ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ການ​ຂາດ​ທ່ານ​ນາງ​ເຮ​ລີ ທ່ານ​ທ​ຣຳ ກໍ​ຈະຂາດ​ກະ​ບອກ​ສຽງ​ ທີ່​ດັ້ງ​ເດີມ​ ຂອງ​ພັກ​ຣີ​ພັ​ບບ​ລີ​ກັນ ໄປ


In Haley, Trump Loses a Conventional GOP Foreign Policy Voice
please wait

No media source currently available

0:00 0:02:11 0:00

ການ​ລາ​ອອກຢ່າງກະທັນຫັນ ທັງ​ບໍ່​ໄດ້ຄາດ​ຄິດ​ມາ​ກ່ອນ ​ຂອງເອກ​ອັກ​ຄະ​ລັດ​ຖະ​ທູດ
ສະ​ຫະ​ລັດ ປະ​ຈຳ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ ​ທ່ານ​ນາງນິກ​ກີ ​ເຮ​ລີ ທີ່​ໄດ້​ປະ​ກາດ
​ອອກ​ໄປ ໃນ​ວັນ​ອັງ​ຄານ​ວານ​ນີ້ ວ່າ ທ່ານ​ນາງ​ ຈະ​ລົງ​ຈາກ​ຕຳ​ແໜ່ງໃນ​ທ້າຍ​ປີ​ນີ້.
ມັນ​ເປັນ​ການ​ລາ​ອອກ ຈາກ​ຕຳ​ແໜ່ງ​ໜ້າ​ທີ່​ອັນ​ດັບ​ສູງ​ຂອງ​ລັດ​ຖະ​ບານ​ທ່ານ​ທ​ຣຳ.
ແຕ່​ ມັນ​ກໍ​ບໍ່​ເປັນທີ່ແຈ້ງຂາວວ່າ ຈະມີ​ຜົນ​ກະ​ທົບແນວໃດຖ້າວ່າຈະມີ ວ່າການ​ຈາກ
ໄປ​ຂອງທ່ານ​ນາງ​ເຮ​ລີນີ້ ຈະ​ມີຕໍ່​ນະ​ໂຍ​ບາຍ​ການ​ຕ່າງ​ປະ​ເທດ​ຂອງ​ສະ​ຫະ​ລັດ
ຊຶ່ງ Bill Gallo ນັກ​ຂ່າວຂອງວີ​ໂອ​ເອ ມີ​ລາຍ​ງານເລື້ອງ​ນີ້ ດັ່ງວັນ​ນະ​ສອນ ​ຈະ​ນຳ​
ລາຍ​ລະ​ອຽດ​ມາ​ສະ​ເໜີ​ທ່ານໃນ​ອັນ​ດັບ​ຕໍ່​ໄປ.

ການ​ລາ​ອອກ ຂອງທ່ານ​ນາງນິກ​ກີ ​ເຮ​ລີ ​ໝາຍ​ເຖິງ​ການ​ສູນ​ເສຍ​ສຽງ​ແບບ​ດັ້ງ​ເດີມ
ຂອງນະ​ໂຍ​ບາຍ​ການ​ຕ່າງ​ປະ​ເທດ​ຂອງ​ພັກ​ຣີ​ພັບ​ບ​ລີ​ກັນ…

…ໃນ​ທຳ​ນຽບ​ຂາວ ໃນ​ເວ​ລາ​ນັ້ນ ເບິ່ງ​ຄື​ວ່າ ມັນຈະບໍ່​ເປັນໄປໃນທາງອື່ນໃດ ນອກຈາກ ແນວທາງດັ້ງ​ເດີມ.

ທ່ານ​ນາງນິກ​ກີ ​ເຮ​ລີ ເອກ​ອັກ​ຄະ​ລັດ​ຖະ​ທູດສະ​ຫະ​ລັດ ປະ​ຈຳ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ
ກ່າວ​ວ່າ “ມັນ​ເປັນ​ກຽດ​ສູງ​ສຸດ​ຂອງ​ຊີ​ວິດ.”

ສ່ວນປະ​ທາ​ນາ​ທິ​ບໍ​ດີສະ​ຫະ​ລັດ ທ່ານດໍ​ໂນ​ລ ທ​ຣຳ ກໍກ່າວ​ວ່າ “ທ່ານ​ໄດ້​ປະ​ກອບ
​ພາ​ລະ​ກິດ​ທີ່​ວິ​ເສດ​ແລ້ວ ແລະ​ຂ້າ​ພະ​ເຈົ້າ​ຢາກ​ຈະ​ຂອບ​ໃຈທ່ານ​ຫຼາຍ​ໆ.”

ໃນ​ຖາ​ນະ​ທີ່​ເປັນເອກ​ອັກ​ຄະ​ລັດ​ຖະ​ທູດສະ​ຫະ​ລັດ ປະ​ຈຳ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ,
ທ່ານ​ນາງເຮ​ລີ ໄດ້​ເປັນ​ກະ​ບອກ​ສຽງ​ປົກ​ປ້ອງນະ​ໂຍ​ບາຍ​ທີ່​ເປັນການຂັດແຍ້ງກັນຫຼາຍ
​ທີ່​ສຸດ​ຂອງ​ທ່ານ​ທ​ຣຳ ຮວມ​ທັງ…
…ການ​ຕັດ​ສິນ​ໃຈ​ຂອງ​ທ່ານ​ ທີ່​ຈະ​ຍ້າຍ ​ສະ​ຖານ​ທູດສະ​ຫະ​ລັດ ຈາກ ນະ​ຄອນ ແທ​ລ​
ລາ​ວິ​ຟ ໄປສູ່​ເຈ​ຣູ​ຊາ​ແລັມ…
…ການຕັດ​ການ​ຊ່ອຍ​ເຫຼືອບໍ່ໃຫ້ພວກ​ຜູ້​ນຳ​ປາ​ແລັ​ສ​ໄຕ​ນ໌ແລະ​ພວກ​ອົບ​ພະ​ຍົບຕ່າງໆ…
…ແລະ​ຖອນໂຕ​ອອກ​ຈາກ​ສະ​ພາສິດທິມະນຸດ​ຂອງ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ.

​ເຊີນ​ຊົມ: ການ​ລາ​ອອກ​ຈາກ​ຕຳ​ແໜ່ງ​ຂອງ​ທ່ານ​ນາງ​ເຮ​ລີ

In Haley, Trump Loses a Conventional GOP Foreign Policy Voice
please wait

No media source currently available

0:00 0:02:11 0:00

ແຕ່ກໍມີບາງຄັ້ງບາງຄາວ​ ທີ່ທ່ານ​ນາງ​ເຮ​ລີ ໄດ້ຫັນເຫໄປ​ຈາກ​ປະ​ທາ​ນາ​ທິ​ບໍ​ດີ.

ທ່ານ​ນາງ​ແມ່ນ​ຜູ້​ທີ່​ກ້າ​ປາກ​ກ້າ​ເວົ້າ ຕຳ​ໜິ​ຕິ​ຕຽນ​ຣັດ​ເຊຍ ແລະນັ້ນ ໄດ້​ສ້າງ​ຄວາມ​ຂັດ​ແຍ້ງ
​ກັບທ່ານ​ປະ​ທາ​ນາ​ທິ​ບໍ​ດີ​ ແລະ​ທ່ານ​ນາງກໍ​ແມ່ນ​ຜູ້ນຶ່ງ ​ທີ່​ສະ​ໜັບ​ສະ​ໜຸນການ​ຄ້າ​ເສ​ລີ.

ແຕ່​ໃນ​ວັນ​ອັງ​ຄານ​ວານ​ນີ້, ​ເບິ່ງ​ຄື​ວ່າ ​ບໍ່ໄດ້​ມີອັນໃດ ທີ່ເຫັນວ່າ​ ເປັນຄວາມ​ບາດ​ໝາງ​
ລະ​ຫວ່າງສອງທ່ານ.

ທ່ານ​ນາງເຮ​ລີ ກ່າວ​ວ່າ “ຂ້າ​ພະ​ເຈົ້າ ຈະ​ເວົ້າ​ແບບ​ນີ້ ສຳ​ລັບ​ພວກ​ທ່ານ​ທັງ​ໝົດທີ່​ຈະ
​ຖາມ​ກ່ຽວ​ກັບ ປີ 2020. ບໍ່, ຂ້າ​ພະ​ເຈົ້າ​ຈະ​ບໍ່​ລົງ​ແຂ່ງ​ຂັນ​ໃນ​ປີ 2020. ຂ້າ​ພະ​ເຈົ້າ​
ສາ​ມາດ​ໃຫ້​ຄຳ​ໝັ້ນສັນ​ຍາກັບພວກທ່ານ​ວ່າ ແມ່ນ​ຫຍັງ​ທີ່​ຂ້າ​ພະ​ເຈົ້າ​ຈະ​ປະ​ຕິ​ບັດ​
ກໍ​ຄືໃນ​ການ​ໂຄ​ສະນາ​ຫາ​ສຽງ ໃຫ້​ທ່ານ​ນີ້.”

ເຖິງ​ແມ່ນ​ວ່າ ຈະ​ບໍ່​ມີທ່ານ​ນາງເຮ​ລີ ກໍຕາມ, ແຕ່ພວກ​ນັກ​ວິ​ເຄາະກໍ​ກ່າວ​ວ່າ ມັນ​ຍັງ​ຈະ​ມີ
​ແນວ​ຄິດ​ທີ່​ເປັນ​ສຽງ​ຂອງ​ນະ​ໂຍ​ບາຍ​ການ​ຕ່າງ​ປະ​ເທດ ໃນ​ລັດ​ຖະ​ບານ​ຂອງ​ທ່ານ ທ​ຣຳ
ຢູ່, ຊຶ່ງ​ຮວມ​ທັງ ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ໄມ​ຄ໌ ພອມ​ພຽວ ແລະ ທີ່​ປຶກ​ສາ​ດ້ານ​
ຄວາມ​ປອດ​ໄພແ​ຫ່ງ​ຊາດ ທ່ານ ຈອນ ໂບ​ລ​ຕັນ.

ທ່ານໄມຄ໌ ພອມພຽວ ລັດຖະມົນຕີການຕ່າງປະເທດສະ​ຫະ​ລັດ ກັບ ທ່ານນາງນິກກີ ເຮລີ ເອກອັກຄະລັດຖະທູດສະຫະລັດ ປະຈຳອົງການສະຫະປະຊາຊາດ ກ່າວ​ໃນ​ສະ​ນັກ​ງານ​ໃຫຍ່ອົງການສະຫະປະຊາຊາດ, 20 ກໍ​ລະ​ກົດ 2018.
ທ່ານໄມຄ໌ ພອມພຽວ ລັດຖະມົນຕີການຕ່າງປະເທດສະ​ຫະ​ລັດ ກັບ ທ່ານນາງນິກກີ ເຮລີ ເອກອັກຄະລັດຖະທູດສະຫະລັດ ປະຈຳອົງການສະຫະປະຊາຊາດ ກ່າວ​ໃນ​ສະ​ນັກ​ງານ​ໃຫຍ່ອົງການສະຫະປະຊາຊາດ, 20 ກໍ​ລະ​ກົດ 2018.

ທ່ານ​ແບຣັ​ຕ ແຊ​ເຟີ​ຣ໌ ຈາກ​ມູນ​ນິ​ທິ​ມໍ​ລະ​ດົກ ຫຼື Heritage Foundation ກ່າວ​ວ່າ
“ຂ້າ​ພະ​ເຈົ້າ ຄິດ​ວ່າ ເອກ​ອັກ​ຄະ​ລັດ​ຖະ​ທູດ ໂບ​ລ​ຕັນ ໃນ​ຖາ​ນະ​ເປັນທີ່​ປຶກ​ສາ​ດ້ານ
​ຄວາມ​ປອດ​ໄພແ​ຫ່ງ​ຊາດ ແລະ​ທ່ານໄມ​ຄ໌ ພອມ​ພຽວ ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ
ແນມເຫັນ​ນະ​ໂຍ​ບາຍ​ການ​ຕ່າງ​ປະ​ເທດ​ຂອງ​ສະ​ຫະ​ລັດ ແລະການ​ເອົາ​ບາດ​ກ້າວ​
ຂອງ​ພວກ​ເຮົາ​ຕໍ່​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ ເປັນ​ຄ້າຍ​ຄື​ກັນ ກັບເອກ​ອັກ​ຄະ​ລັດ​ຖະ​
ທູດເຮ​ລີ ​ທີ່​ໄດ້ກະ​ທຳມາ. ສະ​ນັ້ນ ຂ້າ​ພະ​ເຈົ້າ​ຈຶ່ງຄາດ​ວ່າ ການ​ຕໍ່​ເນື່ອງຈຶ່ງຈະມີໄປ
ຢ່າງຫຼວງຫຼາຍ.”

ໃນ​ທຳ​ນຽບ​ຂາວ ທີ່ມີຂີດ​ໝາຍ​ຂອງ​ການ​ຈາກ​ໄປ​ຂອງ​ຕຳ​ແໜ່ງເຈົ້າໜ້າ​ທີ່​ຂັ້ນ​ສູງ ຫຼາຍໆ
ທ່ານ ແຕ່ທ່ານ​ນາງ​ເຮ​ລີ ແມ່ນຜູ້​ທີ່​ໄດ້ຢູ່ໃນ​ໜ້າ​ທີ່​ຍາວ​ນານ​ສຸດ​ໃນບັນດາຜູ້ອາ​ວຸ​ໂສ
​ດ້ານ​ນະ​ໂຍ​ບາຍ​ການ​ຕ່າງ​ປະ​ເທດທັງຫຼາຍ. ຢ່າງໃດກໍດີ ມັນ​ຍັງ​ບໍ່ຈະ​ແຈ້ງເທື່ອວ່າ
ຈະມີຜົນ​ກະ​ທົບອັນ​ສັ່ນ​ຄອນ​ແນວໃດ​ຕິດ​ຕາມ​ມາ.

ທ່ານ​ເບັນ ​ເເຟ​ຣດເມັນ ເຈົ້າ​ໜ້າ​ທີ່​ລະ​ດັບ​ສູງ​ຈາກ Denfense Priorities ກ່າວ​ວ່າ
“ພວກ​ເຮົາໄດ້​ມີ​ທີ່​ປຶກ​ສາດ້ານ​ຄວາມ​ປອດ​ໄພແ​ຫ່ງ​ຊາດມາ 3 ທ່ານແລ້ວ ຕົວ​ຢ່າງ​ເຊັ່ນ.
ການສັບ​ປ່ຽນແບບ​ນີ້ ແມ່ນ​ເປັນ​ການ​ຍາກ ທີ່​ຈະ​ມີ​ນະ​ໂຍ​ບາຍ​ທີ່​ສອ​ດຄ່ອງ​ກັນ. ຂ້າ​ພະ​
ເຈົ້າ​ຄິດ​ວ່າ ປະ​ທາ​ນາ​ທິ​ບໍ​ດີທ່ານນີ້ ຍິ່ງເຮັດ​ໃຫ້​ເປັນ​ການ​ຍາກ​ເພີ້ມ​ຕື່ມ​ອີກ ທີ່​ຈະ​ມີນະ​ໂຍ
​ບາຍ​ທີ່ສອ​ດຄ່ອງ​ກັນ ເພາະ​ ​ເບິ່ງ​ຄື​ວ່າ ທ່ານປ່ຽນ​ຄວາມ​ຄິດ​ຂອງ​ທ່ານ​ຫຼາຍຄັ້ງ ແລະ​ຫັນ
​ເຫ​ຢ່າງສຸດຂົ້ວ ຈາກ​ຟາກ​ຮົ້ວ​ນຶ່ງ​ສູ່​ອີກ​ດ້ານ​ນຶ່ງ.”

ໃນ​ໄວ 46 ປີ​ຂອງ​ທ່ານ​ນາງ ພວກ​ນັກ​ສັງ​ເກດການ​ສ່ວນ​ໃຫຍ່ ເຫັນ​ພ້ອມ​ວ່າ ​ທ່ານ​ນາງ​
ເຮ​ລີຈະ​ບໍ່​ຫາຍ​ໜີໄປຈາກ​ພາບ​ພົດ​ທາງ​ການ​ເມືອງ​ແຫ່ງ​ຊາດ ໄປ​ເລີຍເທື່ອ.

ອ່ານ​ຂ່າວ​ນີ້​ເພີ້ມ​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

​ເຊີນ​ຊົມ: ທ່ານ​ນາງ​ເຮ​ລີ ກ່າວ​ວ່າ ທ່ານ​ນາງ​ຈະ​ບໍ່​ລົງ​ແຂ່ງ​ຂັນ ເປັນ​ປະ​ທາ​ນາ​ທິ​ບໍ​ດີ ປີ 2020

Haley: I'm Not Running in 2020
please wait

No media source currently available

0:00 0:00:35 0:00

A dramatic and unexpected resignation by the U-S- ambassador to the United Nations. Nikki Haley, the U.S. ambassador to the United Nations, announced Tuesday she is stepping down at the end of the year. It's the latest high-profile departure for the Trump administration. But it's not clear what effect, if any, Haley's departure will have on U.S. foreign policy, as VOA's Bill Gallo reports.

Nikki Haley's departure means the loss of a conventional Republican foreign policy voice...

...in a White House that at times has seemed anything but conventional.

NIKKI HALEY, UNITED NATIONS AMBASSADOR
"It's been an honor of a lifetime"

PRESIDENT DONALD TRUMP
"You have done a fantastic job and I want to thank you very much."

As UN ambassador, Haley was a vocal defender of some of Donald Trump's most controversial policies, including...

...his decision to move the move the U.S. embassy from Tel Aviv to Jerusalem...

...cut aid to Palestinian leaders and refugees...

...and withdraw from the U.N. Human Rights Council.

But Haley at times diverged from the president.

She is an outspoken critic of Russia and that created friction with the President. And she is a supporter of free trade.

But on Tuesday, there appeared to be no ill will between the two.

NIKKI HALEY, UNITED NATIONS AMBASSADOR
"I will say this for all of you that are going to ask about 2020. No, I am not running for 2020. I can promise you what I'll be doing is campaigning for this one."

Even without Haley, analysts say there are still several like-minded foreign policy voices in the Trump administration, including Secretary of State Mike Pompeo and National Security Adviser John Bolton.

BRETT SCHAEFER, HERITAGE FOUNDATION
"I think that Ambassador Bolton as National Security Adviser and Secretary Pompeo as Secretary of State view the foreign policy of the United States and our approach to the United Nations very similar to how Ambassador Haley does. So I expect there to be a great deal of continuity."

In a White House that's been marked by frequent high-level staff departures, Haley outlasted nearly every senior foreign policy official. It's not clear, though, what effect all the turbulence will have.

BEN FRIEDMAN, SENIOR FELLOW, DEFENSE PRIORITIES
"We've had three national security advisers already, for example. That kind of turnover makes it hard to have a coherent policy. I think this president makes it doubly hard to have a coherent policy because he just seems to change his mind a lot and to swing pretty radically from one side of the fence to the other."

At the age of 46, most observers agree Haley is probably not leaving the national political scene for good.
XS
SM
MD
LG