ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສປຊ ຮຽກຮ້ອງ ໃຫ້ມຽນມາ ຍຸຕິການໂຈມຕີ ຊົນກຸ່ມນ້ອຍ


ທ່ານ Vijay Nambiar ທູດພິເສດສະຫະປະຊາຊາດ ຮັບຜິດຊອບກ່ຽວກັບເລື່ອງມຽນມາ
ທ່ານ Vijay Nambiar ທູດພິເສດສະຫະປະຊາຊາດ ຮັບຜິດຊອບກ່ຽວກັບເລື່ອງມຽນມາ
ທູດພິເສດຂອງສະຫະປະຊາຊາດ ຮັບຜິດຊອບ ກ່ຽວກັບເລື່ອງ
ມຽນມາໄດ້ຮຽກຮ້ອງໃຫ້ທຸກພັກຝ່າຍກ່ຽວຂ້ອງຢູ່ໃນປະເທດດັ່ງ
ກ່າວ ດຳເນີນງານໄປສູ່ ການຫລຸດຜ່ອນຄວາມເຄັ່ງຕຶງດ້ານຊົນ
ຊາດຊົນເຜົ່າ ເປີດການເຈລະຈາກັນຄືນໃໝ່ ແລະ ໃຫ້ການຄໍ້າ
ປະກັນວ່າ ການຊ່ອຍເຫຼືອທາງດ້ານມະນຸດສະທຳສາມາດເຂົ້າ
ໄປເຖິງພວກທີ່ໄດ້ຮັບຜົນກະທົບຈາກຄວາມຮຸນແຮງຢູ່ໃນລັດກະ
ຈິນແລະລັດຣາໄຄນ໌.

ທ່ານ Vijay Nambiar ອອກຖະແຫຼງການສະບັບນຶ່ງ ໃນວັນ
ພະຫັດວານນີ້ຫຼັງ ຈາກການຢ້ຽມຢາມມຽນມາເປັນເວລາ 4 ມື້ ບ່ອນທີ່ທ່ານໄດ້ພົບປະກັບພວກເຈົ້າໜ້າທີ່ອະວຸໂສຂອງລັດຖະ
ບານ ຮວມທັງຮອງປະນາທິບໍດີ Sai Mauk Kham ນຳດ້ວຍ.

ໃນລະຫວ່າງການເຈລະຈາຫາລືກັນນັ້ນ ທ່ານ Nambiar ໄດ້ກ່າວຢໍ້າເຖິງຄວາມວິຕົກກັງ ວົນຂອງເລຂາທິການໃຫຍ່ອົງການສະຫະປະຊາຊາດທ່ານ Ban Ki-moon ກ່ຽວກັບການ ສືບຕໍ່ໂຈມຕີ ຢູ່ໃນຫຼາຍໆເຂດຂອງມຽນມາ ຮວມທັງທີ່ລັດຣາໄຄນ໌ ທີ່ຕັ້ງຢູ່ໃນເຂດແຄມຝັ່ງ ທະເລກໍ້າຕາເວັນຕົກ ຂອງປະເທດ ແລະ ລັດກະຈິນ ທີ່ຕັ້ງຢູ່ໃນພາກເໜືອ. ທີ່ລັດຣາໄຄນ໌ ມີຫຼາຍກວ່າ 115,000 ຄົນຕ້ອງໄດ້ອົບພະຍົບຫຼົບໜີຍ້ອນຄວາມຮຸນແຮງທີ່ພົວພັນຄວາມ ເຄັ່ງຕຶງທາງດ້ານຊົນຊາດຊົນເຜົ່າ. ທີ່ລັດກະຈິນ ປະມານ 75,000 ຄົນຕ້ອງໄດ້ຫຼົບໜີຈາກ ເຮືອນຊານບ້ານຊ່ອງຂອງພວກເຂົາເຈົ້າ ນັບແຕ່ການສູ້ລົບກັນເລີ້ມຂຶ້ນ ໃນເດືອນມິຖຸນາປີ 2011 ລະຫວ່າງທະຫານລັດຖະບານແລະພວກກະບົດ.

ກຸ່ມປົກປ້ອງສິດທິມະນຸດ Human Rights Watch ກ່າວຫາກອງທັບມຽນມາວ່າ ຍິງປືນ ໃຫຍ່ໂຈມຕີແບບບໍ່ເລືອກໜ້າຢູ່ທີ່ລັດກະຈິນ ແລະຮຽກຮ້ອງໃຫ້ລັດຖະບານຍຸຕິຄວາມຮຸນ ແຮງດັ່ງກ່າວທີ່ໄດ້ສັງຫານພົນລະເຮືອນຢ່າງໜ້ອຍ 3 ຄົນໃນສັບປະດາແລ້ວຮງມທັງເດັກ ຊາຍອາຍຸ 14 ປີຄົນນຶ່ງ.

ປະທານາທິບໍດີມຽນມາ ທ່ານ Thein Sein ໄດ້ເອົາບາດກ້າວຈຳນວນນຶ່ງໄປສູ່ ການຄືນດີ ຂອງພວກຊົນຊາດຊົນເຜົ່າ ນັບຕັ້ງແຕ່ໄດ້ເຂົ້າກຳກັບນຳເລື່ອງນີ້ ໃນເດືອນມີນາປີ 2011 ແຕ່ຍັງມີຜູ້ບັນຊາການທະຫານບາງຄົນ ບໍ່ໄດ້ປະຕິບັດຕາມ ຄຳສັ່ງຂອງທ່ານ.
XS
SM
MD
LG