ອົງການສະຫະປະຊາຊາດຈະສົ່ງເຈົ້າໜ້າທີ່ອະວຸໂສຂອງຕົນຫຼາຍຄົນໄປຍັງລັດ
Rakhine ຂອງມຽນມາ ໃນວັນພະຫັດມື້ນີ້ ໃນຂະນະທີ່ຊຸກຍູ້ໃຫ້ມີການຊ່ອຍເຫຼືອ
ທາງດ້ານມະນຸດສະ ທຳຕໍ່ເຂດດັງກ່າວ ອີງຕາມໂຄສົກຂອງ ອົງການສະຫະປະຊາ
ຊາດ ທ່ານ Stephane Dujarric.
“ພວກເຮົາ ແມ່ນເນັ້ນໜັກແລະກ່າວຢ້ຳເຖິງຄວາມເປັນຫວ່ງເປັນໃຍຂອງພວກ
ເຮົາກ່ຽວກັບ ການຈຳກັດຮັດແຄບເພື່ອສົ່ງການຊ່ອຍເຫຼືອທາງດ້ານມະນຸດສະທຳ
ເຂົ້າໄປຍັງໃນຂົງເຂດ,” ທ່ານໄດ້ກ່າວ ຢູ່ໃນການຖະແຫຼງຂ່າວປະຈຳວັນ ແລະເວົ້າ
ຕື່ມວ່າ“ພວກເຮົາຍິນດີ ຕໍ່ການເຊື້ອເຊີນທີ່ວ່ານີ້ ໂດຍຖືວ່າ ເປັນບາດກ້າວທຳອິດ
ແລະພວກເຮົາຫວັງວ່າ ມັນຈະນຳໄປສູ່ການເປີດກວ້າງ ແລະຂະຫຍາຍການເຂົ້າ
ເຖິງດ້ານມະນຸດສະທຳ ຫຼາຍຂຶ້ນ.”
ແຜນການຢ້ຽມຢາມທີ່ກຳໜົດສຳຫຼັບວັນພະຫັດມື້ນີ້ ເປັນຂີດໝາຍຄັ້ງທຳອິດ ທີ່ຜູ້
ຕາງໜ້າຂອງອົງການສະຫະປະຊາຊາດ ຈະໄປຢ້ຽມຢາມລັດ Rakhine ນັບຕັ້ງແຕ່
ໄດ້ມີການເລີ່ມອົບພະຍົບຫລົບໄພເປັນຈຳນວນຫຼວງຫຼາຍຂອງຊາວມຸສລິມໂຣຮິງຢາ.
ອົງການສະຫະປະຊາຊາດ ກ່າວວ່າ ມີຊາວມຸສລິມໂຣຮິງຢາ ຫຼາຍກວ່າ 400 ພັນຄົນ
ໄດ້ຫລົບໜີໄປຍັງ Bangladesh ຈາກການປະຫັດປະຫານ ໂດຍລັດຖະບານມຽນມາ.
ອີງຕາມອົງການສະຫະປະຊາຊາດແລ້ວ 45 ພັນ ຄົນ ໄດ້ຫລົບໜີໄປຍັງ Bangla-
desh ໃນໄລຍະສອງມື້ທີ່ຜ່ານມາເທົ່ານັ້ນ.
ອົງການສະຫະປະຊາຊາດ ໄດ້ປະກາດໃນວັນອັງຄານຜ່ານມານີ້ວ່າ ຕົນຈະເພີ່ມ
ຄວາມພະຍາຍາມໃຫ້ການຊ່ອຍເຫຼືອທາງດ້ານມະນຸດສະທຳ ໃນ Bangladesh
ແຕ່ກໍໄດ້ເຕືອນວ່າ ການເພີ່ມຂຶ້ນຂອງພວກອົບພະຍົບທີ່ເຂົ້າໄປຍັງປະເທດດັ່ງກ່າວນີ້
ມີຄວາມສ່ຽງທີ່ຈະປະເຊີນກັບ “ຄວາມຫຍຸ້ງຍາກລຳບາກທີ່ຮ້າຍແຮງ” ຖ້າຫາກວ່າ
ການຫລັ່ງໄຫລທີ່ວ່ານີ້ ບໍ່ຍຸຕິລົງ.
ອົງການສະຫະປະຊາຊາດກ່າວວ່າ “ໃນການຮຽກຮ້ອງຂອງເຈົ້າໜ້າທີ່ Bangla-
desh, ອົງການຂ້າຫຼວງໃຫຍ່ເພື່ອຊາວອົບພະຍົບຂອງສະຫະປະຊາຊາດ ຫຼື
UNHCR ແລະອົງການພາຄີອື່ນໆ ໄດ້ເພີ່ມທະວີໃນການປົກປ້ອງ ແລະການ
ຊ່ອຍຊີວິດ ໃຫ້ແກ່ພວກທີ່ອົບພະຍົບທີ່ເດີນທາງໄປຮອດໃໝ່ ທີ່ສູນອົບພະຍົບ” Kutupalong ແລະ Nayapara ແລະຂະຫຍາຍການສະໜັບສະໜຸນ ໄປຍັງ
ສູນຕ່າງໆທີ່ບໍ່ເປັນທາງການ ທີ່ຢູ່ອ້ອມແອ້ມສູນອົບພະຍົບທີ່ວ່ານີ້.”
ອີງຕາມຖະແຫຼງການຂອງອົງການສະຫະປະຊາຊາດແລ້ວ ເຮືອບິນລຳລຽງເຄື່ອງ
ຂອງ ໄດ້ລົງຈອດແລ້ວໃນວັນອັງຄານຜ່ານມານີ້ ຢູ່ Bangladesh ທີ່ບັນຈຸເຄື່ອງ
ຂອງອຸບປະໂພກ ບໍລິໂພກ ຈຳນວນ 100 ໂຕນ ທີ່ຮວມມີ ອຸບປະກອນທີ່ເປັນຕູບ
ຜ້າຕັ້ງສຸກເສີນເຄື່ອງຄົວກິນ ແລະເສື່ອປູນອນ ຕະກຽງພະລັງແສງອາທິດ ແລະສິ່ງ
ຂອງທີ່ບໍ່ແມ່ນອາຫານການກິນອື່ນໆອີກນຳ.
ອົງການ UNHCR ກ່າວວ່າ ຕົນແມ່ນຕົກໃຈ ຕໍ່ການໂຈມຕີ ທີ່ກະທຳໂດຍບັນດາ
ພະສົງຊາວພຸດ ໃນວັນພຸດແລ້ວນີ້, ທີ່ໄດ້ບຸກເຂົ້າໄປໃນເຮືອນປອດໄພສຳຫຼັບອົບ
ພະຍົບຊາວໂຣຮິງຢາ ແລະບັງຄັບໃຫ້ເຈົ້າໜ້າທີ່ອົງການສະຫະປະຊາຊາດ ຍ້າຍ
ພວກເຂົາເຈົ້າໄປຢູ່ແຫ່ງອື່ນ.
ມີພວກອົບພະຍົບ 31 ຄົນ ໄດ້ອາໄສຢູ່ ທີ່ສູນກັກຂັງເກົ່າ ນອກນະຄອນຫຼວງ
Colombo ຂອງ Sri Lanka ບ່ອນທີ່ພວກເຂົາເຈົ້າຖືກສົ່ງໄປຢູ່ ຫຼັງຈາກທີ່ໄດ້ຖືກ
ພົບເຫັນໃນເຮືອ ທີ່ລ່ອງລອຍ ຢູ່ນອກຝັ່ງທະເລ ໃນຕົ້ນປີນີ້ ເພື່ອຫລົບໜີຈາກ
ຄວາມຮຸນແຮງໃນບ້ານເກີດເມືອງນອນທີ່ມຽນມາ ນັ້ນ.