ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສປຊ ວາງ​ມາດຕະ​ການ ​ລົງ​ໂທດ ​ບໍລິສັດ​ທີ່​ບໍລິຫານ ກຳ​ປັ່ນເກົາຫລີ​ເໜືອ ທີ່ຖືກຍຶດ (ວີດີໂອ)


ລູກເຮຶອເກົາຫລີເໜືອ ອອກມາຢືນຢູ່ລະບຽງເຮືອ Chong Chon Gang ທີ່ຖືກຍຶດໄວ້ໃນ ພານາມາ
ລູກເຮຶອເກົາຫລີເໜືອ ອອກມາຢືນຢູ່ລະບຽງເຮືອ Chong Chon Gang ທີ່ຖືກຍຶດໄວ້ໃນ ພານາມາ

ສະຫະ​ປະຊາ​ຊາດ ​ໄດ້ວາງ​ມາດຕະ​ການ​ລົງ​ໂທດ ​ຕໍ່​ບໍລິສັດ​ທີ່​ບໍລິ
ຫານກຳ​ປັ່ນ ​ເກົາຫລີ​ເໜືອ ທີ່​ຖືກ​ຍຶດ​ໃນປີ​ກາຍ​ນີ້ ໂດຍພາ​ນາມາ
​ໃນ​ຂະນະ​ທີ່​ພະຍາຍາມ​ລັກລອບເອົາອາວຸດ​ໄປ​ຈາກ​ຄິວ​ບາ.

ຄະນະ​ກຳມະການ ລົງ​ໂທດ​ເກົາຫລີ​ເໜືອ ຂອງສະພາ​ຄວາມ​ໝັ້ນ
ຄົງ ​ໄດ້​ລົງ​ມະຕິ​ໃນຄືນ​ວັນ​ຈັນ​ວານ​ນີ້ ຈັດ​ບໍລິສັດ Ocean
Maritime Management ທີ່​ຕັ້ງ​ຢູ່ພຽງ​ຢາງນັ້ນ ​ເຂົ້າໃນ​ບັນຊີ​ດຳ.

ຄະນະ​ກຳມະການ​ເວົ້າ​ວ່າ ບໍລິສັດດັ່ງກ່າວ​ໄດ້ “ມີບົດບາດ​ອັນ​ສຳ
ຄັນ” ​ໃ​ນການ ຈັດ​ແຈງ​ການຂົນສົ່ງອາວຸດ​ດັ່ງ​ກ່າວ ທີ່​ໄດ້​ຖືກ​ຈັບ​ໃນ​ເດືອນ​ກໍ​ລະ​ກົດ ປີ 2013 ຢູ່ໃກ້ ຊ່ອງ​ແຄບພາ​ນາມາ.

ພວກ​ອາວຸດ ​ທີ່ບໍ່ແຈ້ງ​ໃຫ້​ຊາບ ທີ່​ໄດ້ຖືກ​ຄົ້ນ​ພົບ​ຢູ່​ໃນ​ກຳ​ປັ່ນ Chong Chon Gang ​ແມ່ນ​
ມີຮວມ​ທັງ ​ເຮືອບິນ​ລົບ Mig-21 ສອງ​ລຳ ລູກ​ສອນ​ໄຟຈຳນວນ​ນຶ່ງ ​ແລະ​ອາວຸດ​ອື່ນໆອີກ ​ທີ່​
ຊຸກ​ເຊຶ່ອງ​ໄວ້​ຢູ່​ກ້ອງ​ໄຖ່​ນໍ້າຕານ.

ຄິວ​ບາ ກ່າວ​ວ່າ ຕົນ​ໄດ້​ສົ່ງ​ອັນ​ທີ່​ອ້າງ​ວ່າ ​ເປັນອາວຸດ​ໃນສະ​ໄໝ​ໂຊ​ຫວຽດ ທີ່ “ລ້າ​ສະ​ໄໝ​ແລ້ວ
​ນັ້ນ” ​ໄປຍັງເກົາຫລີ​ເໜືອ​ ເພື່ອ​ສ້ອມແປງ.

​ແຕ່​ວ່າ ຄະນະ​ກຳມະການສະຫະ​ປະຊາ​ຊາດ ກ່າວ​ວ່າ ການ​ຊຸກ​ເຊື່ອງອາວຸດ​ດັ່ງກ່າວ​ໄວ້​ນັ້ນ
“ສະ​ແດງ​ໃຫ້​ເຫັນ​ເຈດ​ຕະນາ​ທີ່​ຈະ​ຫລີກ​ລ່ຽງ” ການ​ລົງ​ໂທດ​ຂອງນາ​ໆ​ຊາດ ທີ່ຫ້າມ​ບໍ່​ໃຫ້ສົ່ງ
ອາວຸດ​ ໃຫ້​ແກ່ເກົາຫລີ​ເໜືອ.

UN NOKOR VO
please wait
Embed

No media source currently available

0:00 0:01:09 0:00

XS
SM
MD
LG