ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໓ ກັນຍາ ໒໐໒໓

ສປຊ ອະນຸມັດ ໃຫ້ອີຢູ ໃຊ້ກຳລັງທະຫານ ຕໍ່ພວກລັກລອບ ຄ້າມະນຸດ


ຊາວອົບພະຍົບ ເດີນທາງມາເຖິງ ຢູ່ໃນເຮືອອັງກິດ HMS Enterprise ກ່ອນແຍກຍ້າຍໄປທ່າເຮືອ Sicilian ເມືອງ Catania, ປະເທດອີຕາລີ, Oct. 6, 2015.

ສະພາ​ຄວາມ​ໝັ້ນຄົງ ສະຫະ​ປະຊາ​ຊາດ ໄດ້ຮັບ​ຜ່ານ​ມະຕິສະ
ບັບ​ນຶ່ງ ໃນວັນ​ສຸກ​ວານ​ນີ້ ​ເພື່ອ​ອະນຸມັດ​ໃຫ້ສະຫະພາບ​ຢູ​ໂຣບ
ຫລືອີຢູ ແລະ​ບັນດາ​ປະ​ເທດ​ຕ່າງໆ ​ທີ່ຢູ່​ນອກຢູ​ໂຮບ ກວດຄົ້ນ
ແລະ​ຍຶດບັນດາ​ເຮືອ ທີ່​ສົງ​ໄສ​ວ່າລັກລອບ​ການ​ຄ້າ​ມະນຸດຢູ່​ໃນ
ທະ​ເລ Mediterranean ​ນອກ​ຝັ່ງ​ທະ​ເລລີ​ເບຍ.

ສະພາ​ຄວາມ​ໝັ້ນຄົງ ທີ່ມີສະມາຊິກ 15 ປະເທດ​ ​ໄດ້​ຮັບ​ຮອງ
ເອົາມາດ​ຕະການ ​ດັ່ງກ່າວ ທີ່ຮ່າງໂດຍ​ອັງກິດ ​ເພື່ອ​ຮັບມື​ກັບວິ​
ກິດ​ການ​ອົບ​ພະຍົບ ທີ່​ຮ້າຍ​ແຮງສຸດ​ໃນ​ຢູ​ໂຣບນັບ​ແຕ່​ສົງຄາມ​
ໂລກ​ຄັ້ງ​ທີ່​ສອງເປັນຕົ້ນມາ. ສິບ​ສີ່​ປະ​ເທດສະມາຊິກໄດ້ລົງຄະ
ແນນ​ສຽງ​ເຫັນ​ພ້ອມ ມີເວ​ເນ​ຊູ​ເອ​ລາ ບໍ່​ອອກສຽງ.

ສະ​ພາຄວາມ​ໝັ້ນຄົງ ​ໄດ້​ຮັບ​ຮອງເອົາມະຕິດັ່ງກ່າວພາຍໃຕ້ບົດທີ 7 ຂອງກົດ ບັດສະຫະ
​ປະຊາ​ຊາດ ທີ່​ອະນຸມັດໃຫ້​ໃຊ້ກຳລັງໄດ້ ​ແຕ່ຢູ່ໃນຂອບເຂດ​ຈຳກັດ​ນຶ່ງ​ປີ.

ສະຫະພາບ​ຢູ​ໂຣບ ​ໃນ​ຂັ້ນ​ຕົ້ນ ​ຕ້ອງການ​ຢາກ​ປະຕິບັດ​ງານ​ຢູ່​ໃນ​ເຂດນ່ານນ້ຳ​ຂອງ​ລີ​ເບຍ
​ແຕ່​ວ່າ ລີ​ເບຍ​ໄດ້ຄັດຄ້ານ.

ພວກອົບພະຍົບ ພາກັນຕຽມຫລັບນອນຢູ່ເທິງເຮືອ ອົງການແພດບໍ່ມີພົມແດນ
ພວກອົບພະຍົບ ພາກັນຕຽມຫລັບນອນຢູ່ເທິງເຮືອ ອົງການແພດບໍ່ມີພົມແດນ

ບັນດາ​ນັກ​ການ​ທູດສະຫະ​ປະຊາ​ຊາດກ່າວ​ວ່າ ພວກ​ອົບ​ພະຍົບທີ່ຢູ່​ໃນ​ເຮືອທີ່​ຖືກ​ກວດຄົ້ນ
​ແລະ​ຖືກຍຶດ ຈະ​ນຳ​ເອົາ​ໄປຢູ​ໂຣບ. ທ່ານ Matthew Rycroft ​ເອກ​ອັກຄະ​ລັດຖະທູດ ​ອັງ
ກິດ ປະຈຳ​ອົງການສະຫະ​ປະຊາ​ຊາດກ່າວວ່າ “ອົບ​ພະ​ຍົບ​ໃດໆກໍຕາມ​ ທີ່​ພົບເຫັນ ໃນລະ ຫວ່າງການ​ປະຕິບັດ​ງານ ຈະຖືກ​ນຳ​ໄປ ​ຢູ​ໂຣບ ໃນຖານະທີ່ເປັນ​ພາກ​ສ່ວນ​ ຂອງຂັ້ນຕອນ
ການ​ດຳ​ເນີນ​ທີ່ໄດ້ກໍ່​ຕັ້ງຂຶ້ນ.”

ລີ​ເບຍໃນ​ຂັ້ນ​ຕົ້ນ​ໄດ້​ຄັດຄ້ານຕໍ່ມະຕິຂອງສະຫະ​ປະຊາ​ຊາດ ​ແຕ່​ໄດ້​ເຫັນ​ດີ​ນຳເອກກະສານ ຂັ້ນສຸດທ້າຍໃນ​ວັນ​ສຸກ​ວານ​ນີ້. ທ່ານ Ibrahim Dabbashi ​ເອກ​ອັກຄະ​ລັດຖະທູດ ລີ​ເບຍ ປະຈຳສະຫະ​ປະຊາ​ຊາດກ່າວວ່າ “ມະຕິດັ່ງ​ກ່າວ​ເປັນ​ບາດກ້າວ​ທີ່​ສຳຄັນເພື່ອ​ຮັກສາ​ຊີວິດ
ແລະ​ຫຼຸດຜ່ອນ​ອັນຕະລາຍ​ຕ່າງໆ ທີ່​ຊາວ​ອົບພະຍົບ​ປ​ະ​ເຊີນ​ໜ້າ ຊຶ່ງເປັນບາດກ້າວທີ່​ພວກ
​ເຮົາ​ຫວັງວ່າ ຈະ​ຕິດຕາມ​ມາ​ດ້ວຍ​ບາດກ້າວໃນຂັ້ນຕໍ່ໄປ ​ເພື່ອ​ຮັບມືກັບ​ວິ​ກິດ​ການ”.

Migrants UN
please wait
Embed

No media source currently available

0:00 0:01:28 0:00

XS
SM
MD
LG