ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ສະພາ​ຄວາມ​ໝັ້ນຄົງ​ ​ຮຽກຮ້ອງ ໃຫ້ຢຸດຍິງ ​​ເພື່ອ​ມະນຸດສະທຳ​ ຢູ່ຕາເວັນອອກກາງ (ວີດີໂອ/ສະໄລດ໌)


Israel Palestinian CNPK
please wait

No media source currently available

0:00 0:02:54 0:00

ສະພາ​ຄວາມ​ໝັ້ນຄົງ​ອົງການ​ສະຫະ​ປະຊາ​ຊາດ ​ໄດ້​ຮັບຮອງ​ເອົາ
​ຄຳ​ຖະ​ແຫລ​ງສະບັບ​ນຶ່ງ​ຂອງ​ປະທານ ທີ່​ສະໜັບສະໜຸນການ​ຢຸດ​ຍິງ
ເພື່ອ​ມະນຸດສະທຳ​ໂດຍ “ທັນທີ​ແລະ​ບໍ່​ມີເງື່ອນ​ໄຂໃດໆ​ທັງ​ສິ້ນ”
ລະຫວ່າງ ອິສຣາ​ແອ​ລ ​ແລະ ກຸ່ມ Hamas.

ມາດຕາການດັ່ງກ່າວ ທີ່​ໄດ້​ມີ​ການ​ສະ​ເໜີຂຶ້ນ ​ໃນ​ຕອນ​ເຊົ້າມືດ​
ວັນ​ຈັນ​ມື້​ນີ້ ​ຮຽກຮ້ອງ​ໃຫ້​ທັງ​ສອງ​ຝ່າຍ​ຢູ່​ໃນ​ການ​ຂັດ​ແຍ້​ງກັນນັ້ນ
ເອົາຫຼາຍໆ​ບາດກ້າວ ​ເພື່ອໃຫ້​ມີ​ “ການ​ຢຸດ​ຍິງ ທີ່​ຢັ້ງຢືນ​ແລະ
ໄດ້​ຮັບ​ການ​ປະຕິບັດ​ຕາມ​ໂດຍ​ເຕັມ.”
ຄຳ​ຖະ​ແຫລ​ງດັ່ງກ່າວ
​ຍັງ​ສະ​ແດງ​ອອກ​ ເຖິງ​ຄວາມ​ຈຳ​ເປັນ​ໃນ​ການ​ໃຫ້​ການ​ຊ່ອຍ​ເຫຼືອ​
ທາງ​ດ້ານມະນຸດສະທຳ ​ໂດຍ​ທັນທີ​ແກ່ພວກ​ປະຊາຊົນ ໃນ​ເຂດ Gaza.

ເອກອັກຄະ​ລັດຖະທູດ​ປາ​ແລ​ສ​ໄຕ ທ່ານ Riyad Mansour
ເອກອັກຄະ​ລັດຖະທູດ​ປາ​ແລ​ສ​ໄຕ ທ່ານ Riyad Mansour

​ການເຄື່ອນ​ໄຫວ​ດັ່ງກ່າວຂອງສະພາ​ຄວາມ​ໝັ້ນຄົງ ມີ​ຂຶ້ນ
ຫຼັງ​ຈາກທີ່ການ​ຕົກລົງ​ຢຸດ​ຍິງ​ກັນ​ ​ຫຼາຍໆ​ຄັ້ງບໍ່​ຢັ້ງຢືນ​ ນັບ​ຕັ້ງ
​ແຕ່ການປະ​ທະ​ກັນ​ໄດ້​ເກີດ​ຂຶ້ນເກືອບ 3 ສັບປະດາມາ​ແລ້ວນັ້ນ.

ເອກອັກຄະ​ລັດຖະທູດ​ປາ​ແລ​ສ​ໄຕ ທ່ານ Riyad Mansour
ກ່າວ​ວ່າທ່ານ​ຫວັງ​ວ່າ ຄຳ​ຖະ​ແຫລ​ງທີ່ວ່າ​ນີ້ ຈະ​ນຳໄປ​ສູ່ການ
ຢຸດ​ຍິງທີ່​ຍາວ​ນານ ແຕ່ທ່ານໄດ້​ຕຳ​ນິຕິ​ຕຽນ ສະພາ​ຄວາມ​
ໝັ້ນຄົງ​ ທີ່​ບໍ່​ໄດ້​ເອົາ​ບາດກ້າວ ທີ່ແຂງ​ຂັນ​ກ່ວາ​ນັ້ນ ​ແລະຮັບ
​ຜ່ານຮ່າງ​ຍັດຕິ ຕໍ່ຕ້ານ ​ອັນ​ທີ່ທ່ານເອີ້ນ​ວ່າ“ການບຸກ​ລຸກ
ຂອງອິສຣາ​ແອ​ລນັ້ນ.”

ທ່ານ Mansour ​ເວົ້າວ່າ: “ພວກ​ເຮົາໄດ້ຄາດ​ຫວັງ​ວ່າ ທາງສະພາ​ຄວາມ​ໝັ້ນຄົງ​ຈະ​
ຈັດການ​ກັບ​ບັນຫາ​ເລື້ອງ​ການ​ສະໜອງ​ການ​ປົກ​ປ້ອງ​ຄຸ້ມ​ຄອງ​ໃຫ້​ ແກ່ປະຊາຊົນຂອງ
​ພວກ​ເຮົາ ​ແລະ​ບັນຫາຄວາມ​ເປັນ​ຫວ່ງ​ອັນ​ຊອບ​ທຳ​ຂອງ​ປະຊາຊົນຂອງເຮົາໃນ​ເຂດ​
ກາຊານັ້ນ. ສະຖານະ​ການ​ທີ່​ເປັນ​ຢູ່​ດຽວ​ນີ້ ​ແມ່ນຈະ​ປ່ອຍ​ໃຫ້​ເປັນ​ແບບ​ນີ້​ຕໍ່​ໄປບໍ່​ໄດ້ ​
ແລະ​ການ​ທີ່​ຈະ​ກັບ​ຄືນ​ໄປ​ເປັນ​ແບບ​ເດີມ ກ່ອນ​ການບຸກ​ລຸກຂອງອິສຣາ​ແອ​ລນັ້ນ ​ກໍແມ່ນຈະປ່ອຍໃຫ້ ດຳ​ເນີນ​ສື​ບ​ຕໍ່​ໄປ​ ບໍ່ໄດ້ຄື​ກັນ.”

ວັນ​ຈັນ ​ແມ່ນ​ຂີດ​ໝາຍ​ວັນ​ເລີ້ມ​ຕົ້ນ ຂອງ​ວັນພັກ Edi al-Fitr ທີ່​ຊາວ​ມຸສລິ​ມ ພາກັນ​ອົດ​ອາຫານ. ໂບດ​ຂອງ​ຊາວມຸສລິ​ມ ທີ່ແນມເຫັນຈາກ​ເຂດ​ກາຊາ.ວັນທີ 28 ກໍລະກົດ, 2014.
ວັນ​ຈັນ ​ແມ່ນ​ຂີດ​ໝາຍ​ວັນ​ເລີ້ມ​ຕົ້ນ ຂອງ​ວັນພັກ Edi al-Fitr ທີ່​ຊາວ​ມຸສລິ​ມ ພາກັນ​ອົດ​ອາຫານ. ໂບດ​ຂອງ​ຊາວມຸສລິ​ມ ທີ່ແນມເຫັນຈາກ​ເຂດ​ກາຊາ.ວັນທີ 28 ກໍລະກົດ, 2014.

ເອກອັກຄະ​ ລັດຖະທູດອິສຣາ​ແອ​ລປະຈຳ​ອົງການ​ສະຫະປະ
ຊາ​ຊາດ ທ່ານ Ron Prosor ​ ກ່າວ​ວ່າ ກຸ່ມ Hamas ໄດ້​ຍິງ
​ຈະ​ຫລວດ 2,500 ລູກ​ໃສ່ອິສຣາ​ແອ​ລ ​ແລະກ່າ​ວຊ້ຳອີກ​ວ່າ
ຖ້າ​ຫາກອິສຣາ​ແອ​ລບໍ່​ປະ​ເຊີນ​ກັບ​ການ​ຖືກ​ໂຈມ​ຕີ ​ໂດຍຈະ​
ຫລວດ​ແລ້ວ ອິສຣາ​ແອ​ລ​ກໍ​ບໍ່ມີ​ຄວາມ​ຈຳ​ເປັນ​ທີ່​ຈະຕ້ອງໂຈມ​ຕີ
​ໂຕ້​ຕອບ​ຄືນ ​ເຊັ່ນ​ກັນ.

XS
SM
MD
LG