ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສປຊ ຮຽກຮ້ອງໃຫ້ມຽນມາ ປ່ອຍນັກໂທດການເມືອງ


ເລຂາທິການໃຫຍ່ ອົງການ ສປຊ ທ່ານ Ban Ki Moon ແລະ ນຍ ໄທ ທ່ານອະພິຊິດ ເວດຊາຊີວະ (26 ຕຸລາ 2010)
ເລຂາທິການໃຫຍ່ ອົງການ ສປຊ ທ່ານ Ban Ki Moon ແລະ ນຍ ໄທ ທ່ານອະພິຊິດ ເວດຊາຊີວະ (26 ຕຸລາ 2010)

ເລຂາທິການໃຫຍ່ອົງການສະຫະປະຊາຊາດທ່ານ Ban Ki Moon ຮຽກຮ້ອງໃຫ້ລັດ
ຖະບານທະຫານມຽນມາປ່ອຍພວກນັກໂທດການເມືອງທັງໝົດ ກ່ອນການເລືອກຕັ້ງ
ໃນເດືອນໜ້າ.

ທ່ານ Ban ກ່າວທີ່ບາງກອກໃນວັນອັງຄານມື້ນີ້ວ່າ ປະຊາຄົມນາໆຊາດຄາດວ່າ ການ
ປ່ອນບັດໃນວັນທີ 7 ພະຈິກຈະມາເປັນການເລືອກຕັ້ງທີ່ຍຸດຕິທຳ ໜ້າເຊື່ອຖືແລະມີທຸກ
ພັກຝ່າຍເຂົ້າຮ່ວມ. ທ່ານເວົ້າວ່າ ການປ່ອຍພວກນັກໂທດການເມືອງ ຈະເຮັດໃຫ້ການ
ເລືອກຕັ້ງທີ່ວ່ານີ້ ເປີດກວ້າງ ແລະມີການເຂົ້າຮ່ວມຫຼາຍຂຶ້ນ.

ພວກຜູ້ນຳລັດຖະບານທະຫານມຽນມາໄດ້ປະຕິເສດບໍ່ຍອມປ່ອຍພວກນັກໂທດ ກ່ອນ
ການເລືອກຕັ້ງຮວມທັງຜູ້ນຳປະຊາທິປະໄຕຂອງມຽນມາທ່ານນາງອອງ ຊານຊູຈີທີ່ຖືກ
ກັກ​ຂັງບໍ່ໃນຮູບໃດກໍຮູບນຶ່ງ ເປັນເວລາ 21 ປີ ໃນໄລຍະ 25 ປີທີ່ຜ່ານມາ.

XS
SM
MD
LG