ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອົງ​ການຕ່າງໆ​ຂອງ ສ​ປ​ຊ ປະ​ນາມ​ການ​ໂຈມ​ຕີ ​ຕໍ່​ບ່ອນ​ປິ່ນ​ປົວ​ສຸ​ຂະ​ພາບ​​ ໃນ​ຢູ​ເຄ​ຣນ


ເດັກ​ນ້ອຍ​ໄດ້​ຮັບ​ການ​ປິ່ນ​ປົວຢູ່​ສູນ​ປິ່ນ​ປົວ​ແມ່​ແລະ​ເດັກຊົ່ວ​ຄາວ​ຂອງອົງ​ການ UNICEF ທີ່​ຕັ້ງ​ໃນ​ຫ້ອງໃຕ້​ດິນ ຂອງ​ເຂດຄຸ້ມ​ການ​ແພດ Saltivka ຊຶ່ງ​ເປັນ​ຍ່ານ​ຊຸມ​ຊົນ​ອາ​ໄສ​ຢູ່​ຢ່າງ​ໜາ​ແໜ້ນໃນ​ເມືອງ Kharkiv ທາງ​ພາກ​ຕາ​ເວັນ​ອອກ​ສຽງ​ເໜືອ​ຂອງຢູ​ເຄ​ຣນ, ວັນ​ທີ 28 ກຸມ​ພາ, 2022.
ເດັກ​ນ້ອຍ​ໄດ້​ຮັບ​ການ​ປິ່ນ​ປົວຢູ່​ສູນ​ປິ່ນ​ປົວ​ແມ່​ແລະ​ເດັກຊົ່ວ​ຄາວ​ຂອງອົງ​ການ UNICEF ທີ່​ຕັ້ງ​ໃນ​ຫ້ອງໃຕ້​ດິນ ຂອງ​ເຂດຄຸ້ມ​ການ​ແພດ Saltivka ຊຶ່ງ​ເປັນ​ຍ່ານ​ຊຸມ​ຊົນ​ອາ​ໄສ​ຢູ່​ຢ່າງ​ໜາ​ແໜ້ນໃນ​ເມືອງ Kharkiv ທາງ​ພາກ​ຕາ​ເວັນ​ອອກ​ສຽງ​ເໜືອ​ຂອງຢູ​ເຄ​ຣນ, ວັນ​ທີ 28 ກຸມ​ພາ, 2022.
ອົງການສະຫະປະຊາຊາດ ໃນວັນອາທິດວານນີ້ ​ໄດ້ຮຽກຮ້ອງໃຫ້ມີການຢຸດຍິງ ໃນທັນທີ ແລະຍຸຕິການໂຈມຕີ ຕໍ່ຜູ້ຊ່ຽວຊານດ້ານສາທາລະນະສຸກ ແລະສະ​ຖານ​ທີ່ຕ່າງໆໃນຢູເຄຣນ, ໂດຍພັນລະນາເຖິງເຫດການດັ່ງກ່າວວ່າ ເປັນ "ຄວາມ ໂຫດຮ້າຍທີ່ໄຮ້​ສາ​ມັນສຳ​ນຶກ," ອີງ​ຕາມ​ອົງ​ການ​ຂ່າວ AFP.

ນັບຕັ້ງແຕ່ເລີ່ມຕົ້ນມີ​ການບຸກ​ລຸກຢູ​ເຄ​ຣນຂອງຣັດ​ເຊຍ, ມີ​ການໂຈມ​ຕີ 31 ຄັ້ງ​ຕໍ່ ບ່ອນດູແລປິ່​ນປົວສຸຂະພາບ​ ຖືກບັນທຶກໂດຍຜ່ານລະບົບຕິດ​ຕາມການໂຈມຕີຕໍ່​ສາ​ທາ​ລະ​ນະ​ສຸກຂອງອົງການອະນາໄມໂລກຫລື SSA, ອີງ​ຕາມບັນ​ດາຫົວໜ້າ ກອງທຶນເດັກຂອງສະຫະປະຊາຊາດ ຫລື UNICEF), ກອງທຶນປະຊາກອນຂອງສະຫະປະຊາຊາດ ແລະອົງການ​ອະ​ນາ​ໄມ​ໂລກ ຫລື WHO ກ່າວຢູ່ໃນຖະແຫຼງການຮ່ວມສະ​ບັບ​ນຶ່ງ.

"ການໂຈມຕີຕໍ່ພວກ​ທີ່ມີຄວາມສ່ຽງສູງທີ່ສຸດ - ແອນ້ອຍ, ເດັກນ້ອຍ, ແມ່ຍິງຖືພາ ແລະຜູ້ທີ່ເຈັບປ່ວຍ ແລະເປັນພະຍາດຢູ່​ແລ້ວ, ແລະພະນັກງານສາທາລະນະສຸກທີ່ເອົາຊີວິດຂອງຕົນເອງໄປສ່ຽງເພື່ອຊ່ວຍຊີວິດຄົນ​ອື່ນ​ໄວ້- ແມ່ນການກະ ທໍາທີ່ໂຫດຮ້າຍທີ່ບໍ່ມີ​ສາ​ມັນ​ສຳ​ນຶກ," ນັ້ນ​ຄື​ຄຳ​ເວົ້າ​ຂອງເຂົາເຈົ້າ ໂດຍຮຽກຮ້ອງ ໃຫ້ມີ​ການຢຸດ​ຍິງໃນ​ທັນ​ທີ.

ໃນການໂຈມຕີ 24 ຄັ້ງທີ່ຖືກລາຍງານ ແມ່ນສະຖານທີ່ດູແລສຸຂະພາບໄດ້ຮັບຄວາມເສຍຫາຍຫຼືຖືກທໍາລາຍໃນຂະນະທີ່ 5 ກໍລະນີທີ່ລົດໂຮງ​ໝໍຖືກ​ທຳ​ລາຍ. ທັງ​ໝົດມີ 12 ຄົນ​ຖືກ​ຂ້າ​ຕາຍ​ແລະ 34 ຄົນ​ໄດ້​ຮັບ​ບາດ​ເຈັບ, ອີງ​ຕາມ​ຖະ​ແຫຼ​ງ ການ​ຂອງ​ອົງການ​ສະຫະ​ປະຊາ​ຊາດ.

"ຄູ່ຮ່ວມງານດ້ານມະນຸດສະທໍາ ແລະພະນັກງານດູແລສຸຂະພາບຕ້ອງສາມາດຮັກສາການສະ​ໜອງ ແລະເສີມສ້າງການບໍລິການດ້ານສຸຂະພາບທີ່ຈຳ​ເປັນໄດ້ຢ່າງປອດໄພ, ລວມທັງການສັກຢາປ້ອງກັນ Covid-19 ແລະໂປລິໂອ, ແລະ ການສະຫນອງຢາທີ່ຊ່ວຍຊີວິດແກ່ພົນລະເຮືອນໃນທົ່ວປະເທດຢູ​ເຄ​ຣນຕະ​ຫຼອດ​ທັງຊາວອົບພະຍົບທີ່ກຳ​ລັງຂ້າມຊາຍ​ແດນ ເຂົ້າໄປໃນປະເທດເພື່ອນບ້ານອີກ." ອີງ​ຕາມຖະແຫຼງການດັ່ງກ່າວທີ່​ເຊັນໂດຍຜູ້ອໍານວຍການບໍລິຫານ ຂອງອົງ​ການ UNICEF, ທ່ານ​ນາງ​ແຄັດ​ເທີ​ຣິນ ຣັດ​ແຊລ (Catherine Russell), ຫົວ​ໜ້າອົງ​ການ UNFPA ທີ່​ເປັນຄູ່ຮ່ວມງານ, ທ່ານ​ນາງ​ນາ​ທາ​ເລຍ ຄາ​ແນມ (Natalia Kanem) ແລະຫົວຫນ້າ WHO, ທ່ານ​ເຕດ​ຣົ​ສ ແອັດ​ດາ​ນອມ ເກ​ເບ​ຣ​ເຢ​ສ​ຊຸ​ສ.

ຢ່າງໜ້ອຍມີ 3 ຄົນເສຍຊີວິດ, ລວມທັງເດັກຍິງຄົນນຶ່ງ ຢູ່ໃນການໂຈມຕີໃນວັນພຸດແລ້ວນີ້ ຕໍ່ໂຮງໝໍເດັກໃນເມືອງ ມາ​ຣີ​ອູ​ໂປລ (Mariupol) ຢູ່ພາກໃຕ້ຂອງຢູ ເຄຣນ.

ອີງຕາມ​ອົງການ​ສຸ​ຂະ​ພາບ​ດ້ານການ​ຈະ​ເລີນ​ເຕີບ​ໂຕ​ຂອງມະ​ນຸດຂອງ​ສະຫະ​ປະຊາ​ຊາດ​ແລ້ວ, ​ໂຮງໝໍ​ປະ​ສູດ​ລູກອີກ​ສອງ​ແຫ່ງ​ຂອງ​ຢູ​ເຄ​ຣນ​ໄດ້​ຖືກ​ໂຈມ​ຕີ ​ແລະ​ທຳລາຍ​ກ່ອນຈະ​ມີ​ການ​ໂຈມ​ຕີ​ໃຫຍ່ຄັ້ງ​ນັ້ນເກີດ​ຂຶ້ນ.

"ການໂຈມຕີ ຕໍ່ບ່ອນດູແລປິ່ນ​ປົວສຸຂະພາບ ແລະພະນັກງານສາທາລະນະສຸກສົ່ງຜົນກະທົບໂດຍກົງ ຕໍ່ຄວາມສາມາດ ຂອງປະຊາຊົນໃນການເຂົ້າເຖິງການບໍລິ ການດ້ານສຸຂະພາບທີ່ຈຳເປັນໂດຍສະເພາະແມ່ນແມ່ຍິງ, ເດັກນ້ອຍ ແລະ ກຸ່ມທີ່ມີຄວາມສ່ຽງສູງອື່ນໆອີກ," ນັ້ນ​ຄື​ຄຳ​ເວົ້າ​ຂອງ​ບັນ​ດາ​ຫົວ​ໜ້າ​ອົງ​ການ​ສະ​ຫະ ປະ​ຊາ​ຊາດ​ຢູ່​ໃນ​ຖະ​ແຫລງ​ການ​ຂອງ​ພວກ​ເພິ່ນ​ ໃນ​ວັນ​ອາ​ທິດ​ວານນີ້.

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG