ທູດພິເສດ ອົງການສະຫະປະຊາຊາດ ຮັບຜິດຊອບເລື່ອງຊີເຣຍ ທ່ານ ສແຕັຟຟານ ເດີ
ມິສຕູຣາ (Staffan de Mistura) ໄດ້ກ່າວ ໃນວັນພະຫັດມື້ນີ້ ວ່າ ທ່ານຫວັງວ່າ ສະພາ
ຄວາມໝັ້ນຄົງ ຈະຮັບຮອງເອົາ ຂໍ້ສະເໜີຢຸດຍິງ ໂດຍກ່າວວ່າ ບໍ່ມີທາງເລືອກອື່ນ ທີ່ຈະ
ຍຸຕິການສູ້ລົບກັນ ແລະຈະອຳນວຍໃຫ້ມີການເຂົ້າໄປຊ່ອຍເຫລືອໃນດ້ານມະນຸດສະທຳ.
ເລຂາທິການໃຫຍ່ ສະຫະປະຊາຊາດ ທ່ານ ແອນໂຕນີໂດ ກູແຕເຣັສ (Antonio
Guterres) ພວມຮ້ອງຂໍໃຫ້ສະພາດັ່ງກ່າວ ຮັບຮອງເອົາ ການຢຸດຍິງເປັນເວລາ 30 ວັນ
ໃນທົ່ວຊີເຣຍ ຢ່າງຮີບດ່ວນ ແລະເພື່ອຊ່ອຍເຫຼືອ ປະຊາຊົນໃນເມືອງ ກູູຕາ (Ghouta)
ຕາເວັນອອກ 400,000 ຄົນ ຜູ້ທີ່ທ່ານ ໄດ້ກ່າວວ່າ “ດຳລົງຊີວິດຢູ່ໃນໝໍ້ນະຮົກຂອງ
ໂລກ.”
“ຂ້າພະເຈົ້າເຊື່ອວ່າ ເມືອງກູຕາ ຕາເວັນອອກ ບໍ່ສາມາດລໍຖ້າໄດ້” ທ່ານກູແຕເຣັສ
ໄດ້ກ່າວ ເຖິງບໍລິເວນທາງພາກເໜືອ ທີ່ປົກຄອງໂດຍພວກຕໍ່ຕ້ານລັດຖະບານ ທີ່ໄດ້ຖືກ
ປິດລ້ອມໂດຍ ກອງກຳລັງທີ່ສະໜັບສະໜູນລັດຖະບານ ຕັ້ງແຕ່ປີ 2013 ເປັນຕົ້ນມາ.
ທ່ານກ່າວຕື່ມວ່າ “ຄຳຮ້ອງຂໍຂອງຂ້າພະເຈົ້າ ກໍເພື່ອໃຫ້ທຸກ ຝ່າຍທີ່ກ່ຽວຂ້ອງ ງົດ
ກິດຈະກຳດ້ານສົງຄາມທຸກຢ່າງໄວ້ກ່ອນ ໃນທັນທີຢູ່ໃນເມືອງກູຕາຕາເວັນອອກ
ເພື່ອອະນຸຍາດໃຫ້ການຊ່ອຍເຫຼືອດ້ານມະນຸດສະທຳ ເຂົ້າໄປເຖິງພວກຄົນທັງໝົດ
ທີ່ຕ້ອງການໆຊ່ອຍເຫຼືອນັ້ນ.”
ເມື່ອປີກາຍນີ້ ພື້ນທີ່ດັ່ງກ່າວໄດ້ຖືກກຳນົດໃຫ້ເປັນນຶ່ງໃນສີ່ “ເຂດຜ່ອນຄວາມເຄັ່ງຕຶງ”
ຢູ່ໃນຂໍ້ຕົກລົງກັບ ຣັດເຊຍ ແລະ ອີຣ່ານ ພ້ອມດ້ວຍ ເທີກີ ທີ່ສະໜັບສະໜູນ ປະທານາ
ທິບໍດີ ບາຊາ ອາລອາຊາດ (Bashar al-Assad).
ເຊີນຊົມວີດີໂອ ຫົວໜ້າ ສປຊ ຮ້ອງຂໍໃຫ້ ຢຸດຍິງ ເພື່ອຊ່ອຍ ພົນລະເມືອງ ກູຕາ ຂອງຊີເຣຍ
ແຕ່ການສູ້ລົບກັນ ໄດ້ທະວີຂຶ້ນ ເມື່ອບໍ່ດົນມານີ້ ໃນຂະນະທີ່ ກອງທັບຂອງຊີ ເຣຍ ແລະ
ກຳລັງພັນທະມິດຂອງຕົນ ປາກົດວ່າ ໄດ້ເລີ່ມການປະຕິບັດການບຸກໂຈມຕີ ເພື່ອຍຶດເອົາ
ພື້ນທີ່ດັ່ງກ່າວຄືນ ເຊິ່ງເປັນພື້ນທີ່ອັນສຸດທ້າຍ ຕັ້ງຢູ່ໃກ້ກັບນະຄອນຫຼວງ ດາມາສກັສ ທີ່
ຍັງຢູ່ໃນການຄວບຄຸມຂອງກຳລັງປະກອບອາວຸດ ຝ່າຍຕໍ່ຕ້ານລັດຖະບານ.
ຫ້ອງການດ້ານສິດທິມະນຸດຂອງສະຫະປະຊາຊາດ ໄດ້ກ່າວໃນວັນພຸດວານນີ້ ວ່າ ຢ່າງ
ໜ້ອຍມີ 346 ຄົນ ໄດ້ເສຍຊີວິດ ຢູ່ໃນເມືອງກູຕາຕາເວັນອອກຕັ້ງ ແຕ່ວັນທີ 4 ກຸມພາ
ເປັນຕົ້ນມາ.
ສະພາຄວາມໝັ້ນຄົງ ທີ່ມີສະມາຊິກຈາກ 15 ປະເທດ ໃນປັດຈຸບັນນີ້ ແມ່ນກຳລັງປຶກສາ
ຫາລື ຮ່າງຍັດຕິສະບັບນຶ່ງ ທີ່ຈະຈັດຕັ້ງປະຕິບັດ ຂໍ້ຮຽກຮ້ອງຂອງສະຫະປະຊາຊາດ ເພື່ອ
ໃຫ້ຢຸດຍິງ. ບັນດາສະມາຊິກຂອງສະພາ ຈາກປະເທດ ສະວີເດັນ ແລະ ກູເວດ ໄດ້ຮ່າງ
ຂໍ້ຄວາມ ເຊິ່ງອາດຈະນຳມາ ເພື່ອລົງຄະແນນສຽງ ໂດຍໄວເທົ່າທີ່ຈະໄວໄດ້ ພາຍໃນວັນ
ພະຫັດ ມື້ນີ້ ແຕ່ຍັງບໍ່ທັນຈະແຈ້ງວ່າ ສະມາຊິກໝົດທຸກຄົນ ຈະສະໜັບສະໜູນຫຼືບໍ່.
ເອກອັກຄະລັດຖະທູດຂອງຣັດເຊຍປະຈຳອົງການສະຫະປະຊາຊາດ ທ່ານວາຊີລີ
ເນເບນຊີອາ ໄດ້ຊຸກຍູ້ໃຫ້ສະພາຄວາມໝັ້ນຄົງເປີດກອງປະຊຸມໃນວັນພະຫັດ ມື້ນີ້
ເພື່ອປຶກສາຫາລື ເລື່ອງຊີເຣຍ.