ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ອົງການອາຫານໂລກ ສົ່ງອາຫານສຸກເສີນ ໄປຍັງ ເກົາຫລີເໜືອ


ອົງການອາຫານໂລກ ກໍາລັງສົ່ງອາຫານຊ່ວຍເຫລືອສຸກເສີນ ຊຸດທໍາອິດ ໄປຍັງເຂດທີ່ຖືກນໍ້າຖ້ວມໃນ ເກົາຫລີເໜືອ.
ອົງການອາຫານໂລກ ກໍາລັງສົ່ງອາຫານຊ່ວຍເຫລືອສຸກເສີນ ຊຸດທໍາອິດ ໄປຍັງເຂດທີ່ຖືກນໍ້າຖ້ວມໃນ ເກົາຫລີເໜືອ.

ອົງການ​ອາຫານ​ໂລກ ກ່າວ​ວ່າ ຕົນ​ກໍາລັງ​ສົ່ງ​ອາຫານຊ່ວຍ​ເຫລື​ອ​ສຸກ​ເສີນ ຊຸ​ດ​ທໍາ​ອິດ
ໄປ​ຍັງ​ເຂດ​ທີ່​ຖືກ​ນໍ້າ​ຖ້ວມ​ໃນ​ເກົາຫລີ​ເໜືອ ບ່ອນ​ທີ່ຝົນຕົກ​ໜັກ​ໄດ້​ເຮັດ​ໃຫ້​ມີ​ຄົນ​ຕາຍ
​ເຖິງ 120 ຄົນ ​ແລະ​ເຮັດ​ໃຫ້​ຫລາຍ​ສິບ​ພັນ​ຄອບ​ຄົວ ບໍ່​ມີນໍ້າ​ສະອາດດື່ມ ​ແລະ​ບໍ່​ມີ
​ສະບຽງ ອາຫານພຽງພໍ.

ຫລັງ​ຈາກ​ໄດ້​ສົ່ງ​ຜູ້​ສັງ​ເກ​ດການຈໍານວນ​ນຶ່ງໄປ​ຍັງ​ເກົາຫລີ​ເໜືອ ​ໃນ​ຕົ້ນ​ອາທິດ​ນີ້ ອົງການ​
ອາຫານ​ໂລກຂອງ​ສະຫະ​ປະຊາ​ຊາດ ກ່າວ​ໃນ​ວັນ​ສຸກ​ວານ​ນີ້ວ່າ ນໍ້າຖ້ວມ​ໄດ້​ທໍາລາຍ
ສ້າງ​ຄວາມ​ເສຍ​ຫາຍ​ຢ່າງ​ຫລວງຫລາຍ​ ​ໃຫ້ແກ່ເຂົ້າ​ສາລີ ​ຖົ່ວເຫລືອ​ງ ​ແລະທົ່ງ​ໄຮ່​ທົ່ງ​ນາ​.

ອົງການ​ອາຫານ​ໂລກ ຫລື WFP ກ່າວ​ວ່າ ການ​ຊ່ວຍ​ເຫລືອຊຸດ​ທໍາ​ອິດ​ນີ້ ຈະສະໜອງ​ເຂົ້າ
ສາລີ ​ໃຫ້​ຜູ້​ໄດ້​ຮັບ​ເຄາະ​ຮ້າຍ​ໃນອັດຕາ​ປັນ​ສ່ວນ 400 ກ​ຣາມຕໍ່​ມື້ ​ເປັນ​ເວລາ 14 ມື້. WFP ​
ຍັງ​ໄດ້​ກ່າວ​ອີກ​ວ່າ ຫລາຍ​ສິບ​ພັນ​ຄອບຄົວ​ຕ້ອງການ​ນໍ້າ​ດື່ມ​ທີ່ສະອາດ ຢ່າງ​ຮີບ​ດ່ວນ ​ເພື່ອ
ປ້ອງ​ກັນໂຣຄາ​ພະ​ຍາດ.

ສູ​ນກາງ​ຂ່າວ​ເກົາຫລີ​ເໜືອ ​ໄດ້​ລາຍ​ງານ​ວ່າ ມີທັງ​ໝົດ 119 ຄົນ​ ​ເສຍ​ຊີ​ວິດ​ໃນ ​2-3 ອາທິດ​
ທີ່​ຜ່ານ​ມາ​ນີ້ ​ແລະ​ຫລາຍ​ກວ່າ 60.000 ພັນ​ຄົນ​ບໍ່​ມີ​ທີ​ຢູ່​ອາ​ໃສ ​ແລະ​ເນື້ອ​ທີ່​ປູກ​ຝັງ ປະ​ມານ
45.000 ​ເຮັກຕາ ໄດ້​ຖືກ​ນໍ້າ​ຖ້ວມ ຫລື​ຖືກ​ນໍ້າ​ພັດ​ໄປ.

XS
SM
MD
LG