ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສປຊ ກັງວົນ ກ່ຽວກັບ ການເສຍຊີວິດ ຂອງພົນລະເພືອນ ອັຟການິສຖານ ທີ່ເພີ້ມສູງຂຶ້ນ


ຊາຍຄົນນຶ່ງຮ້ອງໄຫ້ ຫຼັງຈາກເກີດການໂຈມຕີ ໃນໂຮງໝໍແມ່ແລະເດັກ ທີ່ນະຄອນຫຼວງກາບູລ ຂອງອັຟການິຖານ, ວັນທີ 12 ພຶດສະພາ 2020.
ຊາຍຄົນນຶ່ງຮ້ອງໄຫ້ ຫຼັງຈາກເກີດການໂຈມຕີ ໃນໂຮງໝໍແມ່ແລະເດັກ ທີ່ນະຄອນຫຼວງກາບູລ ຂອງອັຟການິຖານ, ວັນທີ 12 ພຶດສະພາ 2020.

ອົງການສະຫະປະຊາຊາດ ໄດ້ກ່າວຫາພັກຝ່າຍຕ່າງໆໃນອັຟການິສຖານທີ່ກຳ ລັງສູ້ລົບກັນ ຕໍ່ການເສຍຊີວິດແລະບາດເຈັບຂອງພວກພົນລະເຮືອນ 430 ຄົນໃນໄລຍະ 6 ອາທິດຜ່ານມານີ້ ໂດຍບໍ່ໃຫ້ຄວາມສົນໃຈນໍາກົດໝາຍສາກົນ ທີ່ແນເປົ້າໝາຍໃສ່ ເພື່ອປົກປ້ອງພວກພົນລະເຮືອນຈາກໄພອັນຕະລາຍ.

ລາຍງານທີ່ໄດ້ຖືກເປີດເຜີຍອອກມາໃນວັນອັງຄານວານນີ້ ໂດຍອົງການໃຫ້ການ ຊ່ວຍເຫຼືອຂອງສະຫະປະຊາຊາດໃນອັຟການິສຖານ ຫຼື UNAMA ໃນຂະນະທີ່ໄດ້ມີລາຍງານວ່າ ບັນດາເຈົ້າໜ້າທີ່ອັຟການິສຖານ ແລະກຸ່ມຕາລີບານ ໄດ້ເລີ້ມການສູ້ລົບກັນຄືນໃໝ່ ຢູ່ໃນແຂວງຕ່າງໆຈຳນວນນຶ່ງ ໂດຍທັງສອງຄູ່ປໍລະປັກນີ້ ກ່າວຫາຊຶ່ງກັນແລະກັນກ່ຽວກັບການເຂັ່ນຂ້າພົນລະເຮືອນທັງຫຼາຍ.

ກຳລັງຮັກສາຄວາມປອດໄພຂອງອັຟການິສຖານ ອີງຕາມລາຍງານແລ້ວ ແມ່ນວ່າ ໄດ້ຖິ້ມລະເບີດໃສ່ສຸກສາລາ ຫຼື ຄລີນິກແຫ່ງນຶ່ງ ໃນວັນອັງຄານວານນີ້ ຢູ່ໃນແຂວງຄຸນດູສ ທາງພາກເໜືອຂອງປະເທດທີ່ມີບັນຫາຢູ່ນັ້ນ ຊຶ່ງເປັນຂັ້ນຕອນຂອງການໂຈມຕີຂັບໄລ່ກຸ່ມຕາລີບານ ທີ່ໄດ້ເຂົ້າຍຶດຄອງເມືອງເອກຂອງແຂວງດັ່ງກ່າວ ທີ່ມີຊື່ວ່າ ຄຸນດູສ ເຊັ່ນກັນ. ກະຊວງປ້ອງກັນປະເທດຂອງອັຟການິສຖານ ໄດ້ກ່າວວ່າ ກອງກຳລັງຂອງຕົນ ໄດ້ສັງຫານພວກກະບົດຢ່າງໜ້ອຍ 40 ຄົນ ແລະກົດດັນໃຫ້ກຸ່ມຕາລີບານ ຖອຍກຳລັງອອກໄປ ແຕ່ຕົນບໍ່ໄດ້ຢືນຢັນໃນການໂຈມຕີທາງອາກາດຕໍ່ຄລີນິກ ຢູ່ໃນພື້ນທີ່ດັ່ງກ່າວ.

ການໂຈມຕີທາງອາກາດ ໄດ້ທຳລາຍສ່ວນນຶ່ງຂອງສຸກສາລາ ແລະໄດ້ມີລາຍງານຂອງການເສຍຊີວິດຈຳນວນນຶ່ງ. ກຸ່ມຕາລີບານ ໄດ້ບຸກເຂົ້າຍຶດຄອງເມືອງຄຸນດູສ ມາແລ້ວສອງເທື່ອ.

ໃນຂະນະດຽວກັນ ມືປືນຈຳນວນນຶ່ງທີ່ບໍ່ຊາບຝ່າຍ ໄດ້ບຸກໂຈມຕີວັດອິສລາມໃນ ລະຫວ່າງການໄຫວ້ພະຍາມກາງຄືນ ຢູ່ໃນແຂວງປາຣວານທາງພາກເໜືອຂອງປະເທດ ໂດຍໄດ້ສັງຫານພວກຜູ້ສັດທາ ຢ່າງໜ້ອຍ 8 ຄົນ ແລະອີກຈຳນວນນຶ່ງບາດເຈັບ. ບໍ່ມີກຸ່ມໃດອ້າງເອົາຄວາມຮັບຜິດຊອບ ແລະບັນດາເຈົ້າໜ້າທີ່ຄາດວ່າ ຈຳນວນຂອງການເສຍຊີວິດ ຈະເພີ້ມຂຶ້ນອີກ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG