ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສປຊ ຮຽກຮ້ອງໃຫ້ມຽນມາ ປ່ອຍນັກໂທດການເມືອງ


UN Secretary-General Ban Ki-moon
UN Secretary-General Ban Ki-moon

ເລຂາທິການໃຫຍ່ຂອງອົງການສະຫະປະຊາຊາດ ທ່ານ
Ban Ki Moon ໄດ້ຮຽກຮ້ອງໃນວັນສຸກມື້ນີ້ໃຫ້ມຽນມາ
ປ່ອຍພວກນັກໂທດການເມືອງກ່ອນການເລືອກຕັ້ງເທື່ອ
ທຳອິດ ໃນຮອບ 20 ປີ.

ທ່ານ Ban ກ່າວຕໍ່ພວກນັກຂ່າວທີ່ນະຄອນຫຼວງຮ່າໂນ່ຍ
ຂອງຫວຽດນາມວ່າ ຍັງບໍ່ທັນເປັນການຊ້າເກີນໄປສຳລັບ
ການປ່ຽນແປງທີ່ໜ້າເຊື່ອຖື ແລະເປັນປະຊາທິປະໄຕຢູ່ໃນ
ມຽນມາ ຊຶ່ງມີແຜນການ ທີ່ຈະຈັດການເລືອກຕັ້ງ ທີ່ເປັນ
ບັນຫາຖົກຖຽງໂຕ້ແຍ້ງ ໃນວັນທີ 7 ພະຈິກຈະມານີ້.

ລັດຖະມົນຕີການຕ່າງປະເທດມຽນມາ ທ່ານ Nyan Win
ໄດ້ພະຍາຍາມທີ່ຈະບ່າຍເບນ ຫຼືຫັນເຫການຕຳໜິຕິຕຽນ
ກ່ຽວກັບການເລືອກຕັ້ງ ໂດຍແຈ້ງໃຫ້ຄູ່ຕຳແໜ່ງຂອງທ່ານ
ໃນສະມາຄົມອາຊ່ຽນຊາບ ໃນສັບປະດານີ້ວ່າ ທ່ານນາງ
ອອງຊານຊູຈີຜູ້ທີ່ເຄີຍໄດ້ຮັບລາງວັນໂນແບລ ຂະແໜງສັນ ຕິພາບ ຈະຖືກປ່ອຍຫຼັງຈາກການປ່ອນບັດ.

ໂຄສົກກະຊວງການຕ່າງປະເທດສະຫະລັດ ທ່ານ Philip Crowley ໄດ້ກ່າວຕອບໂຕ້
ໂດຍກ່າວຫາ ອຳນາດການປົກຄອງທະຫານມຽນມາວ່າ ສວຍໃຊ້ການປ່ອນບັດ ແບບ
ຂີ້ຂາດຕາຂາວ.

XS
SM
MD
LG