ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອົງການສະຫະປະຊາຊາດ ແລະສະຫະພາບອາຟຣິກາ ຮຽກຮ້ອງໃຫ້ ໂຊມາເລຍ ຈັດການເລືອກຕັ້ງ ໂດຍບໍ່ຕ້ອງເລື່ອນເວລາອີກຕໍ່ໄປ


ແມ່ຍິງໂຊມາເລຍ ສະແດງທ່າທາງເປັນຜູ້ປະທ້ວງຕໍ່ຕ້ານຄະນະຜູ້ແທນສະຫະພາບອາຟຣິກາ ໃນໂຊມາເລຍ ຂ້າງນອກໂຮງໝໍ ເອີໂດກັນໃນເຫດຜົນທີ່ມີການສັງຫານພົນລະເຮືອນ ໃນເວລາຍິງຕໍ່ສູ້ກັນ ລະຫວ່າງ ອະມິຊົມ ແລະກຸ່ມ ອາລ-ຊາບາບ ໃນເຂດລຸ່ມ ຊາເບລເລ, ນະຄອນຫລວງ ໂມກາດິສຊູ, ວັນທີ 12 ສິງຫາ, ປີ 2021.
ແມ່ຍິງໂຊມາເລຍ ສະແດງທ່າທາງເປັນຜູ້ປະທ້ວງຕໍ່ຕ້ານຄະນະຜູ້ແທນສະຫະພາບອາຟຣິກາ ໃນໂຊມາເລຍ ຂ້າງນອກໂຮງໝໍ ເອີໂດກັນໃນເຫດຜົນທີ່ມີການສັງຫານພົນລະເຮືອນ ໃນເວລາຍິງຕໍ່ສູ້ກັນ ລະຫວ່າງ ອະມິຊົມ ແລະກຸ່ມ ອາລ-ຊາບາບ ໃນເຂດລຸ່ມ ຊາເບລເລ, ນະຄອນຫລວງ ໂມກາດິສຊູ, ວັນທີ 12 ສິງຫາ, ປີ 2021.

ອົງການສະຫະປະຊາຊາດ ແລະສະຫະພາບອາຟຣິກາ ຮຽກຮ້ອງໃນວັນພະຫັດວານນີ້ ໃຫ້ໂຊມາເລຍ ຈັດການເລືອກຕັ້ງ ທີ່ໄດ້ຫລ້າຊ້າມາແລ້ວນັ້ນ ໃນເດືອນຕຸລາທີ່ຈະມາເຖິງນີ້ ເຖິງແມ່ນວ່າ ໄດ້ມີການພະຍາຍາມຂົ່ມຂູ່ ໂດຍກຸ່ມຫົວຮຸນແຮງອິສລາມ.

ຜູ້ຕາງໜ້າພິເສດຂອງອົງການສະຫະປະຊາຊາດ ປະຈໍາໂຊມາເລຍ ທ່ານເຈມສ໌ ຊວານ (James Swan) ກ່າວໃນກອງປະຊຸມສະພາຄວາມໝັ້ນຄົງວ່າ “ການກຽມພ້ອມໃນດ້ານຄວາມໝັ້ນຄົງສຳລັບການເລືອກຕັ້ງ ເປັນກະແຈສໍາຄັນ ເນື່ອງຈາກການຄຸກຄາມໂດຍກຸ່ມ ອາລ-ຊາບາບ (al-Shabab) ຍັງມີຢູ່, ກຸ່ມກະບົດ ອາລ-ຊາບາບ ຍັງສືບຕໍ່ ປະຕິບັດການໂຈມຕີ ກໍ່ການຮ້າຍ, ເຊິ່ງລວມທັງ ການປິດລ້ອມຊຸມຊົນ ໂດຍສະເພາະໃນລັດພາກຕາເວັນຕົກສຽງໃຕ້.”

ຜູ້ຕາງໜ້າພິເສດສະຫະພາບອາຟຣິກາທ່ານຟຣານຊິສໂກ ເມເດຣາ (Francis-co Madeira) ກ່າວຢູ່ໃນສະພາວ່າ “ຈຸດມຸ້ງໝາຍໂດຍລວມ ຂອງພວກເຮົາ” ແມ່ນຕ້ອງປ້ອງກັນບໍ່ໃຫ້ກຸ່ມຫົວຮຸນແຮງຕ່າງໆ ລົບກວນການເລືອກຕັ້ງ. ທ່ານກ່າວວ່າ ກຸ່ມນີ້ໃຊ້ “ກົນອຸບາຍທີ່ຕ່ຳຊ້າ ທັງໃນນະຄອນຫຼວງ ໂມກາດິສຊູ ແລະທີ່ອື່ນໆ” ເພື່ອເຮັດໃຫ້ຂັ້ນຕອນດັ່ງກ່າວຕ້ອງໄດ້ຢຸດຕິລົງ.

“ໃນຄວາມພະຍາຍາມທີ່ຈະລົບກວນ ການເລືອກຕັ້ງນັ້ນ, ພວກເຮົາໄດ້ບັນທຶກ ການລັກພາໂຕ, ການປະຫານຊີວິດໃນທີ່ສາທາລະນະ ແລະການລອບສັງຫານຂອງກຸ່ມດັ່ງກ່າວ,” ນັ້ນຄືຄຳເວົ້າຂອງທ່ານເມເດຣາ ກ່າວໃນກອງປະຊຸມສະພາຄວາມໝັ້ນຄົງ. “ຂ້າພະເຈົ້າຍັງມີຄວາມກັງວົນໃນລາຍງານກ່ຽວກັບກຸ່ມອາລ-ຊາບາບ ທີ່ໃຊ້ວິທີຂົ່ມຂູ່ຜູ້ອາວຸໂສໃນທ້ອງຖິ່ນ ໂດຍຊຸກຍູ້ໃຫ້ພວກເຂົາຢຸດເຊົາການມີສ່ວນຮ່ວມ ໃນການເລືອກຕັ້ງນັ້ນ.”

ຜູ້ຕາງໜ້າທາງການເມືອງຂອງອົງການສະຫະປະຊາຊາດ ໃນປະເທດໂຊມາເລຍໄດ້ບັນທຶກການເສຍຊີວິດຂອງພົນລະເຮືອນ 321 ຄົນ ໃນປີນີ້ ເຊິ່ງທັງໝົດເປັນຜົນມາຈາກກຸ່ມອາລ-ຊາບາບ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG