ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ອົງການສະຫະປະຊາຊາດ ຊື້ກຳປັ່ນບັນທຸກນໍ້າມັນເພື່ອເລີ້ມການ​ປະ​ຕິ​ບັດ​ການ​ກອບກູ້ ຢູ່ນອກ​ຝັ່ງ​ທະ​ເລ​ເຢ​ເມນ


ແຟ້ມພາບ - ພາບລວມຂອງກຳປັ່ນບັນທຸກນ້ຳມັນ FSO Safer ທີ່ເຫັນໄດ້ຈາກທ່າເຮືອ Ras Isa, ຂອງເຢເມນ, ວັນທີ 19 ມິຖຸນາ, 2020, ໃນເອກະສານຮູບຖ່າຍຈາກດາວທຽມທີ່ໄດ້ຮັບອະນຸຍາດ ຈາກ Maxar Technologies.
ແຟ້ມພາບ - ພາບລວມຂອງກຳປັ່ນບັນທຸກນ້ຳມັນ FSO Safer ທີ່ເຫັນໄດ້ຈາກທ່າເຮືອ Ras Isa, ຂອງເຢເມນ, ວັນທີ 19 ມິຖຸນາ, 2020, ໃນເອກະສານຮູບຖ່າຍຈາກດາວທຽມທີ່ໄດ້ຮັບອະນຸຍາດ ຈາກ Maxar Technologies.

ອົງການສະຫະ​ປະຊາ​ຊາດ ກ່າວ​ໃນ​ວັນ​ພະຫັດ​ນີ້​ວ່າ ຕົນ​ໄດ້​ຈັດ​ຊື້​ກຳ​ປັ່ນເພື່ອຂົນ ​ຖ່າຍ​ນ້ຳມັນ​ຫຼາຍ​ກວ່າ​ລ້ານຖັງ ຈາກ​ກຳ​ປັ່ນ​ບັນທຸກ​ນ້ຳມັນ​ທີ່​ຖືກຈອດຖິ້ມໄວ້ ເຊິ່ງ​ເປັນ​ໄພ​ຂົ່ມ​ຂູ່​ຕໍ່ແຄມ​ຝັ່ງ​ທະ​ເລ​ແດງ​ຂອງ​ເຢ​ເມນ ​ແລະ​ການ​ດຳ​ເນີນການກອບ​ກູ້​ ໄດ້​ຖືກ​ກຳ​ນົດໃສ່​ຕົ້ນ​ເດືອນ​ພຶດສະພານີິ້.

ທ່ານເດວິດ ເກຣສລີ (David Gressly), ຜູ້ປະສານງານດ້​ານມະນຸດສະທໍາຂອງສະຫະປະຊາຊາດ​ຮັບ​ຜິດ​ຊອບ​ເລື້ອງເຢເມນ, ກ່າວຕໍ່ນັກຂ່າວຜ່ານທາງວີດີໂອ ຈາກນະຄອນ ເອເດນ (Aden) ວ່າ "ການຊື້ກຳ​ປັ່ນລໍານີ້, ​ຖື​ເປັນບາດ ກ້າວສໍາຄັນທີ່ສຸດ ໃນການແກ້ໄຂບັນຫາກຳ​ປັ່ນບັນທຸກນໍ້າມັນ FSO Safer ໃນຊ່ວງ 7 ຫາ 8 ປີທີ່ຜ່ານມາ."

ອົງການສະຫະ​ປະຊາ​ຊາດໄດ້​ເຕືອນ​ມາ​ເປັນ​ເວລາ​ຫຼາຍ​ປີ​ແລ້ວ​ວ່າ ​ກຳ​ປັ່ນ​ບັນ ທຸກນໍ້າມັນ​ທີ່ມີຂະໜາດໃຫຍ່ FSO Safer ​ທີ່​ມີອາຍຸ 47 ປີນີ້ແມ່ນ​ລູກ​ລະ​ເບີດ​ເວລາ​ທີ່​ສາມາດ​ຮົ່ວ, ຈົມ​, ຫລືລະເບີດ, ​ພາ​ໃຫ້​ເກີດ​ໄພພິບັດ​ທາງ​ລະບົບ​ນິ​ເວດ ​ແລະມະນຸດສະທຳ​ຄັ້ງ​ໃຫຍ່. ຄວາມເສຍຫາຍດ້ານສິ່ງແວດລ້ອມ ແລະຜົນກະ ທົບທາງດ້ານເສດຖະກິດ ຈະສົ່ງຜົນກະທົບຕໍ່ປະເທດຕ່າງໆໃນພາກພື້ນທະເລແດງແລະມັນມີມູນຄ່າປະມານ 20 ຕື້ໂດລາໃນການທໍາຄວາມສະອາດ, ນອກ ຈາກນັ້ນ ຍັງຈະລົບກວນການຂົນສົ່ງລະຫວ່າງປະເທດ ຜ່ານຊ່ອງແຄບ ບັບ -ອັລ-ມັນດັບ (Bab al-Mandab) ໄປຫາຄອງສຸເອ​ສ (Suez Canal).

ກຳ​ປັ່ນບັນທຸກນໍ້າມັນ Safer ບໍ່ມີການບໍາລຸງຮັກສາ ນັບຕັ້ງແຕ່ປີ 2015 ​ເປັນ​ຕົ້ນ​ມາໃນເວລາທີ່ມັນຖືກ​ປະ​ຖິ້​ມ​ໄວ້ ຍ້ອນສົງຄາມກາງ​ໃນຂອງເຢເມນ.

ອ່ານຂ່າວເປັນພາສາອັງກິດຕື່ມ

XS
SM
MD
LG