ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ສ​ປ​ຊ ​ຮ້ອງຂໍ​ເງິນ 5.6 ຕື້​ໂດ​ລາ ເພື່ອ​ໄປຊ່ວຍ​ເຫລືອ ຊາວ​ຢູ​ເຄ​ຣນ ​ທີ່​ໄດ້​ຮັບເຄາະ​ຮ້າຍ ຈາກ​ການ​ບຸກ​ລຸກ​ຂອງ​ຢູ​ເຄ​ຣນ 


ແມ່​ຍິງ​ໄດ້​ຮັບ​ອາ​ຫານ​ຈາກ​ພວກ​ອາ​ສາ​ສະ​ໝັກ​ທ້ອງ​ຖິ່ນໃນ​ເມືອງ Chasiv Yar, ວັນ​ທີ 14 ກຸມ​ພາ, 2023
ແມ່​ຍິງ​ໄດ້​ຮັບ​ອາ​ຫານ​ຈາກ​ພວກ​ອາ​ສາ​ສະ​ໝັກ​ທ້ອງ​ຖິ່ນໃນ​ເມືອງ Chasiv Yar, ວັນ​ທີ 14 ກຸມ​ພາ, 2023

ອົງ​ການສະຫະ​ປະຊາ​ຊາດ​ຮຽກຮ້ອງ​ໃຫ້​ລະ​ດົມ​ເງິນ 5.6 ຕື້​ໂດ​ລາ ​ເພື່ອ​ໃຫ້ການ​ຊ່ວຍ​ເຫລືອ​ດ້ານ​ມະນຸດສະທຳ ​ແກ່​ພົນລະ​ເຮືອນ​ຢູ​ເຄຣນຫຼາຍ​ລ້ານ​ຄົນ ​ທີ່​ໄດ້​ຮັບ​ຜົນ​ກະທົບ​ຈາກ​ການ​ບຸກ​ລຸກ​ຂອງຣັດ​ເຊຍ ​ເຂົ້າໄປ​ປະ​ເທດເຂົາ​ເຈົ້າ​ໃນ​ເກືອບ 1 ປີ​ກ່ອນ.

ແຜນການຕອບສະ​ໜອງດ້ານມະນຸດສະທຳ ແລະຕອບສະ​ໜອງແກ່ຊາວອົບພະຍົບ ທີ່ໃຫຍ່ນີ້ ໄດ້ເລີ້ມ​ຕົ້ນ​ຂຶ້ນໃນວັນພຸດວານນີ້ ຊຶ່ງ 3.9 ຕື້ໂດລາ ຈະຊ່ວຍບັນເທົາໄພອັນຕະລາຍແກ່ 11.1 ລ້ານຄົນ ທີ່ຖືກຍົກຍ້າຍໜີ​ຈາກ​ບ້ານ​ເຮືອນ ຫຼື ອາໄສຢູ່ໃນ ຢູເຄຣນຢ່າງລຳບາກ ໃນຂະນະທີ່ 1.7 ຕື້ໂດລາ ຈະເອົາ​ໄປຊ່ວຍເຫຼືອຊາວອົບພະ ຍົບຢູເຄຣນ 4.2 ລ້ານຄົນ ແລະຊຸມຊົນທີ່ຮັບ​ເບິ່ງ​ແຍງ​ເຂົາເຈົ້າ​ຢູ່ໃນ 10 ປະເທດຢູ​ໂຣບ.

ທ່ານມາ​ຕິນ ກ​ຣິຟ​ຟິ​ສ (Martin Griffiths), ຮອງເລຂາ​ທິ​ການ​ໃຫຍ່ ຮັບ​ຜິດ​ຊອບ​ວຽກ​ງານມະນຸດສະທຳ ແລະຜູ້ປະສານງານດ້ານການບັນເທົາທຸກສຸກເສີນ ກ່າວວ່າ ທີມງານຂອງອົງການສະຫະປະຊາຊາດ ໃນຢູເຄຣນ ກໍາລັງໃຫ້ຄວາມສຳຄັນຕໍ່ ຄວາມຕ້ອງການຂອງປະຊາຊົນທີ່ອາໄສຢູ່ໃນບໍລິເວນແນວໜ້າ ຂອງຢູເຄຣນ ໃນເຂດທີ່ມີຄວາມສ່ຽງ ແລະຄວາມຫຍຸ້ງຍາກອັນໃຫຍ່ຫຼວງ.

ທ່ານກ່າວວ່າ “ມື້ວານນີ້, ພະນັກງານຂອງອົງການສະຫະປະຊາຊາດໃນເມືອງ​ ນິ​ໂປ​ຣ (Dnipro) ໄດ້ເດີນທາງໄປ​ພ້ອ​ມດ້ວຍລົດບັນທຸກ 6 ຄັນ ທີ່ບັນຈຸເຄື່ອງໄວ້ ລ່ວງໜ້າແລ້ວ ແລະ ມຸ້ງໜ້າໄປຍັງເຂດໂດ​ເນັດ (Donetsk) ຊຶ່ງ​ຢູ່​ໄກປະມານ 200 ກິໂລແມັດ, ໄປຫາສອງບ້ານທີ່ຢູ່ໃນເຂດສົງຄາມທີ່ຮ້າຍແຮງທີ່ສຸດ. ມັນເປັນ ເຂດທີ່ດຸເດືອດຫລາຍຂອງສົງຄາມໃນເວລານີ້." "ປະຊາຊົນແມ່ນຢູ່ພາຍໃຕ້ສະ​ພາບທີ່​ມີການຍິງກັນໃນ​ແຕ່​ລະ​ວັນ, ມີການໂຈມຕີທຸ​ກວັນ, ບ້ານເຮືອນຖືກລະເບີດຖິ້ມ​ໃສ່, ອາກາດຫນາວເຢັນ, ມີບັນຫາໄຟຟ້າ."

ທ່ານກ​ຣິ​ຟ​ຟິ​ສ ກ່າວວ່າ ເພື່ອນຮ່ວມງານຂອງທ່ານໄດ້ຈັດສົ່ງຢາ, ເຄື່ອງເຮັດອາຍ​ອຸ່ນ, ອາຫານ, ຜ້າຫົ່ມ, ແລະເຄື່ອງບັນເທົາທຸກທີ່ຈໍາເປັນຢ່າງອື່ນ ໄປ​ໃຫ້ 1,200 ຄົນ.

ພວກ​ກູ້​ໄພ​ພາ​ກັນ​ທຳ​ຄວາມ​ສະ​ອາດ​ເອົາ​ສິ່ງ​ຫັກ​ພັງ​ອອກຈາກ​ຕຶກ​ອາ​ພາດ​ເມັນທີ່​ຖືກ​ທຳ​ລາຍ ໂດຍ​ລູກ​ສອນ​ໄຟ​ຣັດ​ເຊຍທີ່​ຍິງ​ໂຈມ​ຕີ​ຄຸ້ມ​ຢູ່​ອາ​ໄສ​ຂອງ​ຄົນ​ໃນ​ເຂດ​ຕາ​ເວັນ​ອອກ​ສຽງ​ໃຕ້​ຂອງ​ເມືອງ Dnipro ໃນ​ຢຸ​ເຄ​ຣນ, ວັນ​ທີ 16 ມັງ​ກອນ, 2023
ພວກ​ກູ້​ໄພ​ພາ​ກັນ​ທຳ​ຄວາມ​ສະ​ອາດ​ເອົາ​ສິ່ງ​ຫັກ​ພັງ​ອອກຈາກ​ຕຶກ​ອາ​ພາດ​ເມັນທີ່​ຖືກ​ທຳ​ລາຍ ໂດຍ​ລູກ​ສອນ​ໄຟ​ຣັດ​ເຊຍທີ່​ຍິງ​ໂຈມ​ຕີ​ຄຸ້ມ​ຢູ່​ອາ​ໄສ​ຂອງ​ຄົນ​ໃນ​ເຂດ​ຕາ​ເວັນ​ອອກ​ສຽງ​ໃຕ້​ຂອງ​ເມືອງ Dnipro ໃນ​ຢຸ​ເຄ​ຣນ, ວັນ​ທີ 16 ມັງ​ກອນ, 2023

ທ່ານກ່າວຕື່ມວ່າ, "ເຫດ​ການນັ້ນ ເກີດຂຶ້ນທຸກມື້ ຢູ່ໃນຢູເຄຣນ ຍ້ອນມີສົງຄາມ ທີ່ຮ້າຍແຮງນີ້."

ນັບ​ຕັ້ງແຕ່​ກອງ​ກຳລັງ​ຣັດ​ເຊຍ​ບຸກ​ໂຈມ​ຕີ​ຢູເຄ​ຣນ ​ໃນ​ວັນ​ທີ 24 ກຸມພາ 2022, ຫ້ອງການຂ້າ​ຫລວງ​ໃຫຍ່ດ້ານ​ສິດທິ​ມະນຸດ ​ຂອງອົງ​ການ​ສະຫະ​ປະຊາ​ຊາດ ​ຫລື OHCHR ໄດ້​ບັນທຶກການ​ເສຍ​ຊີວິດ ແລະ​ບາດ​ເຈັບ​ຂອງ​ພົນລະ​ເຮືອນ ວ່າ​ມີ 18,955 ຄົນ, ​ໃນ​ນັ້ນ​ມີ 7,199 ຄົນ​ເສຍ​ຊີວິດ ​ແລະ 11,756 ຄົນ​ໄດ້​ຮັບ​ບາດ​ເຈັບ ຊຶ່ງລວ​ມ​ມີ​ແມ່ຍິງ​ແລະ​ ເດັກນ້ອຍ​ຫຼາຍ​ຄົນຢູ່​ໃນ​ນັ້ນ.

ພວກ​ອົບ​ພະ​ຍົບ​ພາ​ກັນ​ນອນໃນ​ຕອນ​ກາງ​ຄືນຢູ່ໃນ​ສະ​ຖາ​ນີ​ລົດ​ໄຟ​ແຫ່ງ​ນຶ່ງ​ໃນ​ເມືອງ Przemysl ຂອງ​ໂປ​ແລນ, ວັນ​ທີ 2 ມີ​ນາ, 2022
ພວກ​ອົບ​ພະ​ຍົບ​ພາ​ກັນ​ນອນໃນ​ຕອນ​ກາງ​ຄືນຢູ່ໃນ​ສະ​ຖາ​ນີ​ລົດ​ໄຟ​ແຫ່ງ​ນຶ່ງ​ໃນ​ເມືອງ Przemysl ຂອງ​ໂປ​ແລນ, ວັນ​ທີ 2 ມີ​ນາ, 2022

ແຕ່ຢ່າງໃດກໍຕາມ, ເມື່ອມັນເປີດເຜີຍຕົວ​ເລກຄາດຄະເນຫລ້າສຸດ ໃນວັນຈັນຜ່ານ​ມາ, ອົງການດັ່ງກ່າວໄດ້ສັງເກດເຫັນວ່າ "OHCHR ເຊື່ອວ່າ ຕົວເລກຕົວຈິງ ແມ່ນສູງກວ່ານັ້ນຫຼາຍ."

ອົງການ​ອົບ​ພະຍົບຂອງ​ສະຫະ​ປະຊາ​ຊາດ​ລາຍ​ງານ​ວ່າ ການ​ບຸກລຸກ​ຂອງຣັດ​ເຊຍ​ເຂົ້າໄປ​ໃນ​ຢູ​ເຄຣນ ​ໄດ້​ພາ​ໃຫ້​ເກີດ​ວິ​ກິດ​ການດ້ານ​ອົບ​ພະຍົບ​ເພີ່ມ​ຂຶ້ນ​ໄວ​ທີ່​ສຸດ​ຢູ່ໃນ​ຢູ​ໂຣບ ນັບ​ຕັ້ງ​ແຕ່​ສົງຄາມ​ໂລກ​ຄັ້ງ​ທີ 2 ເປັນ​ຕົ້ນ​ມາ ຊຶ່ງ​ໄດ້​ເຮັດ​ໃຫ້​ປະມານ 1 ສ່ວນ 3 ຂອງ​ປະຊາກອນທັງ​ໝົດ 40 ລ້ານ​ຄົນ​ຂອງ​ຢູ​ເຄຣນ​ຕ້ອງ​ອົບ​ພະຍົບ​ໄປຢູ່​ບ່ອນ​ອື່ນ.

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG