

0:00 0:02:40 0:00

XS
SM
MD
LG