ເລຂາທິການໃຫຍ່ຂອງອົງການສະຫະປະຊາຊາດ ທ່ານ Ban Ki-moon ກ່າວວ່າ ທ່ານ
ພວມຕິດຕາມຢ່າງໃກ້ຊິດ ເບິ່ງການປ່ອຍພວກນັກໂທດການເມືອງຂອງລັດຖະບານມຽນມາ ອັນເປັນພາກສ່ວນນຶ່ງຂອງການໃຫ້ອະໄພຍະໂທດຂອງປະທານາທິບໍດີ Thein Sein ນັ້ນ.
ໃນຖະແຫຼງການສະບັບນຶ່ງທີ່ນຳອອກເຜີຍແຜ່ໃນວັນພະຫັດວານນີ້ທ່ານ Ban ເວົ້າວ່າທ່ານ
ຂໍຊົມເຊີຍໃນການປ່ອຍບຸກຄົນສຳຄັນຈຳນວນນຶ່ງ ແຕ່ແນວໃດກໍຕາມທ່ານໄດ້ສະແດງຄວາມ
ຫວັງອອກມາວ່າ ລັດຖະບານມຽນມາຈະເປັນຜູ້ຄໍ້າປະກັນ ກ່ຽວກັບການປ່ອຍພວກນັກໂທດ
ການເມືອງທັງໝົດໂດຍໄວ ເພື່ອໃຫ້ເປັນການສອດຄ່ອງກັບຄວາມໝາຍໝັ້ນຕັ້ງໃຈຂອງມຽນ
ມາທີ່ຈະປົກປ້ອງສິດທິພື້ນຖານແລະການປົກຄອງດ້ວຍຕົວບົດກົດໝາຍ.
ຖະແຫຼງການຂອງທ່ານ Ban ມີຂຶ້ນຫຼັງຈາກມີລາຍງານໃນມື້ວັນພຸດຜ່ານມານີ້ວ່າເຈົ້າໜ້າທີ່
ມຽນມາໄດ້ປ່ອຍພວກນັກໂທດການເມືອງ ປະມານ 200 ຄົນ ຮວມຢູ່ໃນບັນດາພວກນັກ
ໂທດຫຼາຍກວ່າ 6,000 ຄົນ ທີ່ໄດ້ຖືກປ່ອຍໃນອັນທີ່ລັດຖະບານມຽນມາເອີ້ນວ່າ ເພື່ອເຫັນ ແກ່ຄວາມເປັນມະນຸດສະທຳນັ້ນ.
ນອກນັ້ນຜູ້ນຳຂອງອົງການສະຫະປະຊາຊາດຍັງໄດ້ຮັບຮູ້ກ່ຽວກັບການເຈລະຈາຫາລືທີ່ພວມ
ດຳເນີນຢູ່ລະຫວ່າງລັດຖະບານມຽນມາ ແລະຜູ້ນຳພັກຝ່າຍຄ້ານທ່ານນາງອອງຊານຊູຈີແລະ
ການເຈລະຈາລະຫວ່າງພວກເຈົ້າໜ້າທີ່ແລະພວກຊົນກຸ່ມນ້ອຍຕ່າງໆ.
ທ່ານ Ban ໄດ້ຮຽກຮ້ອງໃຫ້ທຸກພັກຝ່າຍໃນມຽນມາດຳເນີນຄວາມພະຍາຍາມເພີ່ມຂຶ້ນເປັນ
ສອງເທົ່າເພື່ອເສີມຂະຫຍາຍຄວາມເປັນເອກກະພາບແຫ່ງຊາດ ກຳນົດເສັ້ນທາງປະຕິຮູບສຳ
ລັບປະເທດ ແລະແກ້ໄຂບັນຫາທ້າທາຍທີ່ກຳລັງປະເຊີນໜ້າຢູ່.
ນອກນັ້ນແລ້ວ ສະຫະລັດກໍໄດ້ສະແດງຄວາມຊົມເຊີຍຕໍ່ການປ່ອຍພວກນັກໂທດການເມືອງ
ຂອງມຽນມາ ແຕ່ໃນຂະນະດຽວກັນ ກໍຮຽກຮ້ອງໃຫ້ພວກຜູ້ນຳຂອງປະເທດດັ່ງກ່າວ ປ່ອຍ
ພວກທີ່ຍັງ ຖືກຄຸມຂັງຢູ່ໂດຍທັງໝົດ. ບັນດາກຸ່ມປົກປ້ອງສິດທິມະນຸດນາໆຊາດກະປະມານ
ວ່າ ມີພວກນັກໂທດການເມືອງຫຼາຍກວ່າ 2,000 ຄົນຍັງຖືກຄຸມຂັງຢູ່ໃນເວລານີ້.