ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ການຄ້າຢາບ້າໃນເອເຊຍ ກໍາລັງເພີ້ມຂຶ້ນຢ່າງໄວ


ການລັກລອບຄ້າຢາບ້າ ຫລື amphetamine, ຊຶ່ງເປັນຢາກະຕຸ້ນ
ເສັ້ນປະສາດຊະນິດນຶ່ງ ກຳລັງເພີ້ມຂຶ້ນຢ່າງໄວວາໃນຂົງເຂດເອເຊຍ
ຕາເວັນອອກ ແລະຕາເວັນອອກສຽງໃຕ້ ໃນຮອບປີຜ່ານມານີ້
ການລັກລອບຄ້າຢາບ້າ ຫລື amphetamine, ຊຶ່ງເປັນຢາກະຕຸ້ນ ເສັ້ນປະສາດຊະນິດນຶ່ງ ກຳລັງເພີ້ມຂຶ້ນຢ່າງໄວວາໃນຂົງເຂດເອເຊຍ ຕາເວັນອອກ ແລະຕາເວັນອອກສຽງໃຕ້ ໃນຮອບປີຜ່ານມານີ້

ຫ້ອງ​ການ​ຂອງອົງການສະຫະປະຊາຊາດ ຕໍ່ຕ້ານຢາ​ເສບ​ຕິດ ແລະອາຊະຍາກໍາ ຫລື UNODC ກ່າວວ່າ ການລັກລອບຄ້າຂາຍຢາກະຕຸ້ນປະສາດປະເພດຢາບ້າ ຫລື amphetamine ກໍາລັງເຕີບໃຫຍ່ຂະຫຍາຍຕົວຂຶ້ນຢ່າງໄວວາໃນຂົງເຂດເອເຊຍຕາເວັນ ອອກ ແລະຕາເວັນອອກສຽງໃຕ້ ແລະບັດນີ້ ​ໄດ້ກາຍມາເປັນໄພຂົ່ມຂູ່ດ້ານຢາເສບຕິດອັນ​ດັບ​ນຶ່ງຂອງຂົງເຂດ.

ລາຍງານສະບັບນຶ່ງຂອງຫ້ອງການ UNODC ທີ່ອອກເມື່ອວັນພະຫັດ​ວານນີ້ເວົ້າວ່າ ຈໍາ ນວນ​ຄົນໃຊ້ຢາບ້າ ຫລື amphetamine ຢູ່ໃນຂົງເຂດເອເຊຍຕາເວັນອອກ ແລະຕາເວັນ ອອກສຽງໃຕ້ ​ໃນ​ຮອບປີຜ່ານມານີ້ ​ແມ່ນຕົກຢູ່ໃນລະຫວ່າງ 3 ລ້ານ ແລະ 21 ລ້ານຄົນ ຊຶ່ງ ເປັນສັດສ່ວນທີ່ໃຫຍ່ສົມຄວນ ຂອງຜູ້ໃຊ້ ຈໍານວນ​ທັງ​ໝົດປະມານ 14 ຫາ 53 ລ້ານ ຄົນຂອງໂລກ. ລາຍງານເວົ້າຕື່ມວ່າ ຢາບ້າ ຊຶ່ງເປັນຢາ ທີ່ພາ​ໃຫ້​ມີຄົນຕິດງ່າຍ​ຫລາຍ​ນັ້ນ ກໍາລັງກາຍເປັນຢາທີ່ນິຍົມກັນຫລາຍຂຶ້ນໃນຂົງເຂດດັ່ງກ່າວ ຫລາຍກວ່າຢາເສບຕິດປະ ເພດອື່ນ ເຊັ່ນຜົງເຮໂຣອີນ ຢາຝິ່ນ ແລະກັນຊາ ນັ້ນ​ອີກ.

ຫ້ອງການ​ດັ່ງກ່າວ​ຂອງສະຫະປະຊາຊາດ​ເວົ້າວ່າ ປັດໄຈສໍາຄັນອັນນຶ່ງທີ່ຢູ່ເບື້ອງຫລັງການ ລະບາດຂອງຢາບ້າ ແອມເຟຕາມີນ ຢູ່ໃນຂົງເຂດເອເຊຍຕາເວັນອອກແລະຕາເວັນອອກ ສຽງໃຕ້ ກໍ​ຄື​ຄວາມ​ຈະ​ເລີ​ນຮຸ່ງ​ເຮືອງ​ຫລາຍຂຶ້ນ​ຂອງ​ຂົງ​ເຂດ ທີ່​ພາ​ໃຫ້​ຜູ້​ຄົນຮັ່ງມີຫລາຍ​ຂຶ້ນ ແລະອໍານວຍ​ໃຫ້​ມີການເຄຶ່ອນໄຫວຂອງປະຊາຊົນແລະການຄ້າ​ໄວ​ຂຶ້ນ.

XS
SM
MD
LG