ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ເວົ້າ​ວ່າ ເດັກ​ນ້ອຍ​ຢ່າງ​ໜ້ອຍ 972 ຄົນ​ໄດ້​ເສຍ​ຊີ​ວິດ ຫຼື ບາດ​ເຈັບໃນ​ຢູ​ເຄ​ຣນ ນັບ​ຕັ້ງ​ແຕ່​ຕອນ​ເລີ່ມ​ຕົ້ນ​ຂອງ​ສົງ​ຄາມ


ລໍ້​ຍູ້​ເດັກ​ນ້ອຍນອນ​ຢູ່​ຖະ​ນົນຫຼັງ​ຈາກ​ການ​ໂຈມ​ຕີ​ດ້ວຍ​ລູກ​ສອນ​ໄຟ​ທີ່​ຮ້າຍ​ແຮງ​ຂອງ ຣັດ​ເຊຍ ໃນ​ເມືອງ ວິນ​ນິດ​ເຊຍ, ຢູ​ເຄ​ຣນ, 14 ກໍ​ລະ​ກົດ 2022.
ລໍ້​ຍູ້​ເດັກ​ນ້ອຍນອນ​ຢູ່​ຖະ​ນົນຫຼັງ​ຈາກ​ການ​ໂຈມ​ຕີ​ດ້ວຍ​ລູກ​ສອນ​ໄຟ​ທີ່​ຮ້າຍ​ແຮງ​ຂອງ ຣັດ​ເຊຍ ໃນ​ເມືອງ ວິນ​ນິດ​ເຊຍ, ຢູ​ເຄ​ຣນ, 14 ກໍ​ລະ​ກົດ 2022.

ອົງ​ການເດັກ​ນ້ອຍ​ຂອງ​ສະ​ຫະ​ປະ​ຊາ​ຊາດ​ເວົ້າ​ວ່າ ເດັກ​ນ້ອຍ​ເກືອບ 1,000 ຄົນ​ໄດ້​ເສຍ​ຊີ​ວິດ ຫຼືບ​າດ​ເຈັບ​ຍ້ອນ​ຄວາມ​ຮຸນ​ແຮງ​ນັບ​ຕັ້ງ​ແຕ່ ຣັດ​ເຊຍ ໄດ້​ບຸກ​ລຸກ​ຢູ​ເຄ​ຣນເກືອບ 6 ເດືອນ​ທີ່​ຜ່ານ​ມາ ທີ່​ອົງ​ການ​ຂ່າ​ເອ​ພີ ໄດ້​ລາຍ​ງາ​ນ.

ອົງ​ການ UNICEF ໄດ້​ກ່າວ​ໃນ​ວັນ​ຈັນ​ວານນີ້​ວ່າ​ຕົວ​ເລກ​ສູງ​ສຸດ​ຂອງ​ເຂົາ​ເຈົ້າ ກ່ຽວ​ກັບ ການ​ເສ​ຍ​ຊີ​ວິດ ແລະ ບາດ​ເຈັບ​ຂອງ​ເດັກ​ນ້ອຍ​ຢ່າງ​ໜ້ອຍ 972 ຄົນ​ສະ​ແດງ​ໃຫ້​ເຫັນ​ພຽງ​ແຕ່​ຜູ້​ທີ່​ຖືກ​ລະ​ບຸ​ຕົວ​ໂດຍ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ເທົ່າ​ນັ້ນ ແລະ ໄດ້​ກ່າວ​ວ່າ​ຕົວ​ເລກ​ທີ່​ແທ້​ຈິງ​ແມ່ນ​ເປັນ​ໄປ​ໄດ້​ວ່າ​ຈະ​ສູງກວ່າຫຼາຍ.

ຜູ້​ເສຍ​ຊີ​ວິດ ແລະ ບາດ​ເຈັບ​ສ່ວນ​ໃຫຍ່​ແມ່ນ​ມີ​ສາ​ເຫດ​ມາ​ຈາກ​ອາ​ວຸດ​ລະ​ເບີດ, ອີງ​ຕາມ​ຖະ​ແຫຼງ​ການ​ສະ​ບັບ​ນຶ່ງ​ຂອງ​ຜູ້​ອຳ​ນວຍ​ການ​ໃຫຍ່​ອົງ​ການ UNICEF ທ່ານ​ນາງ ແຄ​ເທີ​ຣິນ ຣັ​ສ​ໂຊ​ລ໌.

ທ່ານ​ນາງ​ໄດ້​ຂຽນ​ວ່າ “ອີກ​ຄັ້ງ​ນຶ່ງ, ຄື​ໃນ​ສົງ​ຄາມ​ທຸກ​ຄັ້ງ, ການ​ຕັດ​ສິນ​ໃຈ​ທີ່ບໍ່​ລະ​ມັດ​ລະ​ວັງ​ຂອງ​ຜູ້​ໃຫຍ່​ແມ່ນ​ໄດ້​ເຮັດ​ໃຫ້​ເດັກ​ນ້ອຍ​ມີ​ຄວາມ​ສ່ຽງ​ຢ່າງ​ຍິ່ງ. ມັນ​ບໍ່​ມີ​ການ​ຕິ​ບັດ​ການ​ຕິດ​ອາ​ວຸດ​ໃນ​ປະ​ເພດ​ນີ້​ທີ່ບໍ່​ສົ່ງ​ຜົນ​ເຮັ​ດ​ໃຫ້​ເດັກ​ນ້ອຍ​ມີ​ອັນ​ຕະ​ລາຍ.”

ທ່ານ​ນາງ ຣັ​ສ​ໂຊ​ລ໌ ໄດ້​ກ່າວ​ວ່າ​ນອກ​ຈາກ​ເດັກ​ນ້ອຍ​ຜູ້​ທີ່​ໄດ້​ເສຍ​ຊີ​ວິດຫຼື​ບາດ​ເຈັບ​ໃນ​ຄວາມ​ຮຸນ​ແຮງ​ນັ້ນ, “ເດັກ​ນ້ອຍ​ເກືອບ​ທຸກ​ຄົນ​ໃນ ຢູ​ເຄ​ຣນ ແມ່ນ​ໄດ້​ປະ​ສົບ​ກັບ​ຄວາມ​ທຸກ​ທໍ​ລະ​ມາດ​ເປັນ​ຢ່າງ​ຍິ່ງ, ແລະ ຜູ້​ທີ່ຫຼົບ​ໜີ​ຈາກ​ຄວາມ​ຮຸນ​ແຮງ​ແມ່ນ​ມີ​ຄວາມ​ສ່ຽງ​ຢ່າງຫຼວງຫຼາຍ​ທີ່​ຈະ​ຖືກ​ແຍກ​ຈາກ​ຄອບ​ຄົວ, ຄວາມ​ຮຸນ​ແຮງ, ການ​ລ່ວງ​ລະ​ເມີດ, ການ​ສະ​ແຫວງ​ຫາ​ຜົນ​ປະ​ໂຫຍດ​ທາງ​ເພດ ແລະ ການ​ຄ້າ​ມະ​ນຸດ.”

ທ່ານ​ນາງ​ໄດ້​ກ່າວ​ວ່າ​ການ​ເລີ່ມ​ຕົ້ນ​ຂອງ​ປີ​ເຂົ້າ​ໂຮງ​ຮຽນ​ຂອງ​ຢູ​ເຄ​ຣນ ໃນ​ອີກບໍ່​ເຖິງ​ສອງ​ອາ​ທິດ​ແມ່ນ​ການ​ເຕືອນ​ ກ່ຽວ​ກັບ​ວ່າ​ເດັກ​ນ້ອຍ​ໃນ​ປະ​ເທດນີ້​ໄດ້​ສູນ​ເສຍຫຼາຍ​ປານ​ໃດ.

ທ່ານ​ນາງ ຣັ​ສ​ໂຊ​ລ໌ ໄດ້​ກ່າວ​ວ່າ ​ອົງ​ການ​ຂອງ​ທ່ານ​ນາງ​ຄາດ​ວ່າໂຮງ​ຮຽນ 1 ໃນ 10 ແຫ່ງ​ໃນ​ຢູ​ເຄ​ຣນ ແມ່ນ​ໄດ້​ຮັບ​ຄວາມ​ເສ​ຍ​ຫາຍ ຫຼືຖືກ​ທຳ​ລາຍ​ໃນ​ສົງ​ຄາມ.

ທ່ານ​ນາງ​ໄດ້​ກ່າວ​ວ່າ “ເດັກ​ນ້ອຍ​ທຸກ​ຄົນ​ຕ້ອງ​ໄປ​ຢູ່​ໃນ​ໂຮງ​ຮຽນ ແລະ ຮ່ຳ​ຮຽນ, ລວມ​ທັງ​ເດັກ​ນ້ອຍ​ທີ່ຕິດ​ຢູ່​ໃນ​ພາ​ວະ​ສຸກ​ເສີນ. ເດັກ​ນ້ອຍ​ໃນ ຢູ​ເຄ​ຣນ ແລະ ຜູ້​ທີ່ບໍ່​ມີ​ບ່ອນ​ຢູ່​ອາ​ໄສ​ຍ້ອນ​ສົງ​ຄາມ​ນີ້ແມ່ນ​ຈະ​ບໍ່​ຖືກ​ຍົກ​ເວັ້ນ.”

ອ່ານ​ຂ່າວນີ້​ເປັນ​ພ​າ​ສາ​ອັງ​ກິດ

XS
SM
MD
LG