ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ສປຊ ວ່າ ອັດຕາ ການຕິດເຊື້ອ HIV ຫລຸດລົງ ຢູ່ໃນ 25 ປະເທດ


ຍິງຜູ້ນຶ່ງໄປຮັບການກວດເບິ່ງການຕິດເຊື້ອ HIV/AIDS ຟຣີ ຢູ່ເມືອງ Lira ທາງພາກເໜືອຂອງ ອູການດາ
ຍິງຜູ້ນຶ່ງໄປຮັບການກວດເບິ່ງການຕິດເຊື້ອ HIV/AIDS ຟຣີ ຢູ່ເມືອງ Lira ທາງພາກເໜືອຂອງ ອູການດາ
ອົງການສະຫະປະຊາຊາດເວົ້າວ່າ ນັບແຕ່ປີ 2011 ເປັນຕົ້ນມາ ອັດຕາການຕິດເຊື້ອໄວຣັສ HIV ລາຍໃໝ່ໄດ້ຫລຸດລົງເຄິ່ງນຶ່ງ
ຢູ່ໃນ 25 ປະເທດທີ່ມີລາຍຮັບຕໍ່າຫາປານກາງ ຊຶ່ງສ່ວນໃຫຍ່
ແມ່ນຢູ່ໃນທະວີບອາຟຣິກາ.

ການຄົ້ນພົບດັ່ງກ່າວ ແມ່ນຂຽນຢູ່ໃນບົດລາຍງານປະຈໍາປີ ທີ່ນໍາອອກເຜີຍແຜ່ໃນວັນອັງຄານ ວານນີ້ ໂດຍໂຄງການຮ່ວມ ຕ້ານເອດສ໌ຂອງອົງການສະຫະປະຊາຊາດ ຫລື UNAIDS.

ໂຄງການ UNAIDS ຍັງກ່າວອີກວ່າ ການເສຍຊີວິດທີ່ກ່ຽວເນື່ອງ
ມາຈາກໂຣກເອດສ໌ ຢູ່ ໃນເຂດໃຕ້ທະເລຊາຍຊາຮາຣາຂອງທະ
ວີບອາຟຣິກາ ໄດ້ຫລຸດລົງປະມານ 1/3 ໃນໄລຍະ 6 ປີມານີ້ ໃນ ຂະນະທີ່ຢູ່ຂົງເຂດທະເລຄາຣິບຽນນັ້ນ ໄດ້ມີຈໍານວນຄົນຕາຍ
ຍ້ອນໂຣກນີ້ ຫລຸດລົງ 48% ຢູ່ໃນໄລຍະດຽວກັນ.

ຫົວໜ້ານັກວິເຄາະຂອງໂຄງການ UNAIDS ທ່ານ Peter Ghys ເວົ້າວ່າ ມີຫຼາຍປະເດັນ
ທີ່ປະກອບເຮັດໃຫ້ອັດຕາການຕິດເຊື້ອໄວຣັສ HIV ແລະຈໍານວນຄົນເສຍຊີວິດຍ້ອນໂຣກ ເອດສ໌ຫລຸດລົງ ໂຮມທັງການຕື່ນຕົວຫລາຍຂຶ້ນກ່ຽວກັບວ່າ ພະຍາດດັ່ງກ່າວ ມີການຕິດຕໍ່ ແຜ່ຜາຍໄດ້ແນວໃດ.
XS
SM
MD
LG