ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອົງການສະຫະປະຊາຊາດ ຮ້ອງ​ຂໍເພື່ອສືບຕໍ່ດໍາເນີນການເຂົ້າເຖິງຊາວຊີເຣຍ ຢູ່ໃນພາກຕາເວັນຕົກສຽງເໜືອຂອງປະເທດ


ແຟ້ມ-ທ່ານມາຕິນ ກຣິບຟິທ, ຫົວໜ້າໜ່ວຍມະນຸດສະທໍາຂອງອົງການສະຫະປະຊາຊາດ ກ່າວປາໄສຢູ່ທີ່ສໍານັກງານໃຫຍ່ອົງການສະຫະປະຊາຊາດ, ວັນທີ 28 ປີ 2021. ໃນວັນທີ 21 ທັນວາ ປີ 2022, ທ່ານບອກກັບສະພາຄວາມໝັ້ນຄົງອົງການສະຫະປະຊາຊາດວ່າ ຊາວຊີເຣຍ 15.3 ລ້ານຄົນຈໍາເປັນຈະຕ້ອງການການຊ່ວຍເຫຼືອໃນປີໜ້ານີ້.
ແຟ້ມ-ທ່ານມາຕິນ ກຣິບຟິທ, ຫົວໜ້າໜ່ວຍມະນຸດສະທໍາຂອງອົງການສະຫະປະຊາຊາດ ກ່າວປາໄສຢູ່ທີ່ສໍານັກງານໃຫຍ່ອົງການສະຫະປະຊາຊາດ, ວັນທີ 28 ປີ 2021. ໃນວັນທີ 21 ທັນວາ ປີ 2022, ທ່ານບອກກັບສະພາຄວາມໝັ້ນຄົງອົງການສະຫະປະຊາຊາດວ່າ ຊາວຊີເຣຍ 15.3 ລ້ານຄົນຈໍາເປັນຈະຕ້ອງການການຊ່ວຍເຫຼືອໃນປີໜ້ານີ້.

ຫົວໜ້າອົງ​ການມະນຸດສະ​ທຳຂອງສະຫະປະຊາຊາດກ່າວໃນວັນພຸດວານນີ້ວ່າ ມີລາຍງານກ່ຽວກັບປະຊາຊົນຊາວຊີເຣຍ ຫຼາຍ​ເປັນ​ປະ​ຫວັດ​ການ 15 ລ້ານ 3 ແສນຄົນ ຈໍາເປັນຈະຕ້ອງການການຊ່ວຍເຫຼືອໃນປີໜ້ານີ້, ເນື່ອງຈາກຊະຕາກໍາໃນການປະຕິບັດງານດ້ານການຊ່ວຍເຫຼືອຂ້າມຊາຍແດນ ມີກໍານົດທີ່ຈະໄດ້ຮັບການຕັດສິນໃຈ ໃນຕົ້ນເດືອນມັງກອນ.

ຫົວໜ້າອົງການຊ່ວຍເຫຼືອ ຂອງສະຫະປະຊາຊາດ ທ່ານມາຕິນ ກຣິບຟິທ (Martin Griffiths) ກ່າວ​ຕໍ່ສະພາຄວາມໝັ້ນຄົງໃນລະຫວ່າງການ​ລາຍ​ງານຜ່ານທາງວີດີໂອວ່າ “ຂ້າພະເຈົ້າບໍ່ສາມາດເນັ້ນຢໍ້າຄວາມສໍາຄັນໃນການຮັກສາເສັ້ນຊີວິດຂອງປະຊາຊົນຫຼາຍລ້ານຄົນທີ່ອາໄສຢູ່ໃນພາກຕາເວັນຕົກສຽງເໜືອຂອງຊີເຣຍໄດ້ພຽງພໍ.”

ເປັນເວລາຫຼາຍກວ່າ 8 ປີແລ້ວທີ່​ສະ​ພາຄວາມໝັ້ນຄົງໄດ້ແຕ່ງຕັ້ງໃຫ້ບັນດາ​ເຈົ້າ​ໜ້າ​ທີ່​ຊ່ວຍ​ເຫຼືອ​ດ້ານ​ມະ​ນຸດ​ສະ​ທຳ ເດີນທາງຂ້າມຈາກປະເທດເທີກີ ເພື່ອຈັດສົ່ງລົດບັນທຸກຂົນອາຫານ, ຢາປົວພະຍາດ ແລະເຄື່ອງຂອງທີ່ຈໍາເປັນຕ່າງໆ ເຂົ້າໄປຂົງເຂດທາງພາກຕາເວັນຕົກສຽງເໜືອ ຂອງປະເທດຊີເຣຍ ໂດຍສະເລ່ຍ 600 ຄັນຕໍ່ເດືອນ. ມີປະຊາຊົນທີ່ອາໄສຢູ່ໃນບໍລິເວນນອກການຄວບຄຸມຂອງລັດຖະບານຫຼາຍກວ່າ 4 ລ້ານຄົນ, ເຊິ່ງອົງ​ການ​ມະ​ນຸດ​ສະ​ທຳ ສາມາດເຂົ້າເຖິງພວກເຂົ້າເຈົ້າໃນແຕ່ລະເດືອນໄດ້ພຽງ 2 ລ້ານ 4 ແສນຄົນເທົ່ານັ້ນ.

ນັບຕັ້ງແຕ່ປີ 2019, ຣັດເຊຍໄດ້ພະຍາຍາມທີ່ຈະຍຸຕິການປະຕິບັດງານ ເຊິ່ງພວກເຂົາອ້າງວ່າ ຄວນມີລັກສະນະການຊ່ວຍເຫຼືອພຽງຊົ່ວຄາວເທົ່ານັ້ນ. ລະ ບອບການປົກຄອງຜະເດັດການ ຂອງປະທານາທິບໍດີ ບາຊາ ອາລ-ອາຊາດ (Bashar al-Assad) ກໍ​ຢາກ​ໃຫ້​ມີ​ການຍຸຕິເຊັ່ນກັນ ແລະ​ໃຫ້ລັດຖະບານ​ເປັນ
ຜູ້ຄວບຄຸມທຸກໆການຊ່ວຍເຫຼືອທີ່ເຂົ້າມາໃນປະເທດ. ລັດຖະບານຂອງທັງສອງປະເທດໂຕ້ຖຽງກັນກ່ຽວກັບການສົ່ງ​ຄວາມ​ຊ່ວຍເຫຼືອຂ້າມຂົງເຂດທີ່ມີຄວາມຂັດແຍ້ງ ແທນທີ່​ຈະມາ​ຈາກນອກ​ປະ​ເທດ.

ອົງການສະຫະປະຊາຊາດກ່າວວ່າ ການດໍາເນີນງານຜ່ານເສັ້ນທາງໃນປັດຈຸບັນນີ້ ພຽງແຕ່ເປັນອົງປະກອບນຶ່ງ ບໍ່ສາມາດສົມທຽບຂະໜາດ ແລະຂອບເຂດໄດ້, ເຊິ່ງໃນປີ 2022 ມີການຊ່ວຍເຫຼືອຜ່ານເສັ້ນ​ທາງ​ທີ່​ມີ​ການ​ຂັດ​ແຍ້ງພຽງແຕ່ 9 ຂະບວນ​ລົດເທົ່ານັ້ນ.

ນະເວລານີ້, ດ້ວຍການຕົກຢູ່ໃນລະດູໜາວທີ່ສົມບູນ ແລະການລະບາດຂອງພະຍາດອະຫິວາ ຍິ່ງເຮັດໃຫ້ສະຖານະການທາງດ້ານມະນຸດສະທໍາຍິ່ງພົບກັບຄວາມຫຍຸ້ງຍາກຮຸນແຮງຂຶ້ນໄປອີກ, ໂດຍສະເພາະລາຄາອາຫານ ແລະນໍ້າມັນຢູ່ໃນຫຼາຍປະເທດທົ່ວໂລກເພີ້ມຂຶ້ນ, ຍິ່ງເຮັດໃຫ້ການດໍາລົງຢູ່ຂອງປະຊາຊົນຊາວຊີເຣຍຫຼາຍລ້ານຄົນ ຢູ່​ລອດ​ໃນ​ແຕ່​ລະ​ວັນ​ໄປ​ໄດ້​ເທົ່າ​ນັ້ນ.

ທ່ານກຣິບຟິທ ກ່າວວ່າ “ດັ່ງນັ້ນຈຶ່ງເປັນທີ່ແນ່ນອນວ່າ ມັນບໍ່ໜ້າແປກໃຈເລີຍທີ່ຫຼາຍໆຄອບຄົວໃນຊີເຣຍສ່ວນໃຫຍ່ຈຶ່ງບໍ່ສາມາດບັນລຸຄວາມຕ້ອງການຕ່າງໆຂັ້ນພື້ນຖານຂອງພວກເຂົາເຈົ້າໄດ້, ຫຼາຍຄອບຄົວທີ່ມີແມ່ຍິງເປັນຜູ້ນໍາ ສ່ວນຫຼາຍມີຄວາມຮູ້ສຶກຢ້ານກົວ ກ່ຽວກັບຜົນກະທົບທີ່ມີລັກສະນະເປັນສັນຍານເຕືອນເຫຼົ່ານີ້. ນີ້ເປັນເຫດການທີ່ຮ້າຍແຮງທີ່ສຸດ ນັບຕັ້ງແຕ່ເລີ້ມຕົ້ນວິກິດການໃນປີ 2011 ເປັນຕົ້ນມາ. ຂ້າພະເຈົ້າຄິດວ່າ ປີ 2023 ກໍອາດຈະບໍ່ໄດ້ນໍາເອົາການບັນເທົາທຸກ ມາໃຫ້ປະຊາຊົນຊາວຊີເຣຍ ໄດ້ຫຼາຍປານໃດ.”

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG