ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສປຊຮຽກຮ້ອງໃຫ້ຈັດຕັ້ງ ກໍາມະການ ສືບສວນສິດທິມະນຸດໃນມຽນມາ


ທ່ານ Tomas Ojea Quintana ຜູ້ຊ່ຽວຊານດ້ານສິດທິມະນຸດ ປະຈໍາສະຫະປະຊາຊາດ ວັນທີ 15 ມີນາ 2011
ທ່ານ Tomas Ojea Quintana ຜູ້ຊ່ຽວຊານດ້ານສິດທິມະນຸດ ປະຈໍາສະຫະປະຊາຊາດ ວັນທີ 15 ມີນາ 2011

ນັກ​ຊ່ຽວຊານ​ດ້ານ​ສິດທິ​ມະນຸດ​ປະ​ຈໍາ​ສະຫະ​ປະຊາ​ຊາດ​ທ່ານ​ນຶ່ງ ຮຽກຮ້ອງ​ໃຫ້​ຈັດ​ຕັ້ງ​ຄະນະ​ກໍາມະການອິດ​ສະລະຄະນະ​ນຶ່ງ​ຂຶ້ນ​ເພື່ອ​ທໍາ​ ການສືບສວນ​​ເບິ່ງການລະ​ເມີດ​ສິດທິ​ມະນຸດ​ຢ່າງ​ຮ້າຍ​ແຮງ​ໃນ​ມຽນມາ​. ຢູ່​ໃນລາຍ​ງານ​ສະບັບ​ນຶ່ງ​ທີ່​ຍື່ນ​ຕໍ່​ສະພາ​ວ່າ​ດ້ວຍ​ສິດທິ​ມະນຸດຂອງ​ສະຫະ​ປະຊາ​ຊາດ ​ເຈົ້າ​ໜ້າ​ທີ່​ສືບສວນ​ພິ​ເສດ​ຂອງ​ສະຫະ​ປະຊາ​ຊາດ​​ໄດ້ບັນ​ລະ​ຍາຍ​​ເຖິງ​ການ​ ປາບ​ປາມ​ປະຊາຊົນ ທີ່ເພີ່ມ​ທະວີຂຶ້ນ​ນັບ​ມື້​ຢູໃນ​ມຽນມາ ນັ້ນ. ຜູ້​ສື່​ຂ່າວ​ວີ​ໂອ​ເອລາຍ​ງານມາ​ຈາກ​ນະຄອນເຈ​ນີ​ວາ ດັ່ງ​ສິງ​ຈະ​ນໍາ​ມາສະ​ເໜີ​ທ່ານ​ໃນ​ອັນ​ດັບ​ຕໍ່​ໄປ...

ທ່ານ Tomas Ojea Quintana ຜູ້​ສືບສ​ວນພິ​ເສດຂອງ
ສະຫະ​ປະຊາ​ຊາດ​ກ່າວ​ວ່າ ຄວາມ​ຫວັງ​ສໍາລັບ​ການ​ຫັນປ່ຽນ
ໄປ​ສູ່​ລະບອບ​ປະຊາທິປະ​ໄຕ​ ທີ່​ຄາດ​ວ່າ​ຈະ​ເປັນຜົນ​ມາຈາກ​
ການ​ເລືອກ​ຕັ້ງ​ທົ່ວ​ໄປ​ໃນ​ປີ​ແລ້ວ​ນີ້ ຍັງ​ບໍ່ໄດ້ເປັນ​ຮູບ​ປະ​ທໍາ​
ໃດໆ​ຂຶ້ນ​ມາ​ເທື່ອ. ທ່ານ Quintana ກ່າວ​ວ່າ ບັນດາ​ພັກ​
ການ​ເມືອງ​ຝ່າຍ​ຄ້ານ​ແລະ​ພວກ​ຊົນ​ກຸ່ມ​ນ້ອຍ​ຕ່າງໆ​ໄດ້​ຖືກ
ຍົກ​ເວ້ນ​ບໍ່​ໃຫ້​ເຂົ້າ​ຮ່ວມ​ໃນ​ຂະ​ບວນການ​ການ​ເລືອກ​ຕັ້ງແລະ
ທ່ານເຕືອນ​ວ່າ ການ​ຫັນປ່ຽນ​ໄປ​ສູ່​ລະບອບ​ປະຊາທິປະ​ໄຕ
ທີ່​ບໍ່ຄົບ​ຖ້ວນສໍາ​ເລັດຜົນ​ນັ້ນ ​ແມ່ນ​ຈະບໍ່​ສາມາດນໍາ​ເອົາສະ
ຖຽນ​ລະ​ພາບມາສູ່ມຽນມາ​ໄດ້.

ທ່ານ Quintana ກ່າວ​ຕໍ່​ໄປ​ວ່າ ​ເສລີພາບ​ພື້ນຖານ​ໃນ​ການ
ປາກ​ເວົ້າ ການ​ຄົບ​ຄ້າ​ສະມາຄົມ​ແລະ​ການ​ໂຮມ​ຊຸມນຸມ​ນັ້ນ
ແມ່ນບໍ່​ມີ. ​ທ່ານ​ກ່າວ​ຕື່ມ​ວ່າ ພວກ​ທີ່ປົກ​ຄອງ​ມຽນມາຈະ​
ຕ້ອງ​ໄດ້​ແກ້​ໄຂຢ່າງ​ຮີບ​ດ່ວນ​ບັນຫາການລະ​ເມີດ​ສິດທິ​ມະນຸດ
ຢ່າງ​ກວ້າງ​ຂວາງ​ ແລະ​ຢ່າງ​ເປັນ​ລະບົບ​ນີ້.

ທ່ານ Quintana ກ່າວອີກ​ວ່າ ລັດຖະບານ​ຈະ​ຕ້ອງ​ປະຕິບັດ​ຕາມ​ຄໍາ​ກ່າວ​ອ້າງຂອງ​ຕົນ​ທີ່​
ວ່າ​ຈະເຄື່ອນ​ໄຫວໄປ​ສູ່​ສັງຄົມທີ່​ມີ​ປະຊາທິປະ​ໄຕ​ຫລາຍ​ຂຶ້ນນັ້ນ ​ໂດຍ​ການ​ສົ່ງ​ສັນຍານ​ທີ່​
ແຂງ​ແຮງ​ວ່າ ຕົນ​ຕັ້ງ​ໃຈ​ທີ່​ຈະ​ປ່ຽນ​ແປງນະ​ໂຍບາຍ​ແລະວິທີ​ການ​ປະຕິບັດ​ຕ່າງໆ​ຂອງ​ລັດ
ຖະບານ​ຊຸດ​ເກົ່າ​ນັ້ນ ຊຶ່ງ​ທ່ານ Quintana ກ່າວ​ຊີ້​ແຈງ​ວ່າ:

ນຶ່ງໃນບັນດາສັນຍານທີ່ແຂງ​ແຮງ​ທີ່​ສຸດ ທີ່​ລັດຖະບານ​ສາມາດ​ສະ​ແດງອອກ
ນັ້ນ
ກໍແມ່ນໃຫ້ປ່ອຍພວກນັກໂທດຈິດສໍານຶກທັງໝົດ. ການຕັດສິນໃຈໃນທາງ
ບວກ ໃນ​ການປ່ອຍໂຕທ່ານນາງອອງຊານຊູຈີ ເມື່ອເດືອນພະຈິກ ປີ 2010 ຜ່ານ
ມານີ້ ກໍຄວນຈະຕິດຕາມມາ​ໂດຍ​ການປ່ອຍໂຕໂດຍທັນທີແລະຢ່າງບໍ່ມີເງື່ອນໄຂ
ພວກ
ບຸກຄົນຕ່າງໆ​ທັງ​ໝົດ ທີ່ໄດ້ຖືກກັກຂັງມາຍ້ອນໄດ້ຊົໃຊ້ສິດທິມະນຸດຂັ້ນພື້ນ
ຖານ
ຂອງເຂົາເຈົ້ານັ້ນ .​”

ນັກ​ສືບສວນ​ພິ​ເສດ​ Tomas Ojea Quintana ກ່າວ​ວ່າ ລັດຖະບານ​ໃໝ່ຕ້ອງ​ປະ​ເຊີນ​ໜ້າ​
ກັບ​ຄວາມ​ຕ້ອງການ​ຄວາມເປັນ​ຈິງ​ ຄວາມ​ເ​ປັນ​ທໍາ​ແລະ​ຄວາມ​ຮັບຜິດຊອບນັ້ນໃນ​ເວລາ​ອັນໄວ
ທີ່​ສຸດ ​ບໍ່​ແມ່ນ​ໃນພາຍຫລັງ.

ດັ່ງ​ນັ້ນ ທ່ານ​ຈຶ່ງຮຽກຮ້ອງ​ອີກ​ຄັ້ງ​ນຶ່ງ ໃຫ້​ມີ​ການຈັດ​ຕັ້ງ​ຄະນະກໍາມະການ​ສືບສວນ​ທີ່​ເປັນ​ອິດ​ສະລະ ບໍ່​ເຂົ້າ​ຂ້າງ​ອອກ​ຂາ ​ແລະ​ໜ້າ​ເຊື່ອ​ຖື​ໄດ້ຂຶ້ນ​ມາ ເພື່ອ​ທໍາ​ການ​ສືບສວນ​ເລື້ອງ​ການລະ​ເມີດ​ສິດທິ​ມະນຸດ​ຢ່າງ​ຮ້າຍ​ແຮງ​ໃນ​ມຽນມາ​ນັ້ນ​ຢ່າງ​ຮີບ​ດ່ວນ​ໂດຍ​ບໍ່​ມີ​ການ​ຊັກ​ຊ້າ​ໃດໆ.

ທ່ານ Quintana ກ່າວ​ວ່າ ໃນ​ການ​ໄປ​ຢ້ຽມຢາມ​ຂົງ​ເຂດ​ດັ່ງກ່າວ​ຫວ່າງ​ໄວໆ​ມາ​ນີ້ ທ່ານ​ໄດ້ພົບ​ປະ​ກັບ​ພວກ​ອົບ​ພະຍົບ​ແລະພວກ​ສະ​ແຫວ​ງຫາ​ການ​ລີ້​ໄພ​ ທີ່ມາ​ຈາກ​ທຸກ​ພາກສ່ວນ​ຂອງ​ມຽນມາ ຊຶ່ງ​ທ່ານ​ກ່າວຕໍ່​ໄປ​ວ່າ ​ເລື້ອງ​ລາວຕ່າງໆທີ່​ເຂົາ​ເຈົ້າ​ເລົ່າ​ໃຫ້ຟັງ​ນັ້ນ ​ແມ່ນ​ສະທ້ອນ​ເຖິງ​ໂສກ​ນາດຕະ​ກໍາ​ຕ່າງໆ​ທີ່​ເຂົາ​ເຈົ້າ​ໄດ້​ປະສົບມາ​ຍ້ອນ​ການ​ກະທໍາຂອງ​ລັດຖະ
ບານນັ້ນ.
ທ່ານ Quintana ​ເວົ້າ​ວ່າ “ການກົດ​ຂີ່ລະ​ເມີດ​ສິດ​ທິຕ່າງໆ ທີ່​ພວກເຂົາ​ເຈົ້າ​ສ່ວນໃຫຍ່ໄດ້​ປະສົບນັ້ນ​ ແມ່ນ​ມີ​ຫລາຍ​ຢ່າງ ​ແລະ​ສະທ້ອນ​ເຖິງ​ຂ່າວ​ຂໍ້​ມູນ​ທີ່ປະຊາ​ຄົມນາໆ​ຊາດ​ໄດ້​ຮັບ​ມາ​ເປັນ​ເວລາ​ຫລາຍ​ໆປີ​ກ່ຽວ​ກັບ​ການລະ​ເມີດ​ສິດ​ຕ່າງໆ​ຢ່າງ​ກວ້າງຂວາງ​ ທີ່​ເກີດ​ຂຶ້ນ​ຢູ່ໃນ​ປະ​ເທດ​ນັ້ນ ຊຶ່ງ​ມີຮວມທັງການ​ໃຊ້ແຮງ​ງານ​ແບບ​ບັງຄັບ ການ​ປະຫານ​ຊີວິດ​ຜູ້​ຄົນ​ນອກ​ກົດໝາຍ ຄວາມ​ກໍ່ຮຸນ​ແຮງ​ທາງກາມາລົມ​ແລະ​ອິງ​ໃສ່ເພດ​ ການ​ຍຶດ​ເອົາ​ທີ່​ດິນ​ແລະ​ຊັບ​ສິນ ການ​ເກັບ​ພາສີ​ໂດຍ​ພະລະການ ການ​ຈໍາ​ແນກທາງ​ດ້ານ​ສາສະໜາ​ແລະ​ຊົນ​ຊາດ​ຊົນ​ເຜົ່າ ການ​ຈັບ​ກຸມ​ຄຸມ​ຂັງ​ຜູ້​ຄົນ​
ໂດຍ​ພະລະການ​ ຕະຫລອດ​ທັງການ​ຕັດ​ສິດທາ​ງດ້ານ​ເສດຖະກິດ ສັງຄົມ
ແລະ​ວັດທະນະ​ທໍາ
ຂອງ​ເຂົາ​ເຈົ້າ.”

ຜູ້ຕາງໜ້າ​ມຽນມາ​ປະ​ຈໍາ​ສະພາ​ວ່າ​ດ້ວຍ​ສິດທິ​ມະນຸດ​ສະຫະ​ປະຊາ​ຊາດໄດ້ສະ​ແດງ​ຄວາມ​ຢຽດ​ຢາມ​ຕໍ່​ລາຍ​ງານ​ສະບັບ​ນີ້ ຊຶ່ງ​ທ່ານ​ກ່າວ​ວ່າ ລາຍ​ງານ​ທີ່​ວ່າ​ນີ້​ບໍ່​ສະທ້ອນ​ເຖິງ​ສະພາບ​ໂຕ​ຈິງ​ໃນ​ມຽນມາ​ແລະ​ໂຕ້​ແຍ້​ງຄໍາບັນ​ລະ​ຍາຍ​ຂອງ​ເຈົ້າ​ໜ້າ​ທີ່​ສືບສວນ​ສອບ​ສວນ​ພິ​ເສດ​ທ່ານ​ນີ້​ ກ່ຽວ​ກັບ​ການ​ເລືອກ​ຕັ້ງ​ໃນ​ປີ​ກາຍ ໂດຍກ່າວ​ວ່າ ຂັ້ນ​ຕອນ​ການ​ເລືອກ​ຕັ້ງ​ໄດ້​ເປັນ​ໄປ​ຢ່າງ​ເສລີ ​ແລະ​ການ​ຫັນປ່ຽນ​ໄປ​ສູ່​ລະບອບ​ປະຊາທິປະ​ໄຕ​ໃນ​ປະເທດ​ຂອງ​ທ່ານ​ ແມ່ນ​ຍັງ​ດໍາ​ເນີນ​ໄປ​ຕາມ​ແຜນການ.

XS
SM
MD
LG