ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ການດຳເນີນຄະດີ ພວກຂະເໝນແດງ


ນາຍົກລັດຖະມົນຕີກໍາປູເຈຍ ທ່ານ Hun Sen(ຊ້າຍ) ກັບທ່ານ Ban Ki-moon ເລຂາທິການໃຫຍ່ອົງການ ສະຫະປະຊາຊາດ ກວດກາກອງກຽດຕິຍົດ ທີ່ນະຄອນຫລວງພະນົມເປັນ, ວັນທີ 27 ຕຸລາ 2010.
ນາຍົກລັດຖະມົນຕີກໍາປູເຈຍ ທ່ານ Hun Sen(ຊ້າຍ) ກັບທ່ານ Ban Ki-moon ເລຂາທິການໃຫຍ່ອົງການ ສະຫະປະຊາຊາດ ກວດກາກອງກຽດຕິຍົດ ທີ່ນະຄອນຫລວງພະນົມເປັນ, ວັນທີ 27 ຕຸລາ 2010.

ກຳປູເຈຍກ່າວວ່າ ສານອາດຊະຍາກຳສົງຄາມທີ່ໄດ້ຮັບ
ການສະໜັບສະໜຸນ ຈາກອົງການສະຫະປະຊາຊາດຄວນ
ຢຸດເຊົາການປະຕິບັດງານ ຫຼັງຈາກໄດ້ຕັດສິນໂທດອະດີດ
ສະມາຊິກຂອງກຸ່ມຂະເໝນແດງ 4 ຄົນທີ່ຖືກພົບເຫັນວ່າ
ມີຄວາມຜິດໃນເດືອນແລ້ວ.

ຄວາມ​ເຫັນ​ທີ່​ວ່າ​ນີ້ແມ່ນ​ອອກ​ມາ​ຈາກນາຍົກລັດຖະມົນຕີ
ຮຸນເຊນ ໃນລະຫວ່າງການພົບປະທີ່ນະຄອນຫຼວງພະນົມ
ເປັນ ໃນວັນພຸດມື້ນີ້ ກັບເລຂາທິການໃຫຍ່ອົງການສະຫະ
ປະຊາຊາດ ທ່ານ Ban Ki Moon.

ລັດຖະມົນຕີການຕ່າງປະເທດກຳປູເຈຍທ່ານ Hor
Namhong ກ່າວຕໍ່ພວກນັກຂ່າວວ່າ ທ່ານຮຸນເຊນຢ້ານ
ວ່າ ການດຳເນີນຄະດີເພີ່ມຕື່ມ ຕໍ່ພວກເຈົ້າໜ້າທີ່ຊັ້ນຕໍ່າ
ຂອງອຳນາດການປົກຄອງຂະເໝນແດງທີ່ໂຫດຮ້າຍປ່າ ເຖື່ອນນັ້ນ ອາດຈະພາໃຫ້ກຳປູເຈຍບໍ່ມີສະເຖຍລະພາບ.

ຄະດີທຳອິດທີ່ສານອາດຊະຍາກຳດັ່ງກ່າວໄດ້ດຳເນີນ ແມ່ນກ່ຽວກັບນາຍ Kaing
Guek Eav ຊຶ່ງຮູ້ກັນໃນອີກຊື່ນຶ່ງວ່າ Duch ທີ່ໄດ້ຖືກຕັດສິນໃນເດືອນກໍລະກົດປີນີ້
ວ່າ ມີຄວາມຜິດເປັນອາດຊະຍາກອນສົງຄາມ ແລະ​ກໍ່ໂທດກຳຕ້ານມະນຸດຊາດ. ລາວ
ເປັນຜູ້ຄວບຄຸມຄຸກ Toul Sleng ທີ່ມີຊື່ສຽງບໍ່ດີ ບ່ອນທີ່ 14,000 ກວ່າຄົນ ໄດ້ຖືກ
ທໍລະມານແລະຂ້າຕາຍ ໃນລະຫວ່າງການປົກຄອງເປັນເວລາ 4 ປີ ຂອງພວກຂະເໝນ ແດງໃນທ້າຍຊຸມປີ 1970 ນັ້ນ.

ສ່ວນຜູ້ນຳຂອງພວກຂະເໝນແດງອີກ 4 ຄົນ ໄດ້ຖືກພົບເຫັນວ່າມີຄວາມຜິດໃນເດືອນ
ແລ້ວນີ້ ຮວມທັງອະດີດປະທານປະເທດ ທ່ານຂຽວສຳພັນ.

XS
SM
MD
LG