ອັງກິດ, ຝຣ່ັງ, ເຢຍລະມັນ ແລະສະວີເດັນ ກໍາລັງຊຸກຍູ້ໃຫ້ບັນດາສະມາຊິກຂອງອົງການ
ສະຫະປະຊາຊາດ ສະໜັບສະໜຸນການດໍາເນີນ “ຄວາມພະຍາຍາມທີ່ເດັດຂາດ” ໃນການ
ຄວບຄຸມການຄ້າຂາຍອາວຸດປະເພດທໍາມະດາ.
ໃນວັນຈັນມື້ນີ້ ຄະນະຜູ້ແທນຈາກຫລາຍກວ່າ 150 ປະເທດ ໄດ້ໄປເຕົ້າໂຮມກັນທີ່
ນະຄອນນີວຢອກ ເພື່ອເລີ້ມທໍາການປະຊຸມທີ່ຈະດໍາເນີນໄປເປັນເວລາ 1 ເດືອນ ເພື່ອ
ຈະຮ່າງສົນທິສັນຍາວ່າດ້ວຍການຂາຍອາວຸດຢູ່ໃນທົ່ວໂລກ.
ກ່ອນເປີດກອງປະຊຸມນັ້ນ ລັດຖະມົນຕີການຕ່າງປະເທດອັງກິດ ທ່ານ William Hague, ລັດຖະມົນຕີການຕ່າງປະເທດຝຣັ່ງ ທ່ານ Laurent Fabius ແລະລັດຖະມົນຕີການຕ່າງ
ປະເທດເຢຍລະມັນ ທ່ານ Guido Westerwelle ໄດ້ພິມເຜີຍແຜ່ຖະແຫລງການຮ່ວມ
ທີ່ລະບຸວ່າ ການຄ້າຂາຍອາວຸດທີ່ຜິດກົດໝາຍ ແມ່ນເປັນ “ໄພຂົ່ມຂູ່ທີ່ນັບມື້ເພີ້ມທະວີຂຶ້ນ
ຕໍ່ມະນຸດຊາດ.”
ພວກທ່ານເຫລົ່ານີ້ເວົ້າວ່າ ໃນແຕ່ລະປີ ມີຄົນເປັນລ້ານໆຄົນໃນທົ່ວໂລກ ໄດ້ຮັບເຄາະຮ້າຍ ຈາກຜົນກະທົບຈາກການຄ້າຂາຍອາວຸດ ທີ່ບໍ່ມີການຄວບຄຸມຢ່າງເຄ່ງຄັດນັ້ນ.
ຄໍາຖະແຫລງດັ່ງກ່າວ ທີ່ມີລັດຖະມົນຕີການຄ້າຂອງສະວີເດັນຮ່ວມລົງນາມນໍານັ້ນ ຍັງ
ຮຽກຮ້ອງໃຫ້ມີກາຈັດຕັ້ງ “ໂຄງສ້າງທີ່ແຂງແກ່ນແລະຮອບດ້ານຂອງມາດຕະຖານສາກົນ
ທີ່ເປັນອັນດຽວກັນ” ເພື່ອປ້ອງກັນບໍ່ໃຫ້ການຂາຍອາວຸດ ທີ່ບໍ່ຜິດກົດໝາຍນັ້ນ ຖືກຫັນເຫ
ໄປຫາເຄືອຂ່າຍຂອງພວກຄ້າອາວຸດຄ້າທີ່ຜິດກົດໝາຍ.
ພວກນັກການທູດດັ່ງກ່າວໃຫ້ຂໍ້ສັງເກດວ່າ ປະເທດຂອງພວກເຂົາເຈົ້າກໍເປັນປະເທດສົ່ງ ອອກອາວຸດລາຍໃຫຍ່ຈໍານວນນຶ່ງໃນຢູໂຣບ ແລະເວົ້າວ່າ ນັ້ນກໍໝາຍຄວາມວ່າ ພວກເຂົາເຈົ້າ ມີໜ້າທີ່ຮັບຜິດຊອບພິເສດ ເພື່ອຮັບປະກັນບໍ່ໃຫ້ ອາວຸດເຫລົ່ານັ້ນຖືກນໍາໃຊ້ ໃນທາງທີ່ ລະເມີດຕໍ່ຈຸດປະສົງດ້ານມະນຸດສະທໍາ ຫລື ກົດໝາຍສາກົນ.
ຄວາມຮຸນແຮງໃນຊີເຣຍ ຊຸກຍູ້ໃຫ້ພວກເຄື່ອນໄຫວ ຮຽກຮ້ອງໃຫ້ມີການເຮັດ
ສົນທິສັນຍາຄວບຄຸມການຂາຍອາວຸດໃໝ່: