ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ກຸ່ມຮາມາສກ່າວວ່າ ການໂຈມຕີໃນເຂດກາຊາ ເຮັດໃຫ້ມີຜູ້ເສຍຊີວິດ 20 ຄົນ ແລະບາດເຈັບອີກ 150 ຄົນ


ປະຊາຊົນຜູ້ບາດເຈັບ ຮັບການປິ່ນປົວຢູ່ທີ່ໂຮງໝໍ ອາລ-ຊີຟາ ໃນເຂດກາຊາ, ລຸນຫຼັງໄດ້ຮັບລາຍງານການໂຈມຕີຂອງອິສຣາແອລ, ນັ້ນ ອີງຕາມກະລວງສາທາລະນະສຸກຂອງກາຊາ, ສົ່ງຜົນເຮັດໃຫ້ມີຜູ້ເສຍຊີວິດ 20 ຄົນ ແລະບາດເຈັບອີກ 150 ຄົນ ໃນລະຫວ່າງທີ່ພວກເຂົາເຈົ້າລໍຖ້າການຊ່ວຍເຫຼືອທາງດ້ານມະນຸດສະທໍາ, ວັນທີ 25 ມັງກອນ 2024.
ປະຊາຊົນຜູ້ບາດເຈັບ ຮັບການປິ່ນປົວຢູ່ທີ່ໂຮງໝໍ ອາລ-ຊີຟາ ໃນເຂດກາຊາ, ລຸນຫຼັງໄດ້ຮັບລາຍງານການໂຈມຕີຂອງອິສຣາແອລ, ນັ້ນ ອີງຕາມກະລວງສາທາລະນະສຸກຂອງກາຊາ, ສົ່ງຜົນເຮັດໃຫ້ມີຜູ້ເສຍຊີວິດ 20 ຄົນ ແລະບາດເຈັບອີກ 150 ຄົນ ໃນລະຫວ່າງທີ່ພວກເຂົາເຈົ້າລໍຖ້າການຊ່ວຍເຫຼືອທາງດ້ານມະນຸດສະທໍາ, ວັນທີ 25 ມັງກອນ 2024.

ມີຢ່າງໜ້ອຍ 20 ຄົນ​ໄດ້​ເສຍ​ຊີ​ວິດແລະໄດ້ຮັບບາດເຈັບອີກ 150 ຄົນໃນການໂຈມຕີຂອງອິສຣາແອລ ໃນວັນພະຫັດມື້ນີ້ ຢູ່ທີ່ວົງວຽນ ການຈະລາຈອນ ຂອງຂົງເຂດກາຊາ ໃນຂະນະທີ່ຊາວປາແລັສໄຕນ໌ ພາກັນລໍຖ້າການຊ່ວຍເຫຼືອດ້ານມະນຸດສະທຳ, ອີງຕາມການກ່າວຂອງເຈົ້າໜ້າທີ່ສາທາລະນະສຸກ ຂອງກຸ່ມຮາມາສ.

ກອງທັບ​ອິສຣາ​ແອ​ລກ່າວ​ວ່າ ຕົນ​ກຳລັງດໍາເນີນການ​ສືບສວນ​ກ່ຽວກັບລາຍ​ງານ​ດັ່ງກ່າວ.

ນອກນັ້ນ, ​ຢູ່​ໃນພາກ​ກາງ​ຂອງ​ເຂດ​ກາຊາກໍຍັງຖືກໂຈມຕີເຊັ່ນກັນ, ເຈົ້າ​ໜ້າ​ທີ່​ສາທາ​ລະນະ​ສຸກ​ຂອງ​ປາ​ແລັ​ສ​ໄຕ​ນ໌ກ່າວ​ວ່າ ການ​ໂຈມ​ຕີ​ທາງ​ອາກາດ ຂອງ​ອິສຣາ​ແອ​ລໃນຕອນກາງຄືນ ໃສ່​ບ້ານ​ຫຼັງ​ນຶ່ງ​ໃນ​ສູນ​ອົບ​ພະຍົບ ອາລ-ນູເຊຣັດທ໌ (Al-Nuseirat) ​ສົ່ງຜົນເຮັດໃຫ້ມີຜູ້ເສຍຊີວິດ 6 ຄົນ.

ໃນ​ຂະ​ນະ​ດຽວ​ກັນ, ຈຳ​ນວນ​ຜູ້​ເສຍ​ຊີ​ວິດໂດຍລວມ​ ຈາກ​ການ​ໂຈມ​ຕີໃນວັນພຸດແລ້ວນີ້​ໃສ່​ສູນ​ຝຶກ​ອົບ​ຮົມ​ຂອງ​ສະ​ຫະ​ປະ​ຊາ​ຊາດ ທີ່ຕັ້ງຢູ່ທາງ​ພາກ​ໃຕ້​ຂອງ​ເຂດກາຊາ ​ເພີ້ມ​ຂຶ້ນ​ເປັນ 12 ຄົນ, ໂດຍມີ​ຜູ້ໄດ້ຮັບ​ບາດ​ເຈັບອີກຫຼາຍກວ່າ 75 ຄົນ, ອີງຕາມ​ລາຍງານຈາກທ່ານໂທມາສ ໄວທ໌ (Thomas White), ເຈົ້າ​ໜ້າ​ທີ່​ອະ​ວຸ​ໂສ​ກ່ຽວກັບ​ຜູ້​ອົບ​ພະ​ຍົບຊາວປາ​ແລັ​ສ​ໄຕນ໌ຂອງອົງການສະຫະປະຊາຊາດ.

ອົງການ​ບັນເທົາ​ທຸກ​ຂອງ​ສະຫະ​ປະຊາ​ຊາດ​ບໍ່​ໄດ້​ຖິ້ມ​ໂທດຕໍ່​ອິສຣາ​ແອ​ລ​ໂດຍ​ກົງ, ​ເຖິງ​ແມ່ນກ່ອນ​ໜ້າ​ນີ້​ໄດ້​ກ່າວ​ວ່າ ສະຖານ​ທີ່​ດັ່ງກ່າວ​ຖືກ​ຍິງໂດຍລົດ​ຖັງ ​ ແລະ​ອິສຣາ​ແອ​ລກໍ​ເປັນ​ພຽງກອງ​ກຳລັງ​ດຽວ ​ທີ່​ມີ​ລົດ​ຖັງ​ຢູ່​ໃນ​ເມືອງ​ໃຫຍ່​ອັນ​ດັບ​ສອງ​ຂອງ​ເຂດ​ກາຊາ.

US Renews Calls for Israel to Protect Civilians in Gaza
please wait

No media source currently available

0:00 0:02:39 0:00

ກອງທັບ​ອິສຣາ​ແອ​ລ ກ່າວ​ວ່າ ຕົນ​ໄດ້ “ປະ​ຕິ​ເສດ​ໃນ​ຕອນນີ້” ທີ່​ວ່າ ການ​ໂຈມ​ຕີ​ດັ່ງກ່າວ​ ແມ່ນດຳ​ເນີນ​ໄປ​ໂດຍ​ເຮືອບິນ ຫຼື​ ປືນ​ໃຫຍ່​ຂອງ​ຕົນ ​ແຕ່​ຍັງຄົງດໍາເນີນການ​ສືບ​ສວນ ກ່ຽວກັບ​ການ​ໂຈມ​ຕີດັ່ງກ່າວ​ຢູ່.

ພວກເຂົາກ່າວ​ວ່າ ​ຕຶກ​ອາ​ຄານ​ອາດ​ຈະ​ໄດ້​ຮັບ​ການ​ໂຈມ​ຕີ​ໂດຍ​ລູກ​ຈະຫຼວດຂອງກຸ່ມຮາມາສ​.

​ລົດ​ຖັງ​ຂອງ​ອິສຣາ​ແອ​ລ ​ໄດ້​ຍິງ​ໂຈມ​ຕີ ໃສ່​ອ້ອມຮອບໂຮງໝໍສອງ​ແຫ່ງ​ໃນ​ເມືອງ ຄານ ຢູນິສ, ເຊິ່ງເປັນການບັງຄັບ​ໃຫ້​ຊາວ​ປາ​ແລັ​ສ​ໄຕ​ນ໌ ຕ້ອງແຕກ​ໜີ​ອອກ​ຈາກ​ຕົວເມືອງ ເພື່ອໄປຊອກ​ຫາ​ບ່ອນ​ລີ້ໄພທີ່​ປອດ​ໄພ. ການ​ໂຈມ​ຕີ​ຂອງ​ອິສຣາ​ແອ​ລ​ ແມ່ນ​ສ່ວນ​ນຶ່ງ​ໃນ​ຄວາມ​ພະຍາຍາມຂອງພວກເຂົາເຈົ້າ​ເພື່ອ​ຍຸຕິ​ການ​ຄວບ​ຄຸມ​ຂອງ ​ກຸ່ມຮາມາສຢູ່​ເຂດ​ກາຊາ, ​ເຊິ່ງເປັນດິນແດນທີ່​ຍາວ​ຢຽດ​ລຽບ​ໄປ​ຕາມ​ທະ​ເລ ເມດີເຕີ​ເຣນຽນ.

ອ່ານຂ່າວນີ້ເປັນພາສາອັງກິດ

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG