ອີຣ່ານ ໄດ້ເລີ່ມຕົ້ນຕັດລົງບາງພາກສ່ວນຂອງໂຄງການພັດທະນາ ດ້ານນິວເຄລຍຂອງຕົນ ທີ່ສາມາດນຳໃຊ້ເພື່ອຜະລິດອາວຸດນິວ ເຄລຍ, ດັ່ງໄດ້ຖືກຮຽກຮ້ອງໂດຍຂໍ້ຕົກລົງທີ່ສຳຄັນເຊິ່ງນະຄອນ ຫຼວງ ເທເຮຣ່ານ ໄດ້ບັນລຸກັບປະເທດມະຫາອຳນາດໂລກເມື່ອສີ່ ເດືອນທີ່ຜ່ານມາ, ອີງຕາມການລາຍງານໂດຍອົງການພະລັງງານ ປະລະມະນູສາກົນ ຫຼື IAEA.
ແນວໃດກໍຕາມ, ບັນດານັກການທູດທີ່ຄຸ້ນເຄີຍກັບລາຍງານຂອງ IAEA ໄດ້ເຕືອນວ່າ ອີຣ່ານ ແມ່ນກຳລັງລໍຖ້າເຄື່ອງຈັກແຍກສານ ຕ່າງໆຫຼາຍພັນ ເຄື່ອງທີ່ສາມາດນຳກັບຄືນໄປໃຊ້ບໍລິການຢ່າງ ງ່າຍດາຍສຳລັບການ ນຳໃຊ້ໃນໂຄງການ ອາວຸດທີ່ຖືກຫ້າມນັ້ນ.
ລາຍງານລັບຕໍ່ອົງການ ສະຫະປະຊາຊາດ ທີ່ໄດ້ຖືກສົ່ງຕໍ່ໃນວັນພຸດວານນີ້ໄດ້ກ່າວວ່າສູນກັ່ນ ນິວເຄລຍທີ່ສຳຄັນຂອງ ອີຣ່ານ ມີເຄື່ອງຈັກແຍກສານຕິດຕັ້ງຢູ່ 11,308 ເຄື່ອງໃນສັບປະດານີ້ ຊຶ່ງແມ່ນຫຼາຍກວ່າ 3000 ເຄື່ອງໜ້ອຍກວ່າທີ່ໄດ້ຖືກໃຊ້ກ່ອນວັນທີ 18 ຕຸລາ, ເມື່ອຂໍ້ຕົກລົງນິວ ເຄລຍໄດ້ມີຜົນບັງຄັບໃຊ້. ອົງການ IAEA ໄດ້ກ່າວວ່າ ເຄື່ອງແຍກສານຕ່າງໆ ໄດ້ຖືກເຄື່ອນ ຍ້າຍອອກໄປຈາກສະຖານທີ່ໆນ້ອຍກວ່າຂອງ ອີຣ່ານ.
ເຄື່ອງຈັກແຍກສານຕ່າງໆທີ່ມີຄວາມແນ່ນອນ, ປິ່ນດ້ວຍຄວາມໄວສູງ ແມ່ນໄດ້ຖືກໃຊ້ເພື່ອແບ່ງ ແຍກທາດທາງເຄມີຂອງທາດ Uranium ໂດຍນ້ຳໜັກ, ດ້ວຍເຫດນີ້ ຈຶ່ງເຮັດໃຫ້ຮູບແບບຂອງ ແຮ່ລັງສີມີຄວາມບໍລິສຸດ ແລະ ຖືກແຍກອອກມາ "ທາດຢູເຣນຽມຖືກກັ່ນໃຫ້ບໍລິສຸດ" ທີ່ສາ ມາດນຳໃຊ້ດັ່ງດຽວກັບເຊື້ອໄຟສຳລັບເຕົາປະຕິກອນພະລັງງານນິວເຄລຍ ຫຼື ຈຸດປະສົງອື່ນໆ. ຂັ້ນຕອນການກັ່ນທີ່ໄດ້ຖືກຂະຫຍາຍອອກໄປ, ເຊິ່ງຮຽກຮ້ອງໃຫ້ມີເຄື່ອງແຍກສານຕ່າງໆຫຼາຍ ເຄື່ອງຕື່ມ, ສາມາດຜະລິດຮູບແບບຂອງທາດຢູເຣນຽມທີ່ເຂັ້ມຂຸ້ນ ທີ່ຕ້ອງການສຳລັບຫົວລູກ ສອນໄຟນິວເຄລຍ.
ຂໍ້ຕົກລົງທີ່ ອີຣ່ານ ໄດ້ບັນລຸໃນເດືອນກໍລະກົດທີ່ຜ່ານມາໄດ້ກຳນົດໃຫ້ ອີຣ່ານ ຫຼຸດຜ່ອນຕົວ ເລກຂອງເຄື່ອງແຍກສານຕ່າງໆໂດຍໄວທີພວກເຂົາເຈົ້າມີໃນການປະຕິບັດການ, ເຊິ່ງພຽງພໍ ທີ່ຈະຮັບປະກັນວ່າບັນດານັກວິທະຍາສາດ ອີຣ່ານ ຈະບໍ່ສາມາດຜະລິດທາດ ຢູເຣນຽມທີ່ມີຄຸນນະພາບສູງ.
ບັນດານັກການທູດຜູ້ທີ່ໄດ້ກ່າວຕໍ່ອົງການຂ່າວ Associated Press ກ່ຽວກັບບົດລາຍງານໄດ້ ກ່າວວ່າ ເຄື່ອງຈັກຫຼາຍພັນເຄື່ອງທີ່ຍັງມີຕຽມພ້ອມໄວ້ແມ່ນສາມາດເລີ່ມຄືນ ແລະ ນຳມາໃຊ້ປະ ຕິບັດການໃນເວລາທີ່ສັ້ນ.
ອົງການຂ່າວ Reuters ໄດ້ກ່າວວ່າ ບົດລາຍງານ ອົງການສະຫະປະຊາຊາດ ກໍຍັງໄດ້ກ່າວວ່າ ການເກັບສະສົມທາດຢູເຣນຽມຄຸນນະພາບຕ່ຳຂອງ ອີຣ່ານ ໄດ້ເພີ່ມຫຼາຍຂຶ້ນໃນສາມເດືອນທີ່ ຜ່ານມາ, ແທນທີ່ຈະຖືກຫຼຸດລົງຢ່າງຫຼວງຫຼາຍຕາມທີ່ໄດ້ກຳນົດໄວ້.