ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ປ.ໂອບາມາ ແຕ່ງຕັ້ງ ທ່ານນາງ Rice ເປັນທີ່ປຶກສາ ດ້ານ ຄວາມໝັ້ນຄົງ (ວີດີໂອ)


ທ່ານ Obama (ກາງ) ປະກາດເລືອກ​ເອົາທ່ານ​ນາງ Susan Rice ​ໃຫ້​ເປັນ​ທີ່​ປຶກສາ​ດ້ານ​ຄວາມ​ໝັ້ນ​ຄົງ​​ແຫ່ງຊາດ(ຂວາ)
ທ່ານ Obama (ກາງ) ປະກາດເລືອກ​ເອົາທ່ານ​ນາງ Susan Rice ​ໃຫ້​ເປັນ​ທີ່​ປຶກສາ​ດ້ານ​ຄວາມ​ໝັ້ນ​ຄົງ​​ແຫ່ງຊາດ(ຂວາ)
ປະທານາທິບໍດີ Barack Obama ​ໄດ້​ເລືອກ​ເອົາ​ເອກ​ອັກຄະ​ລັດຖະທູດ​ປະ​ຈໍາ​ອົງການ​ສະຫະ​ປະຊາ​ຊາດ ທ່ານ​ນາງ Susan Rice ​ໃຫ້​ເປັນ​ທີ່​ປຶກສາ​ດ້ານ​ຄວາມ​ໝັ້ນ​ຄົງແຫ່ງ ຊາດ ຄົນ​ຕໍ່​ໄປ​ຂອງ​ທ່ານ.

​ໃນ​ການ​ປະກາດ​ຢູ່ທໍາ​ນຽບຂາວ ທ່ານ Obama ກ່າວວ່າ ທ່ານ​ນາງ Rice ​ເປັນ​ຜູ້ຮັກ​ຊາດ​ທີ່ ​ “​ບໍ່ມີ​ຄວາມຢ້ານ​ກົວ” ​ແລະ “ເຂັ້ມແຂງ​” ທີ່​ເຂົ້າ​ໃຈ​ວ່າ ການ​ເປັນ​ຜູ້​ນໍາ​ຂອງ​ອາ​ເມຣິກາ​ນັ້ນ​ຈະ​ບໍ່​ສາມາດ​ສັບ​ປ່ຽນ​ໄດ້. ທ່ານ​ຍັງ​ກ່າວ​ອີກ​ວ່າ ທ່ານ​ນາງ ​Rice ຮູ້​ດີ​ແລະ ​ໃສ່​ໃຈ​ຢູ່​ສະ​ເໜີວ່າ ສະຫະລັດ​ນັ້ນຕ້ອງ​ໃຊ້ອໍານາດຂອງ​ຕົນ​ຢ່າງ​ສະຫຼາດສຸ​ຂຸມ ແລະ​ແບບ ​ມີ​ການ​ໄກ່​ກອງ​ຢ່າງຮອບ​ຄອບ​.

ທ່ານ Obama ກ່າວ​ວ່າ “ທ່ານ​ນາງ​ເປັນນັກ​ການ​ທູດຊາວ​ອ​າ​ເມຣິກັນ ຜູ້​ທີ່ໄດ້​ສ້າງ​ຄວາມ​ເຂັ້ມ​ແຂງ​ມີ​ຊີວິດ​ຊີວາ​ໃຫ້​ແກ່​ການ​ທູດ​ຂອງ​ອາ​ເມຣິກາ ຢູ່​ New York. ທ່ານ​ນາງ​ໄດ້​ຊ່ອຍ​ໃນ​ການຈັດ​ຕ້ງປະຕິບັດການ​ລົງ​ໂທດ​ຕໍ່ ອີຣານ ​ແລະ​ເກົາຫຼີ​ເໜືອ. ທ່ານ​ນາງ​ໄດ້​ປົກ​ປ້ອງ ອີສຣາ​ແອ​ລ ໄດ້​ເປັນ​ຕົວ​ແທນ​ໃຫ້​ພວກ​ປະຊາຊົນ​ຜູ້​ທີ່​ບໍລິສຸດ​ຈາກລີ​ເບຍ​ ​ໄປ​ຫາ Cote d’lvoire. ທ່ານ​ນາງ​ຍັງ​ໄດ້​ຊ່ອຍສະໜັບສະໜູນ Sudan ​ໃຕ້ທີ່​ເປັນ​ເອກະລາດ. ໄດ້​ເປັນ​ປາກ​ເປັນ​ສຽງ​ໃນເລື່ອງສິດທິ​ມະນຸດ ຊຶ່ງ​ຮວມທັງ​ສິດທິ​ຂອງ​ພວກ​ແມ່ຍິງ​ນໍາ. ​ເວົ້າ​ແບບ​ງ່າຍໆ​ ກໍ​ຄື ທ່ານ​ນາງ Rice ​ແມ່ນເປັນ​ແບບຢ່າງ​ຂອງການ​ທູດ​ອ​າ​ເມຣິກັນ​ທີ່​ດີ​ທີ່​ສຸດ​.”

ທ່ານ​ນາງ Rice ​ໄດ້ຖືກ​ຕ້ອງ​ຕິ​ໂດຍ​ບັນດາ​ສະມາ​ຊິກສະພາ ຈາກພັກ Republican ​ທີ່​ສັ່ງ​ໃຫ້ທໍາ​ການ​ສືບສວນ​ສອບ​ສວນ​ຫລາຍໆ​ຄັ້ງ​ກ່ຽວ​ກັບຂອງ​ການໂຈມ​ຕີ​ຮ້າຍ​ແຮງ​ເຖິງ​ຕາຍ​ຕໍ່ສະຖານກົງ​ສູນຂອງ​ສະຫະລັດ ​ຢູ່ເມືອງ Benghazi ​ໃນ Libya. ທ່ານ​ນາງ Rice ໄດ້​ກ່າວ​ໃນ​ການໃຫ້​ສໍາພາດທາງ​ໂທລະພາບ ວ່າ ການ​ໂຈມ​ຕີ​ຄັ້ງ​ດັ່ງກ່າວ​ນັ້ນ​ແມ່ນ​ເກີດແບບ​ບໍ່​ໄດ້​ມີ​ການວາງ​ແຜນ​ໄວ້​ລ່ວງ​ໜ້າ ຊຶ່ງ​ມີ​ການ​ພົບ​ເຫັນໃນ​ພາຍຫລັງ​ວ່າ ບໍ່​ເປັນ​ຈັ່ງ​ຊັ້ນ.

ທ່ານ​ນາງ Rice ​ໄດ້​ຖືກ​ພິຈາລະນາ​ວ່າ ຈະ​ເປັນ​ຜູ້​ເຂົ້າມາຮັບ​ຕໍາ​ແໜ່​ງແທນ ອະດີດລັດຖະ ມົນຕີ​ການ​ຕ່າງປະ​ເທດ Hillary Clinton ​ແຕ່​ວ່າ ທ່ານ​ນາງ​ໄດ້​ຖອນ​ຕົວ​ອອກ​ທ່າມກາງການ​ຖືກ​ວິພາກວິຈານຈາກ​ບັນດາ​ສະມາ​ຊິກສະພາ ພັກ Republican ນັ້ນ. ​ຕໍາ​ແໜ່​ງທີ່​ປຶກສາ​ຄວາມໝັ້ນຄົງແຫ່ງຊາດ ບໍ່ຈໍາ​ເປັນ​ຕ້ອງຜ່ານກາ​ຮັບຮອງ​ເອົາ​ຈາກ​ ສະພາສູງ.

Obama Announces New National Security Team
please wait

No media source currently available

0:00 0:02:43 0:00
ລິງໂດຍກົງ


ທ່ານ​ນາງ Rice ​ຈະ​ມາ​ຮັບ​ຕໍາ​ແໜ່​ງ​ແທນ​ທ່ານ Tom Donilon ຜູ້​ທີ່​ຈະລາ​ອອກໄປ​ໃນຕົ້ນ​ເດືອນກໍລະກົດ​ໜ້າ​ນີ້. ທ່ານ Donilon ​ໄດ້ເປັນ​ທີ່​ປຶກສາ​ຄົນ​ສໍາຄັນ​ທາງ​ດ້ານ
ການ​ຕ່າງປະ​ເທດ​ໃຫ້​ແກ່​ທ່ານ Obama ມາ​ຕັ້ງ​ແຕ່​ທ່ານໂອ​ບາ​ມາ ເຂົ້າ​ກໍາ​ຕໍາ​ແໜ່​ງ​ເປັນ ປະທານາທິບໍດີ.
XS
SM
MD
LG