ເຈົ້າໜ້າທີ່ກະເສດຂອງອົງການສະຫະປະຊາຊາດເຕືອນວ່າບັນດາປະເທດທີ່ກຳລັງພັດທະນາ
ທົ່ວເຂດເອເຊຍ ຈຳເປັນຈະຕ້ອງໄດ້ເສີມຂະຫຍາຍການຜະລິດອາຫານໃຫ້ໄດ້ສູງກວ່າ 75%
ພາຍໃນກາງສັດຕະວັດນີ້ ເພື່ອຫຼີກລ່ຽງບໍ່ໃຫ້ເກີດວິກິດການຂາດແຄນອາຫານໃນຂົງເຂດທີ່ມີ
ປະຊາກອນອາໄສຢູ່ຫຼາຍທີ່ສຸດໃນໂລກນັ້ນ
ການເຕືອນຂອງອົງການອາຫານແລະກະເສດຂອງສະຫະປະຊາຊາດຫຼື FAOໄດ້ມີຂຶ້ນໃນວັນ
ພະຫັດວານນີ້ຢູ່ທີ່ກອງປະຊຸມພວກນັກວິທະຍາສາດແລະນັກຄົ້ນຄວ້າດ້ານອາຫານຂອງໂລກ
ທີ່ບາງກອກ ເພື່ອຊອກຫາຊ່ອງທາງເພີ່ມການຜະລິດເຂົ້າເບລ່.
ຖະແຫຼງການສະບັບນຶ່ງຂອງອົງການ FAO ເວົ້າວ່າ ຄວາມໝັ້ນຄົງທາງດ້ານອາຫານຂອງ
ຂົງເຂດສ່ວນໃຫຍ່ແລ້ວ ແມ່ນຂຶ້ນຢູ່ກັບການຫາມາໄດ້ຫຼືຄວາມພ້ອມພຽງຂອງເຂົ້າ ແລະເຂົ້າ
ເບລ່ ຊຶ່ງເປັນພືດສຳຄັນສອງຊະນິດ ທີ່ປະຊາຊົນຈຳນວນຫຼາຍໆພັນລ້ານຄົນ ໃນພື້ນທີ່ອັນ
ກວ້າງໃຫຍ່ຂອງເອເຊຍກາງຕໍ່ນຳນັ້ນ.
ຖະແຫຼງການໃຫ້ເຫດຜົນໃນການທຳນາຍກ່ຽວກັບການຂາດແຄນເຂົ້າເບລ່ຍ້ອນການປ່ຽນແປງ
ຂອງດິນຟ້າອາກາດພ້ອມໆທັງການຂາດແຄນນໍ້າແລະຂາດແຄນດິນປູກຝັງ.
ຖະແຫຼງການສະບັບນີ້ໄດ້ກ່າວອ້າງເຖິງຄວາມມັກທີ່ມີເພີ່ມຂຶ້ນໃນຜະລິດຕະພັນ ທີ່ເຮັດຈາກ
ເຂົ້າເບລ່. ນອກນັ້ນ ຍັງມີການຮຽກຮ້ອງໃຫ້ມີການປະສົມພັນເຂົ້າເບລ່ໃໝ່ເພື່ອໃຫ້ມີຄວາມ
ຕ້ານທານສູງຂຶ້ນຕໍ່ການປ່ຽນແປງຂອງອຸນຫະພູມ ຕໍ່ຕ້ານພະຍາດ ແລະແມງໄມ້ ໃນຂະນະ
ທີ່ປະຊາກອນຂອງໂລກເພີ່ມຂຶ້ນເກືອບເຖິງ 9 ພັນລ້ານຄົນໃນຊຸມທົດສະວັດຕໍ່ໜ້ານີ້.