ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ສປຊ ເວົ້າວ່າ ການທັບມ້າງ ພວກສົງໄສວ່າ ຄ້າຢາເສບຕິດ ໃນຟິລິບປິນ ເຮັດໃຫ້ “ສິດທິມະນຸດຖືກລະເມີດ”


ແມ່ຍິງຄົນນຶ່ງທີ່ໃສ່ໜ້າກາກປິດປາກໄວ້ ຂີ່ລົດຖີບຜ່ານກາຍຮູບຂອງ ປະທານາທິບໍດີໂຣດຣິໂກ ດູເຕີເຕ (Rodrigo Duterte) ໄປ ໃນນະຄອນຫລວງມະນີລາ, ປະເທດຟີລິບປິນ, ວັນທີ 20 ມີນາ, 2020.
ແມ່ຍິງຄົນນຶ່ງທີ່ໃສ່ໜ້າກາກປິດປາກໄວ້ ຂີ່ລົດຖີບຜ່ານກາຍຮູບຂອງ ປະທານາທິບໍດີໂຣດຣິໂກ ດູເຕີເຕ (Rodrigo Duterte) ໄປ ໃນນະຄອນຫລວງມະນີລາ, ປະເທດຟີລິບປິນ, ວັນທີ 20 ມີນາ, 2020.

ໃນວັນພະຫັດມື້ນີ້ ອົງການສະຫະປະຊາຊາດເວົ້າວ່າ ການທັບມ້າງແບບປ່າ ເຖື່ອນຂອງປະທານາທິບໍດີ ຟິລິບປິນ, ທ່ານ ໂຣດຣິໂກ ດູເຕີເຕ (Rodrigo Duterte) ຕໍ່ຄົນທີ່ຖືກສົງໄສວ່າ ເປັນພວກລັກລອບຄ້າຢາບ້າ ໄດ້ເຮັດໃຫ້ “ສິດທິມະນຸດຖືກລະເມີດ.”

ຢູ່ໃນບົດລາຍງານສະບັບໃໝ່ນັ້ນ, ຫ້ອງການວ່າດ້ວຍສິດທິມະນຸດຂອງອົງການ ສະຫະປະຊາຊາດເວົ້າວ່າ “ການປະຕິບັດຢ່າງເຂັ້ມງວດທີ່ເພັ່ງເລັງໃສ່ການຕ້ານ ໄພຂົ່ມຂູ່ທາງດ້ານຄວາມໝັ້ນຄົງຂອງຊາດ ແລະການຄ້າຢາເສບຕິດຜິດກົດ ໝາຍ” ໄດ້ນໍາໄປສູ່ການລະເມີດສິດທິມະນຸດຢ່າງຮ້າຍແຮງ ຊຶ່ງລວມທັງ “ການ ເຂັ່ນຂ້າ ແລະການກັກຂັງຄົນໂດຍພາລະການ ຕະຫລອດທັງການກ່າວຮ້າຍວ່າ ຕໍ່ຕ້ານລັດຖະບານ.”

ທ່ານດູເຕີເຕ ໄດ້ເລີ້ມທໍາການປຸກລະດົມຕ້ານຢາເສບຕິດໃນເວລາບໍ່ພໍເທົ່າໃດ ຫລັງຈາກທ່ານໄດ້ຂຶ້ນຮັບຕໍາແໜ່ງໃນປີ 2016. ອົງການສະຫະປະຊາຊາດເວົ້າ ວ່າ ຕົວເລກທີ່ເປັນທາງການໄດ້ສະແດງໃຫ້ເຫັນວ່າ ນັບຕັ້ງແຕ່ການປຸກລະດົມ ຕ້ານຢາເສບຕິດຂອງທ່ານດູເຕີເຕ ເລີ້ມຂຶ້ນໃນປີ 2016 ຊຶ່ງເປັນປີທ່ານຂຶ້ນຮັບ ຕໍາແໜ່ງນັ້ນເປັນຕົ້ນມາ, ຢ່າງໜ້ອຍມີ 8,663 ຖືກຂ້າຕາຍ ໂດຍທີ່ມີບາງຄົນ ໄດ້ຄາດຄະເນວ່າ ຈໍານວນຕົວຈິງແທ້ໆ ແມ່ນຫລາຍກວ່ານັ້ນສາມເທົ່າ.

ຫ້ອງການວ່າດ້ວຍສິດທິມະນຸດຂອງອົງການສະຫະປະຊາຊາດເວົ້າວ່າການເຂັ່ນ ຂ້າໄດ້ຖືກດໍາເນີນການໂດຍການກະທໍາຂອງຕໍາຫລວດແບບ “ເກືອບວ່າຖືກປົກ ປ້ອງບໍ່ໃຫ້ໃຜເອົາໂທດຫຍັງໄດ້ໝົດ.” ບົດລາຍງານເວົ້າວ່າ ຖ້ອຍຄໍາທີ່ເປັນການ ຖົກຖຽງກັນໃຊ້ໂດຍພະນັກງານຂັ້ນສູງ ເຊັ່ນຄໍາວ່າ “ການລົບລ້າງ” ແລະ “ການ ເຮັດໃຫ້ບໍ່ມີຄວາມຜິດຫຍັງ” ຂອງພວກຕ້ອງສົງໄສວ່າຄ້າຢາເສບຕິດ ອາດເຮັດ ໃຫ້ພວກຕໍາຫລວດມີຄວາມຄິດວ່າ “ຕົນໄດ້ຮັບອະນຸຍາດໃຫ້ຂ້າ.”

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG