ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອົງການສະຫະປະຊາຊາດ ແຕ່ງຕັ້ງຜູ້ປະສານງານບັນເທົາທຸກ ດ້ານມະນຸດສະທໍາ ໃນຂົງເຂດກາຊາ ລຸນຫຼັງມີການລົງ​ຄະ​ແນນ​ສຽງ


ປະຊາຊົນຊາວປາແລັສໄຕນ໌ ເຂົ້າແຖວລໍຖ້າຮັບອາຫານຟຣີໃນຂົງເຂດຣາຟາ (Rafah), ແຫຼມກາຊາ, ວັນທີ 21 ທັນວາ 2023.
ປະຊາຊົນຊາວປາແລັສໄຕນ໌ ເຂົ້າແຖວລໍຖ້າຮັບອາຫານຟຣີໃນຂົງເຂດຣາຟາ (Rafah), ແຫຼມກາຊາ, ວັນທີ 21 ທັນວາ 2023.

ອົງການ​ສະຫະ​ປະຊາ​ຊາດ, ໃນວັນອັງຄານວານນີ້ ໄດ້​ປະກາດ​ການ​ແຕ່ງ​ຕັ້ງ​ຜູ້​ປະສານ​ງານຄວບຄຸມ​ການ​ຂົນ​ສົ່ງ​ເຄື່ອງ​ຊ່ວຍ​ເຫຼືອ​ດ້ານ​ມະນຸດສະທຳ​ໄປ​ຍັງ​ເຂດ​ກາຊາ ​ເຊິ່ງ​ເປັນ​ສ່ວນ​ນຶ່ງ​ຂອງ​ມະຕິ​ສະພາ​ຄວາມ​ໝັ້ນຄົງ​ສະຫະ​ປະຊາ​ຊາດ​ທີ່​ໄດ້​ຮັບ​ການ​ຮັບຮອງໃນມື້​ວັນ​ສຸກ​ແລ້ວ​ນີ້ ​ເພື່ອ​ຊຸກຍູ້​ການ​ຊ່ວຍ​ເຫຼືອທາງດ້ານ​ມະນຸດ ສະທຳ, ອີງຕາມລາຍງານຂອງອົງການຂ່າວ Reuters.

ທ່ານນາງຊີກຣິດ ກາອາກ (Sigrid Kaag) ຈາກເນເທີແລນຈະເປັນຜູ້ປະສານ ງານອະວຸໂສທາງດ້ານມະນຸດສະທຳ ແລະການຟື້ນຟູຢູ່ໃນຂົງເຂດກາຊາ, ໂດຍຈະເລີ້ມດໍາເນີນງານໃນວັນທີ 8 ມັງກອນນີ້, ອີງຕາມຖະແຫຼງການຂອງອົງການສະຫະປະຊາຊາດ.

"ໃນບົດບາດນີ້, ທ່ານນາງຈະດໍາເນີນການອໍານວຍຄວາມສະດວກ, ພ້ອມທັງປະສານງານ, ຕິດຕາມ ແລະກວດສອບການຂົນສົ່ງການຊ່ວຍເຫຼືອດ້ານມະນຸດສະທໍາຢູ່ໃນຂົງເຂດກາຊາ," ອົງການສະຫະປະຊາຊາດເປີດເຜີຍວ່າ ທ່ານນາງຍັງຈະສ້າງ "ກົນໄກ" ເພື່ອເລັ່ງລັດການຊ່ວຍເຫລືອ ເຂົ້າໄປໃນຂົງເຂດກາຊາ ໂດຍຜ່ານບັນດາປະເທດ ທີ່ບໍ່ໄດ້ກ່ຽວຂ້ອງກັບການຂັດແຍ້ງທີ່ເກີດຂຶ້ນ.

ມະຕິຂອງສະພາຄວາມໝັ້ນຄົງ, ໃນວັນສຸກແລ້ວນີ້ ໄດ້ມີຮຽກຮ້ອງຢຸດຍິງ ລຸນຫຼັງນຶ່ງອາທິດຂອງການເລື່ອນເວລາລົງຄະແນນສຽງ ແລະການເຈລະຈາທີ່ເຄັ່ງຄຽດ ເພື່ອຫຼີກລ້ຽງການຄັດຄ້ານຂອງສະຫະລັດ, ເຊິ່ງຮຽກຮ້ອງໃຫ້ມີ "ບາດກ້າວອັນຮີບດ່ວນ ເພື່ອອະນຸຍາດໃຫ້ເຂົ້າເຖິງ ດ້ານມະນຸດສະທໍາຢ່າງປອດໄພ, ບໍ່ມີ
ການຈໍາກັດ, ແລະຂະຫຍາຍການເຂົ້າເຖິງດ້ານມະນຸດສະທໍາ ພ້ອມທັງສ້າງເງື່ອນໄຂໃນການຍຸຕິເປັນສັດຕູກັນແບບຍືນຍົງ.”

ທ່າມກາງຄວາມໂກດແຄ້ນທີ່ເກີດຂຶ້ນຢູ່ໃນທົ່ວໂລກກ່ຽວກັບຈໍານວນຜູ້ເສຍຊີວິດຢູ່ຂົງເຂດກາຊາ ທີ່ເພີ່ມຂຶ້ນໃນຊ່ວງ 11 ອາທິດ ຂອງສົງຄາມລະຫວ່າງ ອິສຣາແອລ ກັບ ກຸ່ມຮາມາສ ແລະວິກິດການດ້ານມະນຸດສະທໍາທີ່ຮ້າຍແຮງກວ່າເກົ່າໃນໝູ່ຊາວປາແລັສໄຕນ໌ ທີ່ຖືກປິດລ້ອມ, ສະຫະລັດ ໄດ້ງົດອອກ​ສຽງ​ເພື່ອອະນຸ ຍາດໃຫ້ 15 ປະເທດສະມາຊິກຂອງ​ສະ​ພາຮັບ​ຮອງ​ເອົາ​ຮ່າງ​ຍັດ​ຕິທີ່​ສະ​ເໜີ​ໂດຍສະຫະລັດອາຣັບເອເມີເຣັສ.

ສະຫະລັດ ​ແລະ ອິສຣາ​ແອລ ພາກັນຄັດຄ້ານ​ການ​ຢຸດ​ຍິງດັ່ງກ່າວ, ໂດຍ​ເຊື່ອ​ວ່າ​ຈະ​ມີ​ຜົນ​ດີ​ຕໍ່​ກຸ່ມຮາມາສ​ເທົ່າ​ນັ້ນ. ວໍຊິງຕັນກ່າວວ່າ ໃຫ້ການສະຫນັບສະຫນຸນ​ຕໍ່ການຍຸຕິສູ້​ລົບຊົ່ວຄາວ​ແທນ ເພື່ອປົກປ້ອງພົນລະເຮືອນ ແລະ ປ່ອຍໂຕປະກັນທີ່ຖືກຈັບໂດຍກຸ່ມຮາມາສ

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG