ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ຫົວໜ້າ ສປຊ ມອງເຫັນ ໂອກາດດີ ຈາກການປ່ຽນແປງ ລັດຖະບານໃນມຽນມາ


ທ່ານພັນກິມູນ ເລຂາທິການໃຫຍ່ສະຫະປະຊາຊາດ.
ທ່ານພັນກິມູນ ເລຂາທິການໃຫຍ່ສະຫະປະຊາຊາດ.

















ເລຂາທິການ​ໃຫຍ່​ສະຫະ​ປະຊາ​ຊາດ​ກ່າວ​ວ່າ ການ​ປ່ຽນ​ແປງ​ລັດຖະບານ​ໃນ​ມຽນມາ​ປີ​ນີ້ ​ໄດ້​ສ້າງ​ໂອກາດ​ຕ່າງໆສໍາລັບ​ໃຫ້​ມີ​ການ​ໂອ້​ລົມ​ສົນທະນາ​ແຫ່ງ​ຊາດ​ໃນຂອບ​ເຂດ​ກວ້າງຂວາງ​ອອກ​ອີກ​ໃນ​ປະ​ເທດ ​ແຕ່ທ່ານ​ກ່າວ​ຕື່ມ​ວ່າ ມັນ​ຍັງເປັນ​ການ​ໄວ​ໂພດ​ທີ່​ຈະ​ເວົ້າໄດ້​ວ່າການ​ປ່ຽນ​ແປງ​ອັນ​ແທ້ຈິງ​ກໍາລັງ​ມີ​ຂຶ້ນ​ຫລື​ບໍ?ນັ້ນ.

ຢູ່​ໃນ​ລາຍ​ງານ​ສະ​ບັບນຶ່ງ​ ຕໍ່​ສະມັດຊາ​ໃຫຍ່​ຂອງ​ສະຫະ​ປະຊາ​ຊາດ​ໃນ​ສັບປະດາ​ນີ້ ທ່ານ​ພັນ​ກິ​ມູນ ກ່າວ​ວ່າ ການ​ເລືອກ​ຕັ້ງ​ໃນ​ເດືອນ​ພະຈິກ ປີຜ່ານມາ​ນີ້ ​ທີ່​ມີ​ຈຸດ​ບົກພ່ອງ​ແລະ​ສ້າງ​ຄວາມ​ຜິດ​ຫວັງ​ໃຫ້​ແກ່​ຫລາຍຄົນ​ທີ່​ປະກອບສ່ວນ​ນໍາ​ກໍ​ຕາມ ​ແຕ່​ມັນ​ໄດ້​ເອື້ອອຳນວຍ​ໃຫ້​ມີ​ການ​ຟື້ນ​ຟູການ ການເຄື່ອນ​ໄຫວ​ທາງ​ການ​ເມືອງ​ທີ່​ຖືກຕ້ອງ​ຕາມ​ກົດໝາຍ ຫລັງ​ຈາກ​ປະ​ເທດ​ດັ່ງກ່າວ ໄດ້​ຕົກ​ຢູ່​ພາຍ​ໃຕ້​ການ​ປົກຄອງ​ຂອງ​ພວກ​ທະຫານ​ມາເປັນເວລາ​ເກືອບ 5 ທົດ​ສະ​ວັດ​ນັ້ນ.

ທ່ານ​ພັນ​ກິ​ມູນ ​ໄດ້​ສະ​ແດງ​ຄວາມ​ຍິນ​ດີ​ນໍາ​ການໃຫ້ຄໍາ​ໝັ້ນ​ສັນຍາ​ທີ່​ຈະ​ມີ​ການ​ປະຕິ​ຮູບ​ຈາກ​
ປະທານາທິບໍດີ Thein Sein ຂອງ​ມຽນມາ​ນັ້ນ ​ແຕ່ທ່ານ​ກ່າວ​ຕໍ່​ໄປ​ວ່າ ການ​ທົດ​ສອບ​ອັນ
ແທ້​ຈິງ​ນັ້ນ​ກໍ​ແມ່ນ​ວ່າຈະ​ມີ​ການຈັດ​ຕັ້ງ​ປະຕິບັດ​ການ​ປະຕິ​ຮູບ​ທີ່​ວ່າ​ນີ້​ເວລາ​ໃດ. ນອກ​ນັ້ນ​ທ່ານ
ຍັງໃຫ້​ຂໍ້​ສັງ​ເກດ​ຕື່ມ​ກ່ຽວກັບການ​ປ່ອຍ​ໂຕ​ທ່ານ​ນາງ​ອອງຊານ​ຊູ​ຈີຜູ້​ປຸກລະດົມເພື່ອປະຊາທິປະ
ໄຕ​ໃນ​ມຽນມາ​ອອກ​ຈາກ​ຄຸກ ​ແລະຄວາມສາມາດ​ຂອງ​ທ່ານ​ນາງ​ໃນ​ເວລາ​ນີ້​ເພື່ອ​ພົວພັນ​ໃນ
ການ​ເຄື່ອນ​ໄຫວ​ຂອງສາທາລະນະຫລື​ສ່ວນ​ຮວມນັ້ນ. ທ່ານ​ພັນ​ກິ​ມູນ​ເຕືອນ​ວ່າ ການ​ຈໍາກັດ
ຮັດ​ແຄບ​ໃດໆກ່ຽວ​ກັບ​ການ​ເຄື່ອນ​ໄຫວ​ຂອງ​ທ່ານ​ນາງ​ອອງຊານ​ຊູ​ຈີ​ນັ້ນ​ຈະ​ພາ​ໃຫ້​ເກີດຄວາມ
ເປັນ​ຫ່ວງ​ກັງວົນ​ຢ່າງ​ຮ້າຍ​ແຮງ.

XS
SM
MD
LG