ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສປຊ ຊຸກຍູ້ ໃຫ້ເລັ່ງລັດ​ ການ​ລວມຕົວ​ເຂົ້າກັນ ຂອງຂົງ​ເຂດ​ເອເຊຍ-ປາຊິຟິກ ໂດຍໄວ


ເຄຶ່ອງໝາຍກໍາມາທິການ​ເສດຖະກິດຂອງ​ອົງການ​ສະຫະ​ປະຊາ​ຊາດ​ສໍາລັບ ພາກ​ພື້ນ ​ເອ​ເຊຍ​ປາຊິ​ຟິກ ຫລື UNESCAP
ເຄຶ່ອງໝາຍກໍາມາທິການ​ເສດຖະກິດຂອງ​ອົງການ​ສະຫະ​ປະຊາ​ຊາດ​ສໍາລັບ ພາກ​ພື້ນ ​ເອ​ເຊຍ​ປາຊິ​ຟິກ ຫລື UNESCAP

​ບັນດາ​ເຈົ້າໜ້າ​ທີ່​ອາວຸ​ໂສ ຂອງ​ອົງການ​ສະຫະ​ປະຊາ​ຊາດ​ກ່າວ​ວ່າ ການ​ເລັ່ງລັດ​ການ​ລວມຕົວ​ເຂົ້າກັນ​ລະດັບຂົງ​ເຂດ​ ພາຍ​ໃນ​ພວກ​ປະ​ເທດ​ແຫ່ງ​ເອ​ເຊຍ​ປາຊິ​ຟິກນັ້ນ ຖື​ວ່າ​ຈໍາ​ເປັນ ​ເພື່ອ​ຊ່ວຍຮັບ​ມື​ກັບສະພາບ​ການ ​ທີ່​ບໍ່​ແນ່ນອນ​ຕ່າງ​ໆ​​ໃນ​ທົ່ວ​ໂລກ ​ແລະ​ຄໍ້າ​ຈຸນ​ອັດຕາ​ການ​ເຕີ​ບ​ໂຕ ຂອງ​ບັນດາ​ເສດຖະກິດ​ເອ​ເຊຍ​. ຜູ້​ສື່​ຂ່າວ​ວີ​ໂອ​ເອ Ron Corben ລາຍ​ງານຈາກ​ບາງກອກ ວ່າ ຄະນະ​ກໍາມະການ​ອົງການ​ສະຫະ​ປະຊາ​ຊາດ​ຈຸ​ນຶ່ງ​ກ່າວ​ວ່າ ຂົງ​ເຂດດັ່ງ​ກ່າວ​ຈະ​ຕ້ອງ​ລົດ​ການ​ເພິ່ງ​ພາ​ກາງ​ຕໍ່​ການ​ສົ່ງ​ອອກ​​ໄປ​ຍັງ​ພວກ​ປະເທດ​ທີ່​ຈະ​ເຣີນ​ແລ້ວ​ນັ້ນ ໃຫ້​ໜ້ອຍ​ລົງ. ທອງ​ປານ ມີ​ເລຶ່ອງນີ້​ມາສະ​ເໜີທ່ານ.

ກໍາມາທິການ​ເສດຖະກິດຂອງ​ອົງການ​ສະຫະ​ປະຊາ​ຊາດ ​ສໍາລັບພາກ​ພື້ນ​ເອ​ເຊຍ​ປາຊິ​ຟິກ ຫລື UNESCAP ກ່າວ​ວ່າ ​ການ​ສົ່ງ​ອອກ​ຊຶ່ງ ​ເປັນ​ຕົວ​ຂັບ​ດັນ​ການຈະ​ເລີນ​ເຕີບ​ໂຕ ​ທີ່​ເຄີຍ​ມີ​ມາແຕ່​ປະວັດ​ສາດຂອງຂົງ​ເຂດ​ນັ້ນ ກໍາ​ ລັ​ງຊັກ​ຊ້າ​ລົງ ຍ້ອນ​ສະພາວະ​ວິ​ກິດ​ການ​ໜີ້​ສິນ​ຂອງ​ບັນດາ ປະ​ເທດ​ທີ່​ໃຊ້​ເງິນ​ຢູ​ໂຣ ​ບວກ​ກັບ​ຄວາມ​ບໍ່​ແນ່ນອນ​ຕ່າງໆ​ຢູ່ໃນ​ສະຫະລັດ.

ຄະນະກໍາມາທິການ​ UNESCAP ໄດ້​ລົດ​ການ​ຄາດຄະ​ເນ​ການ​ເຕີບ​ໂຕ​ຂອງ​ຂົງ​ເຂດ​ເອ​ເຊ​ຍ ປາຊິ​ຟິກ ລົງມາ​ເປັນ 6.5 ​ເປີ​ເຊັນ​ ສໍາ​ລັບປີ 2012 ນີ້ ຈາກ 7.0 ​ເປີ​ເຊັນ​ຂອງ​ປີຜ່ານມາ.

ທ່ານ​ນາງ ນໍ​ລີ​ນ ​ເຮ​ເຊີ, ​ເລຂາທິການ​ບໍລິຫານ ຂອງ​ UNESCAP
ທ່ານ​ນາງ ນໍ​ລີ​ນ ​ເຮ​ເຊີ, ​ເລຂາທິການ​ບໍລິຫານ ຂອງ​ UNESCAP

ທ່ານ​ນາງ ນໍ​ລີ​ນ ​ເຮ​ເຊີ ​ເລຂາທິ
ການ​ບໍລິຫານ​ UNESCAP
ກ່າວ​ວ່າ​ ຍ້ອນການ​ເຕີບ​ໂຕ​ຊັກ
​ຊ້າ​ລົງ​ກວ່າ​ເກົ່າ​ນັ້ນ ຈໍາ​ເປັນ​ຕ້ອງ
​ມີ​ຕົວ​ຂັບ​ດັນ​ເສດຖະກິດ​ແນວ​
ໃໝ່ ​ໃນທ່າ​ມກາງສະພາບ​ການ
​ທີ່​ບໍ່​ແນ່ນອນ​ຫລາຍ​ຂຶ້​ນເລື້ອຍໆ
ຂອງ​ໂລກ​ນັ້ນ ຊຶ່ງທ່ານ​ນາງ​ກ່າວ​ວ່າ:

ພວກ​ເຮົາ​ຈໍາ​ເປັນ​ຕ້ອງ​ຊອກ​ຫາ​ຕົວ​ຂັບ​ດັນ​ແນວ​ໃໝ່ ເພາ​ະວ່າ​ຕົວ ແບບ​ເກົ່າ​ຂອງ​ການພັດທະນາ​ນັ້ນ​ໃຊ້​ການ​ບໍ່​ໄດ້​ອີກ​ຕໍ່​ໄປ​ແລ້ວ. ສະ​ນັ້ນ ​ໃນແງ່​ຂອງຕົວແບບ​ອັນ​ໃໝ່​ນີ້ ພວກ​ເຮົາ​ຕ້ອງ ຫາ​ທາງແກ້​ໄຂ​ບັນຫາ​ຕ່າງໆ​ຂອງ​ການ​ລົດ​ຄວາມທຸກ​ຈົນລົງ ບັນຫາ​ຂອງ​ຄວາມ​ແຕກ ໂຕນກັນ​ໃນ​ຂົງ​ເຂດ​ຂອງ​ພວກ​ເຮົາ ເພື່ອ​ຈະຫັນ​ເຫ​ສີ່​ງ​ເຫລົ່າ​ນີ້​ຄືນ​ໃຫ້​ເປັນ​ຕົວ​ຂັບ​ດັນການ​ເຕີບ​ໂຕ​ແນວ​ໃໝ່

ໃນ​ຄໍາ​ປາ​ໄສ​ໄຂ​ກອງ​ປະຊຸມ​ລະດັບລັດຖະມົນຕີ​ຂອງ UNESCAP ທີ່ ບາງກອກໃນ​ອາທິດ​ແລ້ວ​ນີ້ ທ່ານ​ນາງ ​ເຮ​ເຊີ ​ໄດ້​ບອກ​ບັນດາ​ຜູ້​ແທນຈາກ 62 ປະ​ເທດ ວ່າ ການ​ເຕີບ​ໂຕ​ຂອງ​ຂົງ​ເຂດ​ເອ​ເຊຍ​ປາຊິ​ຟິກ​ໃນ​ໄລຍະຫຼາຍ​ສິບ​ປີຜ່ານມາ​ບໍ່​ນານ​ນີ້ ​ແມ່ນ​ໄດ້​ມີ​ຂຶ້ນບົນ​ຄວາມ​ເສຍ​ຫາຍ​ຂອງລະບົບນິ​ເວດ​ວິ​ທະ​ຍາ ​ແລະ​ຄວາມ​ບໍ່​ເທົ່າ​ທຽມ​ກັນ​ໃນ​ສັງຄົມ​ທີ່​ເພີ່ມ​ທະວີ​ຂຶ້ນ​ໄປນັບ​ມື້​.

ທ່ານສຸຣະພົງ ໂຕວິຈັກໄຊກຸລ, ລັດຖະມົນຕີການຕ່າງປະເທດໄທ
ທ່ານສຸຣະພົງ ໂຕວິຈັກໄຊກຸລ, ລັດຖະມົນຕີການຕ່າງປະເທດໄທ

ທ່ານ ສຸ​ຣະພົງ ​ໂຕ​ວິ​ຈັກ​ໃຊກຸນ ລັດຖະມົນຕີ​ການ​ຕ່າງປະ​ເທດ​ ໄທ​ ບອກຄະນະກໍາມາ​ທິການ​ UNESCAP ​ວ່າ ມັນ​ເປັນ​ເວລາ​ອັນ​ເໝາະ​ສົມ​ແລ້ວ ສໍາລັບ​ຫາ​ທາງ​ແກ້​ໄຂບັນຫາ​ເຫລົ່າ​ນີ້​ ​ ​ຕໍ່ໜ້າ​ສິ່ງ​ທ້າທາຍ​ຕ່າງໆ​ນານາ​ຂອງ​ເສດຖະກິດ​ໂລກ​ໃນ​ປັດຈຸບັນ. ທ່ານ​ກ່າວ​ຕໍ່​ໄປວ່າ:

“ພວກ​ເຮົາ​ເຊື່ອ​ວ່າ ​ພະລັງ​ຂັບ​ດັນ​ເພື່ອ​ຄວາມ​ສາມາດ​ຢູ່​ລອດ​ແລະ​ຄວາມ​ຈະ​ເລີນຮຸ່ງ​ເຮືອງ ​ແມ່ນ​ຂຶ້ນຢູ່​ກັບ​ການ​ຮ່ວມ​ມື​ທີ່ໃກ້ຊິດ​ກັນ ຄື​ພວກ​ເຮົາແຕ່ລະ ຄົນ​ສາມາດປະກອບສ່ວນເຂົ້າ​ໃນ​ສະຖຽນ​ລະ​ພາບ​ ແລະ​ຄວາມ​ຈະ​ເລີນ ຮຸ່ງເຮືອງ​ຂອງ​ຂົງ​ເຂດ ​ໂດຍ​ການ​ລວມ​ຕົວ​ເຂົ້າກັນທາງ​ດ້ານ​ເສດຖະກິດ ໃນລະດັບ​ຂົງ​ເຂດ ​ໃຫ້ໃກ້ຊິດ​ຂຶ້ນ. ນີ້​ແມ່ນ​ຈະອໍານວຍໃຫ້ຂົງ​ເຂດ​ຂອງ​ພວກ​ເຮົາມີສັກກະ​ຍາ​ພາບທາງ​ດ້ານ​ເສດຖະກິດ​ແລະ​ສັງຄົມ​ຢ່າງ​ມະຫາສານ.”

ສະມາຄົມ​ອາ​ຊ່ຽນ ທີ່​ປະກອບ​ດ້ວຍ 10 ປະ​ເທດ​ສະມາຊິກນັ້ນ ກໍາລັງ​ເຄື່ອນ​ໄຫວ​ໄປ​ສູ່​ການ​ເປັນຕະຫລາດ​ດຽວກັນ​ ພາຍໃນ ປີ 2015 ​ຊຶ່ງ ຈະ​ເປັນ​ການເປີດ​ກວ້າງ​ຊາຍ​ແດນຂອງບັ​ນດາ​ປະ​ເທດ​ສະມາຊິກ ​ໃຫ້​ແກ່​ ການຄ້າ ​ແລະ​ປະຊາຊົນ​ຂອງ​ກັນ​ແລະ​ກັນ ໃນລະດັບ​ທີ່​ບໍ່​ເຄີຍ​ມີ​ມາ​ກ່ອນ​.

ທ່ານ Tommy Koh ​ເອກ​ອັກຄະ​ລັດຖະທູດ​ທົ່ວ​ໄປ​ປະ​ຈໍາກະຊວງ​ຕ່າງປະ​ເທດ​ສິງ​ຄະ​ໂປ ກ່າວ​ວ່າ ການ​ລວມຕົວ​ເຂົ້າກັນ​ດ້ານ​ເສດຖະກິດ ​ແມ່ນ​ຈະເພີ່ມ​ໜ້າ​ວຽກ​ແລະ​ສະ​ວັດ​ດີກາ​ນ​ແກ່ມະ ນຸດ​ຫຼາຍ​ຂຶ້ນ. ທ່ານ ​Koh ກ່າວ​ວ່າ ລະບົບຕະຫລາດດຽວ​ຂອງ​ສະມາຄົມ​ອາ​ຊ່ຽນ ​ແມ່ນ​ຈະ​ຊ່ວຍ​ໃຫ້ສາມາດ​ຮັບ​ມື​ກັບການທ້າ​ທາຍ​ຂອງ​ຈີນ​ ແລະອິດ​ທິພົນຂອງ​ອິນ​ເດຍ ທີ່​ເພີ່ມ​ຂຶ້ນນັບ​ມື້ ​ຢູ່​ໃນ​ຂົງ​ເຂດນັ້ນ​ໄດ້ ຊຶ່ງ​ທ່ານ​ຊີ້​ແຈງ​ວ່າ:

“ຍົກຕົວຢ່າງ: 10 ເສດ​ຖະກິດ​ຂອງ​ອາ​ຊ່ຽນ ​ແມ່ນ​ບໍ່​ສາມາດທີ່​ຈະ​ແຂ່ງຂັນ​ ​ກັບ​ຈີນ ​ຫຼື​ອິນ​ເດຍ​ ຕາມ​ລໍາພັງ​ປະ​ເທດ​ດຽວໄດ້. ​ແຕ່​ວ່າ ຖ້າ​ຫາກ​ພວກ​ເຮົາ ສາມາດ​ລວມຕົວ​ເຂົ້າກັນເປັນ​ນຶ່ງ​ດຽວ​ໄດ້ ພວກ​ເຮົາ​ກໍຈະ​ມີ​ປະຊາ​ຊົນທີ່​ເຊຶ່ອມ​ໂຍງຂ້າມ​ແດນ 600 ລ້ານ​ຄົນດ້ວຍ​ກັນ ​ໂດຍ​ຈະ​
ມີ​ຜົນ​ຜະລິດລວມ ຈໍານວນມະຫາສານ ໃນ​ມູນ​ຄ່າ​ເຖິງ 1800 ຕື້​ໂດ​ລາ. ພວກ​ເຮົາກໍ​ຈະ​ຢູ່​ໃນສະຖານະ ພາບ​ທີ່​ດີ​ຂຶ້ນ​ ເພື່ອ​ແຂ່ງຂັນ​ກັບ​ອີນ​ເດຍ ແລະ​ຈີນ.”

ແຕ່ ທ່ານ​ Koh ກ່າວອີກວ່າ ຍັງມີຄວາມເປັນຫ່ວງຫຼາຍຢ່າງຢູ່ ກ່ຽວກັບຜົນກະທົບຂອງ
ການຖອຍຫຼັງຂອງພວກປະເທດໃຊ້ເງິນຢູໂຣ ແລະທ່ານຮຽກຮ້ອງໃຫ້ບັນດາຜູ້ວາງນະໂຍ
ບາຍຂອງ ອີ​ຢູ ເລັ່ງຫາທາງແກ້ໄຂບັນຫາໃຫ້ໄດ້​ໂດຍໄວ ຍ້ອນໄພ​ຄຸກ​ຄາມ​ທີ່​ເພີ່ມ​ຂື້ນ​ນັບ​ມື້
ຂອງ​ຜົນ​ກະທົບຕໍ່ເສດຖະກິດໂລກນັ້ນ. ທ່ານ Koh ກ່າວວ່າ ສະພາວະ​ຖອຍຫຼັງ​ຂອງ​ເຂດ
​ໃຊ້​ເງິນຢູ​ໂຣ ອາດ​ຈະ​ສົ່ງ​ຜົນ​ໃຫ້ອັດຕາ​ການ​ເຕີບ​ໂຕຂອງ​ເສດຖະກິດ​ເອ​ເຊຍຕົກ​ຕໍ່າລົງ​ເຖິງ
2 ​ເປີ​ເຊັນ ກໍ​ໄດ້.

ຄະນະ​ກໍາມາ​ທິການ UNESCAP ກ່າວ​ໃນ​ທີ່​ສຸດ​ວ່າ ຂົງ​ເຂດເອ​ເຊຍ​ປາຊິ​ຟິກແມ່ນ​ຈໍາ​ເປັນ
ຕ້ອງສົ່ງເສີມ​ຊຸກຍູ້​ໃຫ້​ມີ​ການ​ເຊຶ່ອມ​ໂຍງທາງການ​ຄ້າແລະ​ທຸລະ​ກິດລະດັບ​ພູມີພາກ ທີ່​ປາດ
​ສະ​ຈາກ​ເຂດ​ແດນ ​ພ້ອມ​ທັງ​ການ​ຮ່ວມ​ມື​ດ້ານ​ການ​ເງິນ ​ແລະ​ການຕອບ​ໂຕ້​ລະດັບ​ຂົງ​ເຂດ
​ທີ່​ມີ​ການ​ປະສານ​ງານ​ກັນ​ເປັນ​ຢ່າງ​ດີ ​ຕໍ່​ຄວາມ​ສ່ຽງຕ່າງໆ ທີ່​ເກີດ​ຈາກ​ໄພ​ຄຸກ​ຄາມ​ທາງ​
ສັງຄົມ​ແລະ​ສະພາບ​ແວດ​ລ້ອມ​ນັ້ນ.

XS
SM
MD
LG