ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສປຊ ບໍ່ເຫັນພ້ອມ ກັບກຳປູເຈຍ


ເລຂາທິການໃຫຍ່ ອົງການ ສປຊ ທ່ານ Ban Ki-moon (ກາງ) ໄປຢ້ຽມ ອະດີດສູນຄຸມຂັງ S-21 ຫຼື Tuol Sleng ທີ່ນະຄອນຫຼວງພະນົມເປັນ (28 ຕຸລາ 2010)
ເລຂາທິການໃຫຍ່ ອົງການ ສປຊ ທ່ານ Ban Ki-moon (ກາງ) ໄປຢ້ຽມ ອະດີດສູນຄຸມຂັງ S-21 ຫຼື Tuol Sleng ທີ່ນະຄອນຫຼວງພະນົມເປັນ (28 ຕຸລາ 2010)

ເລຂາທິການໃຫຍ່ຂອງອົງການສະຫະປະຊາຊາດ ທ່ານ
Ban Ki Moon ໄດ້ສະແດງຄວາມຄິດເຫັນຂັດແຍ້ງຕໍ່
ນາຍົກລັດຖະມົນຕີກຳປູເຈຍ ໂດຍກ່າວວ່າ ສານອາຊະ
ຍາກຳສົງຄາມ ທີ່ໄດ້ສ້າງຕັ້ງຂຶ້ນມາເພື່ອລົງໂທດອະດີດ
ເຈົ້າໜ້າທີ່ຂະເໝນແດງນັ້ນ ຕ້ອງໄດ້ດຳເນີນຕໍ່ໄປ.

ໃນລະຫວ່າງການເດີນທາງໄປຢ້ຽມຄຸກ Tuol Sleng
ທີ່ມີຊື່ສຽງບໍ່ດີຢູ່ ທີ່ນະຄອນຫຼວງພະນົມເປັນໃນວັນພະ
ຫັດມື້ນີ້ທ່ານ Ban ກ່າວວ່າ ສຽງຮຽກຮ້ອງຈາກຄວາມ
ເຈັບປວດທໍລະມານຂອງມະນຸດຍັງສາມາດໄດ້ຍິນຫຼືດັງ
ກ້ອງຢູ່ 30 ກວ່າປີຕໍ່​ມາ ຫລັງຈາກທີ່ພວກຂະເໝນແດງ
ໄດ້ຖືກຂັບໄລ່ອອກຈາກອຳນາດ. ຫຼາຍກວ່າ 14,000
ຄົນ ໄດ້ຖືກທໍລະມານແລະຂ້າຕາຍ ທີ່ຄຸກ Tuol Sleng
ຊຶ່ງໄດ້ຖືກຫັນປ່ຽນ ໃຫ້ເປັນພິພິດທະພັນຂ້າລ້າງເຊື້ອຊາດ ເຜົ່າພັນນັ້ນ.

ນາຍ Kaing Guek Eav ເຈົ້າໜ້າທີ່ຂະເໝນແດງ ຊຶ່ງເປັນຜູ້ບໍລິຫານງານ ຄຸກ Tuol
Sleng ໄດ້ຖືກພົບເຫັນວ່າມີຄວາມຜິດ ໃນເດືອນກໍລະກົດຜ່ານມາ ໂດຍສານທີ່​ໄດ້​ຮັບ
ການ​ສະໜັບສະໜູນ​ຈາກ​ສະຫະ​ປະຊາ​ຊາດ ໃນ​ຖານ​ກໍ່ອາຊະຍາກຳສົງຄາມແລະກໍ່ໂທດ
ກຳຕ້ານມະນຸດຊາດ.

ແຕ່ນາຍົກລັດຖະມົນຕີກຳປູເຈຍ ກ່າວຕໍ່ທ່ານ Ban ໃນວັນພຸດວານນີ້ວ່າ ສານດັ່ງກ່າວ
ຄວນ​ອັດລົງ ຫຼັງຈາກການດຳເນີນຄະດີພວກຜູ້ນຳຂະເໝນແດງຕື່ມອີກ 4 ຄົນ.

XS
SM
MD
LG