ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ສະຫະປະຊາຊາດຮຽກຮ້ອງ ຕໍ່ຜູ້ນໍາມຽນມາ


ເລຂາທິການໃຫຍ່ອົງການສະຫະປະຊາຊາດທ່ານ Ban Ki Moon
ເລຂາທິການໃຫຍ່ອົງການສະຫະປະຊາຊາດທ່ານ Ban Ki Moon

ເລຂາທິການໃຫຍ່ອົງການສະຫະປະຊາຊາດທ່ານ Ban Ki
Moon ຮຽກຮ້ອງ ໃຫ້ພວກຜູ້ນຳລັດຖະບານທະຫານທີ່ປົກ
ຄອງປະເທດມຽນມາຢູ່ໃນເວລານີ້ໃຫ້ການຄໍ້າປະກັນວ່າ
ການເລືອກຕັ້ງເທື່ອທຳອິດໃນຮອບ 2 ທົດສະວັດຢູ່ໃນປະ
ເທດດັ່ງກ່າວ ເປັນການເລືອກຕັ້ງທີ່ເປີດກວ້າງ ມີການປະ
ກອບສ່ວນເຂົ້າຮ່ວມແລະມີຄວາມໂປ່ງໃສຫຼາຍເທົ່າທີ່ເປັນ
ໄປໄດ້.

ໃນມື້ວານນີ້ ທ່ານ Ban ໄດ້ພົບປະກັບພວກເຈົ້າໜ້າທີ່ອະວຸ
ໂສຈາກກຸ່ມເພື່ອນມິດຂອງມຽນມາ ທີ່ມີສະມາຊິກ 14 ປະ
ເທດຮວມທັງສະຫະລັດ ຣັດເຊຍ ຈີນແລະອອສເຕຣເລຍ.

ຜູ້ນຳຂອງອົງການສະຫະປະຊາຊາດກ່າວຕໍ່ພວກນັກຂ່າວ ວ່າບັນດາລັດຖະມົນຕີທີ່ທ່ານໄດ້ພົບປະນັ້ນ ຕ່າງກໍໄດ້ພາກັນ ສະແດງອອກຊຶ່ງການໃຫ້ຄວາມສະໜັບສະໜຸນ ຄວາມວິຕົກ
ກັງວົນແລະຄວາມຄາດຫວັງ ກ່ຽວກັບຂັ້ນຕອນທາງການ ເມືອງຢູ່ໃນມຽນມາ ກ່ອນໜ້າການເລືອກຕັ້ງ ໃນວັນທີ 7 ພະຈິກ ຈະມານີ້.

ກຸ່ມປະເທດເພື່ອນມິດຂອງມຽນມາ ຮຽກຮ້ອງໃຫ້ປ່ອຍພວກນັກໂທດການເມືອງທັງໝົດ
ຮວມທັງຜູ້ນຳພັກຝ່າຍຄ້ານຂອງມຽນມາ ທີ່ຖືກບໍລິເວນຢູ່ໃນເວລານີ້ ຄືທ່ານນາງອອງ ຊານຊູຈີ ຜູ້ທີ່ເຄີຍໄດ້ຮັບລາງວັນໂນແບລ ຂະແໜງສັນຕິພາບ.

ທ່ານ​ພັນ​ກີ​ມູນ​ກ່າວ​ວ່າ ທ່ານ​ເຫັນ​ພ້ອມ​ນໍາ​ທີ່​ວ່າ ການ​ປ່ອຍ​ໂຕພວກ​ນັກ​ໂທດແມ່ນ​ຈໍາ​ເປັນ
ຖ້າ​ຢາກ​ໃຫ້ການເລືອກ​ຕັ້ງ​ຂອງ​ມຽນມາເປັນ​ທີ່​ໜ້າ​ເຊື່ອ​ຖືໄດ້.

XS
SM
MD
LG