ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເກີດການ​ສູ້​ລົບ​ກັນ ຮອບໃໝ່ ທີ່​​ເມືອງ​ Bor ໃນ ຊູແດນໃຕ້


ພວກທະຫານຊູແດນໃຕ້ ຢືນຢູ່ຂ້າງໆ ຊາກລົດຫັກພັງ ໃນສະໜາມບິນເມືອງ Bor.
ພວກທະຫານຊູແດນໃຕ້ ຢືນຢູ່ຂ້າງໆ ຊາກລົດຫັກພັງ ໃນສະໜາມບິນເມືອງ Bor.
ການ​ສູ້​ລົບ​ກັນ​ໄດ້​ລະ​ເບີດ​ຂຶ້ນທີ່ເມືອງ​ Bor ຊຶ່ງ​ເປັນເມືອງ​ສໍາຄັນ
​ຂອງຊູ​ແດນ​ໃຕ້ ບ່ອນ​ທີ່​ກອງກໍາລັງ​ທະຫານ​ຂອງ​ຝ່າຍ​ລັດຖະ
ບານ ຢຶດ​ມາ​ໄດ້​ຈາກ​ພວກ​ກະ​ບົດ​ໃນ​ອາທິດ​ແລ້ວ​ນີ້.

ການ​ປະ​ທະກັນ​ໃນ​ວັນ​ອັງຄານ​ມື້​ນີ້ມີ​ຂຶ້ນລຸນ​ຫລັງ​ການຮຽກຮ້ອງ
ຄັ້ງ​ໃໝ່​ຂອງ​ອົງການສະຫະ​ປະຊາ​ຊາດແລະສະຫະພາບ​
ອາ​ຟຣິກາ ​ໃຫ້​ຍຸຕິ​ຄວາມ​ຮຸນ​ແຮງ​ ໃນ​ທັນທີ.

ຖະ​ແຫຼ​ງການ​ສະບັບ​ນຶ່ງ ​ຂອງສະພາ​ຄວາມ​ໝັ້ນຄົງ​ອົງການ
ສະຫະ​ປະຊາຊາດ ແລະສະພາ​ສັນຕິພາບ​ແລະຄວາມ​ໝັ້ນຄົງ
​ຂອງສະຫະພາບ​ອາ​ຟຣິກາ ກ່າວ​ໃນ​ຕອນ​ແລງ​ຂອງ​ວັນ​ຈັນ
ວານ​ນີ້​ວ່າ ການເຈລະຈາ​ສັນຕິພາບຄວນຈະ​ເລີ່​ມຂຶ້ນ​ໃນ​ທັນທີ
​ ລະຫວ່າງປະທານາທິບໍດີ Salva Kiir ​ແລະທ່ານ Reik Marchar ຜູ້​ນໍາ​ພວກກະບົດ.

ສະຫະພາບອາ​ຟຣິກາ​ຍັງໄດ້​ຮຽກຮ້ອງ​ໃຫ້ລັດຖະບານ​ທ່ານ Kiir ປ່ອຍ​ພວກ​ຜູ້​ນໍາ​ທາງ​ການ
​ເມືອງ​ທີ່​ຖືກ​ຄຸມ​ຂັງ​ໄວ້​ນັ້ນ​ ​ແລະ​ຂົ່ມຂູ່​ທີ່​ຈະ​ລົງໂທດ ຕໍ່​ພວກ​ທີ່ຍັງ​ສືບ​ຕໍ່​ຍຸ​ແຍ່ໃຫ້ກໍ່​ຄວາມ​ຮຸນ
​ແຮງ​ຂຶ້ນນັ້ນ.

ກຸ່ມ​ປະ​ເທດ​ໃນເຂດ​ພາກ​ຕາ​ເວັນ​ອອກ​ຂອງອາ​ຟຣິກາ ຫຼື IGAD ​ໄດ້​ກຳນົດ​ໃຫ້​ວັນ​ອັງຄານ
ມື້​ນີ້ ​ເປັນ​ເສັ້ນ​ຕາຍ​ເພື່ອ​ໃຫ້​ທັງ​ສອງ​ຝ່າຍທຳ​ການ​ເຈລະຈາ​ແບບ​ເຊິ່ງ​ໜ້າ​ ແຕ່ກໍ​ຍັງ​ບໍ່​ມີ​ຮ່ອງ
ຮອຍໃດໆ​ທີ່​ສະ​ແດງ​ໃຫ້​ເຫັນ​ວ່າ ​ເສັ້ນ​ຕາຍ​ດັ່ງກ່າວ​ນີ້​ຈະ​ບັນລຸ​ກັນ​ໄດ້.

ປະທານາທິບໍດີ ຢູການ​ດາ ທ່ານ Yoweri Museveni ​ໄດ້ພົ​ບປະກັບ​ທ່ານ Kiir ​ໃນ​ວັນ​ຈັນ
​ວານ​ນີ້ ​ແລະເຕືອນໃຫ້ທ່ານ Machar ລົງ​ນາມ​ໃນຂໍ້​ຕົກລົງຢຸດ​ຍິງ ຫຼື​ບໍ່ດັ່ງນັ້ນ​ແລ້ວ​ກໍ​
​ປະ​ເຊີນ​ກັບ​ການ​ເອົາ​ມາດ​ຕະການ​ຂອງ​ພວກ​ປະ​ເທດ​ເພື່ອນ​ບ້ານ.

​ໃນ​ຖະ​ແຫຼ​ງການ​ຂອງກຸ່ມ IGAD ​ເມື່ອອາທິດ​ແລ້ວ​ນີ້ ​ແມ່ນ​ບໍ່​ໄດ້​ຮວມ​ເອົາ​ການ​ຂົ່ມຂູ່ທີ່​ຈະ ​ໃຊ້​ກໍາລັງ ແຕ່ກໍ​ເວົ້າວ່າ ຈະ​ພິຈາລະນາ​ເອົາ​ມາດ​ຕະການ​ເພີ້ມຕື່ມ​ ຖ້າ​ຫາກ​ວ່າການ​ຕໍ່ສູ້​ກັນ​ຍັງ​ດໍາ​ເນີນ​ຢູ່​ຕໍ່​ໄປ​ນັ້ນ.
XS
SM
MD
LG