ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ຄວາມຮຸນແຮງ ແລະການກົດຂີ່ ເປັນບັນຫາ ໃຫ້ແກ່ການເລືອກຕັ້ງ ໃນ ບັງກລາແດັສ


ນັກເຄື່ອນໄຫວຜູ້ນຶ່ງຂອງກຸ່ມ BNP ພວມຖືກຕຳຫຼວດຈັບ ໃນນະຄອນດາກາ ໃນປີ 2018 ພວກຜູ້ນຳຝ່າຍຄ້ານຫຼາຍ
ພັນຄົນ ແລະພວກນັກເຄື່ອນໄຫວຕ່າງໆ ໄດ້ຖືກຈັບໃນບັງ
ກລາແດັສ ຍ້ອນຖືກກ່າວຫາວ່າ ກໍ່ຄວາມຮຸນແຮງທາງດ້ານ
ການເມືອງ.
ນັກເຄື່ອນໄຫວຜູ້ນຶ່ງຂອງກຸ່ມ BNP ພວມຖືກຕຳຫຼວດຈັບ ໃນນະຄອນດາກາ ໃນປີ 2018 ພວກຜູ້ນຳຝ່າຍຄ້ານຫຼາຍ ພັນຄົນ ແລະພວກນັກເຄື່ອນໄຫວຕ່າງໆ ໄດ້ຖືກຈັບໃນບັງ ກລາແດັສ ຍ້ອນຖືກກ່າວຫາວ່າ ກໍ່ຄວາມຮຸນແຮງທາງດ້ານ ການເມືອງ.

ຫ້ອງການສິດທິມະນຸດສະຫະປະຊາຊາດ ຮຽກຮ້ອງເຈົ້າໜ້າ ທີ່ບັງກລາແດສໃຫ້ຈັດ
ການກັບພັກການເມືອງທີ່ຖືກກ່າວຫາວ່າ ຢູ່ເບື້ອງ ຫຼັງການໂຈມຕີຢ່າງຮຸນແຮງຈົນເຖິງ
ແກ່ຊີວິດ ພວກນັກການເມືອງຝ່າຍ ຄ້ານທີ່ທຳການປະທ້ວງ ຜົນການເລືອກຕັ້ງສະພາ
ຂອງປະເທດເມື່ອມໍ່ໆມານີ້. Lisa Schlein ສົ່ງລາຍງານເລື້ອງນີ້ ມາໃຫ້ ວີໂອເອ ຈາກ
ສຳນັກ ງານໃຫຍ່ ທີ່ເຈນີວາ ດັ່ງ ສາລີ ຈະສະເໜີທ່ານໃນອັນດັບຕໍ່ໄປ.

ລິງໂດຍກົງ

ອົງການດັ່ງກ່າວຂອງ ສະຫະປະຊາຊາດ ສະແດງຄວາມເປັນຫ່ວງ ຢ່າງເລິກເຊິ່ງອອກ
ມາ ກ່ຽວກັບການປາບ​ປາມທັບມ້າງຢ່າງຮຸນແຮງ ຕໍ່ ສະມາຊິກ ພັກການເມືອງຝ່າຍ
ຄ້ານ ຂອງບັງກລາແດສ ທັງກ່ອນໜ້າ ໃນລະຫວ່າງ ແລະລຸນຫຼັງການເລືອກຕັ້ງສະພາ
ໃນວັນທີ 30 ທັນວາ. ພວກຝ່າຍຄ້ານທີ່ອ້າງວ່າ ການ​ໄດ້​ຮັບໄຊຊະນະຢ່າງຖ້ວມລົ້ນຂອງ
ພັກ ສັນນິບາດ ອາວາມີ ຊຶ່ງ​ເປັນ​ພັກ​ລັດ​ຖະ​ບານ ທີ່ປົກຄອງປະເທດຢູ່ນັ້ນ ໄດ້ມາ​ດ້ວຍ​
ການ​ສໍ້​ໂກງ​ຄະ​ແນນ ຈຶ່ງໄດ້ພາກັນລົງສູ່ຖະໜົນປະທ້ວງ.

ຫ້ອງການສິດທິມະນຸດຂອງອົງການສະຫະປະຊາຊາດ ກ່າວວ່າ ຕົນມີ ລາຍງານທີ່ໜ້າ
ເຊື່ອຖືໄດ້ ກ່ຽວກັບການລົ້ມຕາຍ ການບາດເຈັບ ແລະ ການສ້າງຄວາມຢ້ານກົວ ອັນມີ
ລວມທັງ ການຈັບກຸມໂດຍພະລະການ ການຮາວີລົບກວນ ແລະ ການຫາຍສາບສູນ
ຂອງພວກຕໍ່ຕ້ານລັດຖະ ບານຕະຫຼອດທັງພວກຊົນກຸ່ມນ້ອຍນຳ. ອົງການດັ່ງກ່າວເວົ້າ
ວ່າ ລາຍ ງານເຫຼົ່ານັ້ນ ຊີ້ໃຫ້ເຫັນ ເຖິງມາດຕະການກົດຂີ່ຂົ່ມເຫັງ ໂດຍການກະ ທຳທີ່ບໍ່
ສົມສ່ວນ ໂດຍພວກ​ນັກ​ເຄື່ອນ​ໄຫວຂອງພັກລັດ​ຖະ​ບານລວມທັງ ພວກເຈົ້າໜ້າທີ່ຮັກ
ສາກົດໝາຍນຳ.

ໂຄສົກຍິງ ຂອງອົງການດັ່ງກ່າວ ທ່ານນາງ Ravina Shamdasani ກ່າວວ່າ ພວກສື່
ມວນຊົນມື​ອາ​ຊີບ ພວກປົກປ້ອງສິດທິມະນຸດ ພວກ ຝ່າຍຄ້ານທາງດ້ານການເມືອງ ຕະ
ຫຼອດທັງພວກຕ້ອງ​ຕິລັດຖະບານ ແມ່ນພວກຖືກຈຳກັດຮັດແຄບບໍ່​ໃຫ້​ໂຈມ​ຕີ. ທ່ານນາງ
ໄດ້ກ່າວ​ຕໍ່ວີໂອ ເອວ່າ ສະຖາບັນຕ່າງໆ​ຂອງບັງກລາແດັສ ລວມທັງຄະນະກຳມາທິ ການ
ການເລືອກຕັ້ງ ແລະຄະນະກຳມາທິການສິດທິມະນຸດແຫ່ງຊາດແມ່ນມີລາຍງານວ່າຍັງ
ບໍ່ເປັນກາງພໍ.

ທ່ານ​ນາງ Shamdasani ກ່າວວ່າ “ພວກເຮົາເນັ້ນໜັກວ່າ ມັນເປັນ ເລື້ອງສຳຄັນທີ່ສຸດ ເພື່ອໃຫ້ມີຄວາມແຈ້ງຂາວ ດັ່ງທີ່ທ່ານໄດ້ເວົ້າໄປ ໃຫ້ຖືກຕ້ອງຕາມກົດໝາຍ ໃຫ້ມີຄວາມ
ໝາຍຢ່າງເປັນທາງການ ໃຫ້ ປະຊາຊົນໄດ້ຮູ້ເຫັນ ເພື່ອໃຫ້ພວກເຂົາເຈົ້າ ໄດ້ສະແດງ
ຄວາມເສົ້າໂສກເສຍໃຈນຳ ທັງເພື່ອໃຫ້ຫຼີກເວັ້ນ ຈາກຄວາມຮຸນແຮງຕໍ່ໄປ.”

ອົງການດັ່ງກ່າວຂອງສະຫະປະຊາຊາດ ພວມຊຸກຍູ້ໃຫ້ພວກເຈົ້າໜ້າທີ່ ທັງຫຼາຍປະຕິ
ບັດໂດຍທັນທີ ໃຫ້ທຳການສືບສວນ ການກະທຳຕ່າງໆ ທີ່ຖືກກ່າວຫາ ລວມທັງການ
ລະເມີດສິດທິມະນຸດນຳທີ່ພົວພັນກັບການ ເລືອກຕັ້ງນັ້ນ. ອົງການນັ້ນເວົ້າວ່າ ພວກທີ່
ຮັບຜິດຊອບຕໍ່ການກະທຳ ຜິດເຫຼົ່ານັ້ນ ຈະຕ້ອງຖືກນຳເອົາມາລົງໂທດ ບໍ່ວ່າຈະສັງກັດ
ຢູ່ໃນພັກ ການເມືອງໃດກໍຕາມ.

ອົງການດັ່ງກ່າວເຕືອນວ່າ ການ​ເຄື່ອນ​ໄຫວ​ສຳ​ລັບພວກປົກປ້ອງສິດທິ ມະນຸດ ກັບພວກ
ສະມາຊິກອື່ນໆຂອງກຸ່ມສັງຄົມພົນລະເຮືອນບັງກລາ ແດັສ ພວມແຄບເຂົ້າທຸກມື້. ອົງ
ການດັ່ງກ່າວເວົ້າວ່າ ຈະຕ້ອງມີການ ປົກ​ປັກຮັກສາເພື່ອປ້ອງກັນສິດທິດ້ານເສລີພາບ
ໃນການສະແດງອອກ ການໂຮມຊຸມນຸມ ແລະການຄົບຄ້າສະມາຄົມຢ່າງສັນຕິຂອງເຂົາ
ເຈົ້າ ເອົາໄວ້.

ເຊີນອ່ານເລື້ອງນີ້ຕື່ມເປັນພາສາອັງກິດ

ລາຍການກະຈາຍສຽງຂອງວີໂອເອ ລາວ ຜ່ານໂທລະພາບ

ສົດ ລາຍການວິທະຍຸ-ກະຈາຍສຽງຂອງວີໂອເອລາວ ວັນທີ 28 ມີນາ 2024

XS
SM
MD
LG