ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຜູ້ນໍາຫຼາຍກວ່າ 120 ຄົນຈາກທົ່ວໂລກ ຈະໄປຮ່ວມ ກອງປະຊຸມ ສະມັດຊາໃຫຍ່ ສປຊ


ເລຂາທິການໃຫຍ່ຂອງອົງການສະຫະປະຊາຊາດ ທ່ານ Ban Ki-moon (ຂວາ) ພົບປະກັບ ປະທານາທິບໍດີອິຣ່ານ ທ່ານ Mahmoud Ahmadinejad ທີ່ສໍານັກງານໃຫຍ່ ຂອງອົງການສະຫະປະຊາຊາດ.
ເລຂາທິການໃຫຍ່ຂອງອົງການສະຫະປະຊາຊາດ ທ່ານ Ban Ki-moon (ຂວາ) ພົບປະກັບ ປະທານາທິບໍດີອິຣ່ານ ທ່ານ Mahmoud Ahmadinejad ທີ່ສໍານັກງານໃຫຍ່ ຂອງອົງການສະຫະປະຊາຊາດ.
ເລຂາທິການໃຫຍ່ຂອງອົງການສະຫະປະຊາຊາດ ທ່ານ Ban
Ki-moon ກ່າວວ່າບັນຫາຊີເຣຍຈະເປັນເລື່ອງອັນດັບສູງສຸດ
ຢູ່ໃນສະໝອງຂອງທຸກໆຜູ້ນໍາທີ່ຈະເຂົ້າຮ່ວມໃນກອງປະຊຸມ
ສະມັດຊາໃຫຍ່ຂອງອົງການສະຫະປະຊາຊາດ ທີ່ນະຄອນ
ນິວຢອກໃນອາທິດນີ້.

ຈະມີບັນດາຜູ້ນໍາຫຼາຍກວ່າ 120 ຄົນຈາກທົ່ວໂລກ ເຂົ້າຮ່ວມໃນ
ກອງປະຊຸມປະຈໍາປີ ຢູ່ທີ່ສໍານັກງານໃຫຍ່ຂອງອົງການສະຫະປະ
ຊາຊາດ ເພື່ອໂອ້ລົມແລະອະພິປາຍກັນ ກ່ຽວກັບບັນຫາສົງຄາມ,
ວິກິດການທາງການເມືອງ ແລະຄວາມເປັນຫວ່ງເປັນໃຍທາງ
ດ້ານມະນຸດ ສະທໍານໍາອີກຊຶ່ງກອງປະຊຸມບັ້ນສໍາຄັນຕ່າງໆນັ້ນ
ຈະເລີ່ມຂຶ້ນໃນວັນອັງຄານມື້ອື່ນນີ້.

ທ່ານ Ban ກ່າວວ່າ ຊີເຣຍຈະເປັນຫົວຂໍ້ໃຫຍ່ທີ່ສຸດ ໃນລາຍການຂອງທ່ານ ຊຶ່ງທ່ານ
ກ່າວຕື່ມວ່າ ມັນແມ່ນບັນຫາ ທີ່ຈະຕ້ອງຈັດການແກ້ໄຂຢ່າງຮີບດ່ວນທີ່ສຸດ.

ທັງໂລກຍັງຄົງຕົກລົງກັນບໍ່ໄດ້ ກ່ຽວກັບວ່າຈະຈັດການແນວໃດ ເພື່ອແກ້ໄຂບັນຫາສົງ
ຄາມກາງເມືອງໃນຊີເຣຍ ທີ່ໄດ້ຍັງຜົນໃຫ້ມີຜູ້ຄົນເສຍຊີວິດໄປຫຼາຍກວ່າ 20 ພັນຄົນແລ້ວ ຊຶ່ງສ່ວນໃຫຍ່ແມ່ນປະຊາຊົນພົນລະເຮືອນທົ່ວໄປ. ຣັດເຊຍແລະຈີນ ໄດ້ໃຊ້ສິດຍັບຍັ້ງ
ການລົງໂທດຢ່າງໜັກຕໍ່ລັດຖະບານຊີເຣຍ ຢູ່ໃນສະພາຄວາມໝັ້ນຄົງອົງການສະຫະປະ
ຊາຊາດ ແລະທາງສະຫະລັດນັ້ນ ກໍໄດ້ສະແດງຄວາມປາດຖະໜາ ບໍ່ຢາກໃຫ້ມີການ
ແຊກແຊງທາງທະຫານ.

ບັນຫາສໍາຄັນອື່ນໆ ທີ່ຄາດວ່າຈະຄອບງໍາ ກອງປະຊຸມສະມັດຊາໃຫຍ່ປີນີ້ ກໍແມ່ນມີໂຮມທັງ
ຄວາມເຄັ່ງຕຶງລະຫວ່າງ ອິສຣາເອລແລະອິຣ່ານ ແລະບັນຫາການປະທ້ວງຢ່າງຮຸນແຮງເຖິງ
ຂັ້ນມີຄົນຕາຍ ຕໍ່ຕ້ານຮູບເງົາໝິ່ນປະໝາດສາສະໜາອິສລາມ ທີ່ສ້າງໃນສະຫະລັດນັ້ນ.

ລາຍງານວີດີໂອ: ຄາດວ່າບັນຫາຊີເຣຍຈະຄອບງໍາກອງປະຊຸມສະມັດຊາໃຫຍ່:
Syria Crisis Expected to Overshadow UN General Assembly
please wait

No media source currently available

0:00 0:02:43 0:00
ລິງໂດຍກົງ
XS
SM
MD
LG