ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານ​ນາງ ເຮ​ລີ ລາ​ອອກ​ ຈາກ​ການ​ເປັນ ​ເອ​ກ​ອັກ​ຄະ​ລັດ​ຖະ​ທູດ ສະ​ຫະ​ລັດ ປະ​ຈຳ ສ​ປ​ຊ


​ເອ​ກ​ອັກ​ຄະ​ລັດ​ຖະ​ທູດ ສະ​ຫະ​ລັດ ປະ​ຈຳອົງ​ການ​ສະ​ຫະ​ປະ​ຊາ​ຊາດ ທ່າ​ນ​ນາງ ນິກ​ກີ ເຮ​ລີ ໃຫ້​ຄຳ​ເຫັນ​ໃນ​ລະ​ຫວ່າງກອງ​ປະ​ຊຸມ​ສະ​ພາ​ຄວາມ​ໝັ້ນ​ຄົງ. ສຳ​ນັກ​ງານ​ໃຫຍ່ ອົງ​ການ​ສະ​ຫະ​ປະ​ຊາ​ຊາດ, ນະ​ຄອນ ນິວຢອກ. 28 ສິງ​ຫາ, 2018.
​ເອ​ກ​ອັກ​ຄະ​ລັດ​ຖະ​ທູດ ສະ​ຫະ​ລັດ ປະ​ຈຳອົງ​ການ​ສະ​ຫະ​ປະ​ຊາ​ຊາດ ທ່າ​ນ​ນາງ ນິກ​ກີ ເຮ​ລີ ໃຫ້​ຄຳ​ເຫັນ​ໃນ​ລະ​ຫວ່າງກອງ​ປະ​ຊຸມ​ສະ​ພາ​ຄວາມ​ໝັ້ນ​ຄົງ. ສຳ​ນັກ​ງານ​ໃຫຍ່ ອົງ​ການ​ສະ​ຫະ​ປະ​ຊາ​ຊາດ, ນະ​ຄອນ ນິວຢອກ. 28 ສິງ​ຫາ, 2018.

ເອກ​ອັກ​ຄະ​ລັດ​ຖະ​ທູດ ສະ​ຫະ​ລັດ ປະ​ຈຳ​ອົງ​ການສະ​ຫະ​ປະ​ຊາ​ຊາດ ທ່າ​ນ​ນາງ ນິກ​ກີ​
ເຮລີ ໄດ້ລາອອກຈາກຕຳແໜ່ງ.

ທ່ານ​ນາງ ເຮ​ລີ, ເຊິ່ງ​ນັ່ງ​ຢູ່​ຄຽງ​ຂ້າງ​ປະ​ທາ​ນາ​ທິ​ບໍ​ດີ ດໍ​ໂນ​ລ ທ​ຣຳ ໃນ​ຫ້ອງ​ການ​ໂອ​ວອ​ລ,
ບ່ອນທີ່ພວກເພິ່ນ ໄດ້ປະກາດການລາອອກຈາກຕຳແໜ່ງທີ່ ຊຶ່ງຈະມີຂຶ້ນ​ໃນ​ອີກ​ບໍ່​ດົນ​
ເມື່ອວັນອັງຄານວານນີ້ວ່າ “ມັນເປັນກຽດຊົ່ວຊີວິດ. ຂ້າພະເຈົ້າຈະບໍ່ອອກຈາກຕຳແໜ່ງ
ຈົນກວ່າທ້າຍປີນີ້.”

ທ່ານ ທ​ຣຳ ໄດ້​ກ່າວ​ຕໍ່​ທ່ານ​ນາງ ເຮ​ລີ ວ່າ “ພວກ​ເຮົາ​ຈະ​ຄິດ​ຮອດ​ເຈົ້າ. ເຈົ້າ​ໄດ້​ເຮັດ​ວຽກ​
ຢ່າງໜ້າປະທັບໃຈຫຼາຍ.”

ທ່ານ ທ​ຣຳ ໄດ້​ອະ​ທິ​ບາຍ​ເຖິງ​ນັກ​ການ​ທູດ​ຄົນ​ດັ່​ງ​ກ່າວ​ວ່າ “ເປັນ​ຄົນ​ທີ່​ພິ​ເສດ​ຕໍ່​ຂ້າ​ພະ​
ເຈົ້າ” ແລະ “ເປັນຄົນຜູ້ທີ່ໄດ້ທ່ານເຂົ້າກຸ່ມຮ່ວມ” ແລະ “ໄດ້ແກ້ໄຂຫຼາຍບັນຫາ”, ໂດຍ
ອ້າງເຖິງບັນຫາຕ່າງໆ ໂດຍສະເພາະກັບ ອີຣ່ານ ແລະ ເກົາຫຼີເໜືອ.

ປະ​ທາ​ນາ​ທິ​ບໍ​ດີ​ໄດ້​ກ່າວ​ຕື່ມ​ວ່າ “ຫວັງ​ວ່າ​ໃນ​ຈຸດ​ໃດ​ນຶ່ງ​ເຈົ້າ​ຈະ​ກັບ​ຄືນ​ມາ​ອີກ, ເຈົ້າ​ສາ​
ມາດເລືອກເອົາວຽກອື່ນໆ” ໄດ້ໃນລັດຖະບານຂອງທ່ານທຣຳ.

ທ່ານ​ນາງ ເຮ​ລີ ເຊິ່ງ​ແມ່ນອະ​ດີດ​ຜູ້​ປົກ​ຄອງ​ລັດ ຄາ​ໂຣ​ໄລ​ນາ​ໃຕ້ ໄດ້​ຖືກ​ພິ​ຈາ​ລະ​ນາ​ໂດຍ​
ບາງຄົນວ່າ ເປັນຜູ້ທີ່ມີນ້ຳສຽງຂ້ອນຂ້າງປານກາງໃນຄະນະລັດຖະບານຂອງທ່ານ ທຣຳ.

In Haley, Trump Loses a Conventional GOP Foreign Policy Voice
please wait

No media source currently available

0:00 0:02:11 0:00

ການ​ແຕ່ງ​ຕັ້ງ​ທ່ານ​ນາງ​ເປັນ​ທູດ​ປະ​ຈຳ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ ຖື​ວ່າ​ເປັນສິ່ງ​ທີ່ບໍ່​ຄາດ​
ຄິດ ເພາະ​ວ່າ​ລາວ​ໄດ້​ຖືກ​ພິ​ຈາ​ລະ​ນາ​ວ່າ​ເປັນ​ຜູ້​ວິ​ຈານ​ກ່ຽວ​ກັບສະ​ໄຕ​ລ໌​ການໂຕ້​ຖຽງ​ຂອງ
​ທ່ານ ທ​ຣຳ ໃນ​ລະ​ຫວ່າງ​ການ​ໂຄ​ສະ​ນາ​ຫາ​ສຽງ​ປະ​ທາ​ນາ​ທິ​ບໍ​ດີ​ໃນ​ປີ 2016, ພ້ອມ​ກັບ​
ເປັນ​ຜູ້​ສະ​ໜັບ​ສະ​ໜູນ​ການ​ຄ້າ​ສາ​ລີ ແລະການ​ຄ້າ​ໂລກ, ເຊິ່ງ​ກົງ​ກັນ​ຂ້າມ​ກັບນະ​ໂຍ​ບາຍ
“ອາເມຣິກາ ທີນຶ່ງ” ຂອງທ່ານປະທານາທິບໍດີ.”

ທ່ານ​ນາງ ເຮ​ລີ ໄດ້​ກ່າວ​ໃນ​ການ​ສະຫຼຸບ​ການ​ດຳ​ລົງ​ຕ​ຳ​ແໜ່ງ​ຂອງ​ລາວ ເປັນ​ທູດ​ພິ​ເສດ​
ຂອງທ່ານ ທຣຳ ໃນອົງການໂລກ ເມື່ອວັນອັງຄານວານນີ້ວ່າ “ຫຼາຍປະເທດອາດບໍ່ມັກ
ສິ່ງທີ່ພວກເຮົາເຮັດ, ແຕ່ເຂົາເຈົ້າກໍເຄົາລົບ ສິ່ງທີ່ເຮົາເຮັດ.”

ໃນ​ລະ​ຫວ່າງ​ການ​ໃຫ້​ຄຳ​ເຫັນ​ຕໍ່​ບັນ​ດາ​ນັກ​ຂ່າວ​ ຕໍ່​ມາ​ໃນ​ວັນ​ດຽວ​ກັນ​, ທ່ານ ໄດ້​ຖືກ​ຖາມ​
ວ່າ ລູກສາວຂອງທ່ານ, ເຊິ່ງແມ່ນທ່ານນາງ ອີວານກາ ທຣຳ, ຜູ້ທີ່ເຮັດວຽກເປັນທີ່ປຶກສາ
ພໍ່ຂອງລາວໃນທຳນຽບຂາວນັ້ນ, ຈະໄປສືບທອດຕຳແໜ່ງຂອງທ່ານນາງ ເຮລີ ຫຼືບໍ່.

ປະ​ທາ​ນາ​ທິ​ບໍ​ດີ​ທ​ຣຳ ກ່າວ​ວ່າ "ອີ​ວາ​ນ​ກາ ທ​ຣຳ ຈະ​ວິ​ເສດ​ເລີຍ ແຕ່​ຂ້າ​ພະ​ເຈົ້າ​ຈະ​ຖືກ​
ກ່າວຫາວ່າ ເອົາແຕ່ຄົນໃນຄອບຄົວ ເຂົ້າມາເຮັດການ ເຈົ້າຈະເຊືອຫຼືບໍ່ ຂ້າພະເຈົ້າຍັງບໍ່
ແນ່ໃຈວ່າ ມີຜູ້ໃດຫຼືບໍ່ທີ່ມີຄຸນນະສົມບັດຫຼາຍໄປກວ່ານັ້ນໃນໂລກ ນີ້."

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

Haley: I'm Not Running in 2020
please wait

No media source currently available

0:00 0:00:35 0:00

XS
SM
MD
LG