ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຫົວ​ໜ້າ​ຊ່ວຍ​ເຫຼືອ ສ​ປ​ຊ: ພວກ​ນາຍ​ທະ​ຫານ ທີ່​ເປັນ​ຄູ່​ປໍ​ລະ​ປັກ ຕ້ອງ​ໃຫ້​ການ​ສະ​ໜັບ​ສະ​ໜຸນ ຕໍ່​ການ​ບັນ​ເທົາ​ທຸກ​ມະ​ນຸ​ດ​ສະ​ທຳ


ທ່ານ​ມາ​ຕິນ ກ​ຣິ​ຟ​ຟິດ, ຮອງ​ເລ​ຂາ​ທິ​ການ​ໃຫຍ່ ສ​ປ​ຊ ຮັບ​ຜິດ​ຊອບ​ກິດ​ຈະ​ການ​ດ້ານ​ມະ​ນຸດ​ສະ​ທຳ​ ແລະ​ບັນ​ເທົາ​ທຸກ​ສຸກ​ເສີນ ກ່າວ​ຕໍ່​ສື່ມວນ​ຊົນ​ທີ່​ເມືອງ​ທ່າ​ຊູ​ດານ ປະ​ເທດ​ຊູ​ດານ ເມື່ອ​ວັນ​ອາ​ທິດ ທີ 3 ພຶດ​ສະ​ພາ 2023.
ທ່ານ​ມາ​ຕິນ ກ​ຣິ​ຟ​ຟິດ, ຮອງ​ເລ​ຂາ​ທິ​ການ​ໃຫຍ່ ສ​ປ​ຊ ຮັບ​ຜິດ​ຊອບ​ກິດ​ຈະ​ການ​ດ້ານ​ມະ​ນຸດ​ສະ​ທຳ​ ແລະ​ບັນ​ເທົາ​ທຸກ​ສຸກ​ເສີນ ກ່າວ​ຕໍ່​ສື່ມວນ​ຊົນ​ທີ່​ເມືອງ​ທ່າ​ຊູ​ດານ ປະ​ເທດ​ຊູ​ດານ ເມື່ອ​ວັນ​ອາ​ທິດ ທີ 3 ພຶດ​ສະ​ພາ 2023.

ເຈົ້າໜ້າ​ທີ່​ຄົນ​ສຳ​ຄັນ​ຂອງ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ ຮຽກ​ຮ້ອງ​ໃຫ້​ພວກ​ຜູ້​ນຳ​ທະ​ຫານ​ທີ່​ເປັນ​ປໍ​ລະ​ປັກ ອອກ​ມາ​ໃຫ້​ຄວາມ​ໝັ້ນ​ໝາຍ​ຢ່າງ​ເປັນ​ການ​ເປີດ​ເຜີຍ ເພື່ອ​ໃຫ້​ການ​ຄ້ຳ​ປະ​ກັນ​ຄວາມ​ປອດ​ແກ່​ໃນ​ການ​ຈັດ​ສົ່ງ​ການ​ຊ່ວຍ​ເຫຼືອ​ທາງ​ດ້ານ​ມະ​ນຸດ​ສະ​ທຳ​ໄປ​ຊ່ວຍ​ປະ​ຊາ​ຊົນ​ຫຼາຍ​ລ້ານ​ຄົນ​ທີ່​ພວມດີ້ນ​ຮົນ​ທ່າມ​ກາງ​ການ​ສູ້​ລົບ​ທີ່​ພວມ​ເພີ້ມ​ທະ​ວີ​ຄວາມ​ຮ້າຍ​ແຮງ​ຂຶ້ນ.

ໃນ​ຕອນ​ທ້າຍ​ຂອງ​ການ​ຢ້ຽມ​ຢາມ​ເພື່ອ​ແກ້​ໄຂ​ບັນ​ຫາ​ຢູ່​ໃນ​ຂົງ​ເຂດ​ເປັນ​ເວ​ລາ​ສາມ ມື້ນີ້ ທ່ານ​ມາ​ຕິນ ກິ​ຟ​ຟິດ ຮອງ​ເລ​ຂາ​ທິ​ການ​ໃຫຍ່​ສະ​ຫະ​ປະ​ຊາ​ຊາດຮັບ​ຜິດ​ຊອບ​ກິດ​ຈະ​ການ​ມະ​ນຸດ​ສະ​ທຳ ​ແລະ​ການ​ປະ​ສານ​ງານ ​ໃນ​ການ​ບັນ​ເທົາ​ທຸກ​ສຸກ​ເສີນ​ກ່າວ​ວ່າ ປະ​ຊາ​ຊົນ​ຊາວ​ຊູ​ດານ​ກຳ​ລັງ​ປະ​ເຊີນ​ໜ້າ​ກັບ​ໄພ​ພິ​ບັດ​ຮ້າຍ​ແຮງໃນ​ດ້ານ​ມະ​ນຸດ​ສະ​ທຳ.

ໃນ​ການ​ຖະ​ແຫຼງ​ຜ່ານ​ທາງວີ​ດີ​ໂອ​ ຈາກ​ເມືອງ​ທ່າ​ຊູ​ດານ ທ່ານກ​ຣິ​ຟ​ຟິດ ກ່າວ​ວ່າ ມັນ​ເປັນ​ສິ່ງ​ຈຳ​ເປັນ​ທີ່​ພວກ​ຜູ້​ນຳ​ຂອງ​ພັກ​ຝ່າຍ​ທີ່​ເປັນ​ປໍ​ລະ​ປັກ​ກັນ​ໃນ​ຊູ​ດານ​ອອກ​ມາ​ໃຫ້​ການ​ສະ​ໜັບ​ສະ​ໜຸນ​ຢ່າງ​ເປັນ​ການ​ເປີດ​ເຜີຍ ​ຕໍ່​ການ​ດຳ​ເນີນ​ຄວາມ​ພະ​ຍາ​ຍາມ​ຂອງ​ພະ​ແນກ​ການ​ຕ່າງໆ ເພື່ອ​ໃຫ້​ການ​ຊ່ວຍ​ເຫຼືອ​ບັນ​ເທົາ​ທຸກ​ແກ່​ພວກ​ທີ່​ມີ​ຄວາມ​ຕ້ອງ​ການ.

ທ່ານ​ກ່າວ​ວ່າ ທ່ານ​ໄດ້​ເລີ້ມ​ເຮັດ​ວຽກ​ແລ້ວ​ກ່ຽວ​ກັບ​ແຜນ​ການ​ເພື່ອ​ຈັດ​ສົ່ງ​ສິ່​ງ​ຂອງ​ໄປ​ຍັງ​ບ່ອນ​ທີ່​ມີ​ຄວາມ​ຕ້ອງ​ການ​ ແລະ ​ທ່ານ​ຢາກ​ໄດ້​ຮັບ “ການ​ໃຫ້​ຄວາມ​ໝັ້ນ​ໝາຍທີ່​ແນ່ນອນ​ແລະ​ຈະ​ແຈ້ງ ຢ່າງ​ເປັນ​ການ​ເປີດ​ເຜີຍ ໂດຍ​ພວກ​ຜູ້​ນຳ​ທະ​ຫານ​ທັງ​ສອງ​ກຸ່ມ ສຳ​ລັບ​ປົກ​ປ້ອງ​ການ​ໃຫ້​ຄວາມ​ຊ່ວຍ​ເຫຼືອ​ທາງ​ດ້ານ​ມະ​ນຸດ​ສະ​ທຳ.”

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG