ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະຫະປະຊາຊາດ ຮຽກຮ້ອງໃຫ້ມຽນມາ ສ້າງຄວາມປອງດອງຊາດ


ເລຂາທິການໃຫຍ່ຂອງອົງການສະຫະປະຊາຊາດ ທ່ານ Ban Ki-moon
ເລຂາທິການໃຫຍ່ຂອງອົງການສະຫະປະຊາຊາດ ທ່ານ Ban Ki-moon

ເລຂາທິການໃຫຍ່ອົງການສະຫະປະຊາຊາດທ່ານ Ban
Ki-moon ກ່າວວ່າ ລັດຖະບານໃໝ່ຂອງມຽນມາຕ້ອງ
ປ່ອຍພວກນັກໂທດການເມືອງທັງໝົດແລະທຳການຕິດ
ຕໍ່ປະສານງານກັບບັນດາພັກຝ່າຍຄ້ານ ຖ້າມຽນມາຫາກ
ມີຄວາມຈິງຈັງກ່ຽວກັບການປະຕິຮູບໄປສູ່ປະຊາທິປະໄຕ.

ທ່ານ Ban ໄດ້ທຳການຮຽກຮ້ອງດັ່ງກ່າວ ໃນວັນພຸດ
ວານນີ້ລຸນຫຼັງທີ່ໄດ້ພົບປະກັບກຸ່ມເພື່ອນມິດມຽນມາຊຶ່ງ
ເປັນກຸ່ມຈັດຕັ້ງຂອງ 14 ປະເທດທີ່ທຳການສົນທະນາ
ຫາລືເພື່ອຊຸກຍູ້ປະຊາທິປະໄຕໃນປະເທດມຽນມາ.

ທ່ານ Vijay Nambiar ທີ່ປຶກສາພິເສດກ່ຽວກັບເລື່ອງ
ມຽນມາຂອງທ່ານ Ban ໄດ້ກ່າວຄຳປາໄສຕໍ່ກອງປະ
ຊຸມເທື່ອທຳອິດຂອງກຸ່ມດັ່ງກ່າວ ນັບຕັ້ງແຕ່ລັດຖະບານພົນລະເຮືອນ​ແຕ່​ໃນ​
ນາມຂອງມຽນມາເຂົ້າຮັບໜ້າທີ່ໃນທ້າຍເດືອນມີນາຜ່ານມາ.

ໃນຖະແຫຼງການສະບັບນຶ່ງທີ່ອົງການສະຫະປະຊາຊາດນຳອອກເຜີຍແຜ່ນັ້ນທ່ານ Ban Ki-
moon ກ່າວວ່າເປັນທີ່ຈະແຈ້ງວ່າ ມຽນມາຍັງສືບຕໍ່ປະເຊີນກັບບັນຫາຕ່າງໆທາງດ້ານການ
ເມືອງ ສັງຄົມ ເສດຖະກິດ ແລະມະນຸດສະທຳ ທີ່ທ່ານເວົ້າວ່າ ມີຄວາມຮ້າຍແຮງ ຝັງເລິກ
ແລະເກົ່າແກ່ຍາວນານ.

XS
SM
MD
LG