ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສປຊ ຊົມເຊີຍ ການເຕີບໂຕດ້ານເສດຖະກິດ ໃນເຂດເອເຊຍ


ຕູ້ຄອນເທນເນີ້ບັນຈຸສິນຄ້າ ທີ່ທ່າກຳປັ່ນນະຄອນຊຽງໄຮ້ ຂອງຈີນ
ຕູ້ຄອນເທນເນີ້ບັນຈຸສິນຄ້າ ທີ່ທ່າກຳປັ່ນນະຄອນຊຽງໄຮ້ ຂອງຈີນ

ພະແນກການນຶ່ງຂອງອົງການສະຫະປະຊາຊາດ ກ່າວວ່າ
ຂົງເຂດເອເຊຍປາຊີຟິກໄດ້ຟື້ນໂຕຄືນຈາກວິກິດການທາງ
ດ້ານເງິນຂອງໂລກແລະກາຍເປັນແຫຼ່ງສຳຄັນໃນການເຕີບ
ໂຕຂອງເສດຖະກິດ ແລະສະຖຽນລະພາບຂອງໂລກ.

ແຕ່ແນວໃດກໍຕາມ ໃນລາຍງານປະຈຳປີ ທີ່ນຳອອກເຜີຍ
ແຜ່ໃນວັນພະຫັດມື້ນີ້ຄະນະກຳມາທິການເສດຖະກິດແລະ
ສັງຄົມຂອງອົງການສະຫະປະຊາຊາດໃນເຂດເອເຊຍປາຊີ
ຟິກເຕືອນວ່າ ຂົງເຂດດັ່ງກ່າວພວມປະເຊີນກັບບັນຫາທ້າ
ທາຍໃໝ່ ຮວມທັງລາຄາອາຫານການກິນທີ່ພວມແພງຂຶ້ນ
ນັບມື້ ໄດ້ຂົ່ມຂູ່ທີ່ຈະບ່ອນທຳລາຍຂັ້ນຕອນໃນການຫຼຸດ
ຜ່ອນຄວາມທຸກຍາກ.

ລາຍງານດັ່ງກ່າວ ຍັງໃຫ້ຂໍ້ສັງເກດເຖິງຜົນກະທົບຈາກໄພ
ພິບັດທຳມະຊາດທີ່ມີຕໍ່ຂົງເຂດເມື່ອໄວໆມານີ້ແຕ່ກໍເວົ້າວ່າ ແຜ່ນດິນໄຫວຢູ່ປະເທດຍີ່ປຸ່ນໃນວັນທີ 11 ມີນາຜ່ານມານັ້ນ
ຈະບໍ່ສ້າງຄວາມເສຍຫາຍ ຮ້າຍແຮງປານໃດຕໍ່ເສດຖະກິດທັງມວນ ກວ່າທີ່ໄດ້ຄາດຄິດໄວ້
ໃນຕອນທຳອິດ.

ລາຍງານເວົ້າວ່າ ຂົງເຂດເອເຊຍປາຊີຟິກມີໂອກາດຄັ້ງປະວັດສາດ ທີ່ຈະສ້າງຄວາມກໍ້າເກິ່ງ ໃຫ້ແກ່ໂຄງສ້າງທາງເສດຖະກິດຂອງຕົນແລະເຮັດໃຫ້ສັດຕະວັດທີ 21 ເປັນສັດຕະວັດແຫ່ງ ຂົງເຂດເອເຊຍປາຊີຟິກຢ່າງແທ້ຈິງ.

ຮວມຢູ່ໃນບັນຫາທ້າທາຍຕ່າງໆທີ່ພວມຂວາງໜ້າຢູ່ນັ້ນ ລາຍງານໄດ້ເວົ້າເຖິງລາຄາເຊື້ອໄຟ
ທີ່ກຳລັງຖີບໂຕສູງຂຶ້ນ ການຟື້ນໂຕຄືນຢ່າງຊ້າໆໃນບັນດາປະເທດທີ່ຮັ່ງມີແລະຄວາມບໍ່ໝັ້ນ ຄົງໃນການຫຼັ່ງໄຫຼເຂົ້າມາຂອງເງິນທຶນ.

XS
SM
MD
LG